
ສວນພຶກສາ ຈະຈັດບຸນນໍເປເຈົ່າ ຫລື ບຸນກິນຈຽງ ແລະ ປະກວດນາງສາວເຜົ່າມົ້ງ ໃນວັນທີ 22-24 ທັນວາ 2022 ໂດຍມີຫລາຍກິດຈະກຳທີ່ເປັນປະເພນີຂອງເຜົ່າມົ້ງ ເປັນຕົ້ນ ກິດຈະກຳແກວ່ງຫຍ້າຄາ, ແກວງໄກ່, ບາສີສູ່ຂວັນແບບເຜົ່າມົ້ງ, ໂຍນໝາກຄອນ, ເປົ່າແຄນ, ລຳເຜົ່າມົ້ງ, ປະກວດນັກຮ້ອງ, ຫລິ້ນກິລາ ແລະ ກິດຈະກຳອື່ນໆ.
ທ່ານ ພູວົງ ພະມີສິດ ເຈົ້າຂອງຮ້ານຄໍາພູ, ທັງເປັນເຈົ້າຂອງສວນພຶກສາ ໄດ້ໃຫ້ຮູ້ເມື່ອບໍ່ດົນນີ້ວ່າ: ພວກເຮົາຈັດງານປະກວດນາງສາວເຜົ່າມົ້ງ ກໍເພື່ອເຮົາຢາກສົ່ງເສີມແມ່ຍິງຊົນເຜົ່າມົ້ງ ໃຫ້ເປັນຜູ້ຍິງທີ່ເກັ່ງ, ກ້າສະເເດງອອກ ເນື່ອງຈາກວ່າແມ່ຍິງຊົນເຜົ້າມົ້ງ ສ່ວນຫລາຍຈະມີສິດ ແລະ ບົດບາດຕໍ່າກວ່າຜູ້ຊາຍ. ສະນັ້ນ, ຈຶ່ງຢາກສົ່ງເສີມໃຫ້ສິດທິຂອງຜູ້ຍິງສູງຂຶ້ນ ໂດຍຜ່ານເວທີການປະກວດດັ່ງກ່າວ, ຊຶ່ງນາງສາວທີ່ສະໝັກເຂົ້າຮ່ວມປະກວດ ພວກເຮົາຈະໄດ້ສອນໃຫ້ເຂົ້າເຈົ້າຮູ້ຈັກການເວົ້າ, ກິລິຍາທ່າທາງ, ການ ຢ່າງ, ການນຸ່ງຖືແບບແມ່ຍິງລາວ ແລະ ໃຫ້ກ້າສະແດງເທິງເວທີ.

ໂອກາດນີ້, ທ່ານ ພູວົງ ພະມີສິດ ກໍໄດ້ເຊີນຊວນແມ່ຍິງເຜົ່າມົ້ງ ມາສະໝັກເຂົ້າຮ່ວມງານໃຫ້ຫລາຍທີ່ສຸດ ເພາະເວທີດັ່ງກ່າວເປັນບ່ອນສ້າງໃຫ້ບັນດາທ່ານກ້າສະແດງອອກ ແລະ ຮູ້ຈັກຮັກສາຮີດ ຄອງປະເພນີ້ລາວຂອງພວກເຮົາ ໂດຍສະເພາະຮີດຄອງປະເພນີເຜົ່າມົ້ງ ໂດຍຈະປິດຮັບສະໝັກ ວັນທີ 25 ພະຈິກ 2022 ເພື່ອໍຈະຄັດເລືອກເອົາ 20 ຄົນ ມາຝຶກຊ້ອມເປັນເວລາ 1 ເດືອນກ່ອນຂຶ້ນເວທີ ປະກວດ ຍ້ອນພວກເຮົາຢາກສ້າງໃຫ້ເຂົາເຈົ້າເປັນຄົນເກັ່ງ ແລະ ກ້າສະແດງອອກ ແລະ ກ້າວໄປສູ່ເວທີອື່ນໆທັງພາຍໃນ ແລະ ຕ່າງປະເທດ ເຊັ່ນດຽວກັບ ມິສຢູນີເວີດລາວ ໃນປີນີ້ ກໍແມ່ນນາງສາວເຜົ່າມົ້ງທີ່ຜ່ານງານປະກວດ ຂອງສວນພຶກສາ. ສະນັ້ນ, ພວກເຮົາກະພູມໃຈວ່າ ນາງສາວເຜົ່າມົ້ງ ຂອງສວນພຶກສາ ຫລື ນະຄອນຫລວງຂອງພວກເຮົ າໄດ້ເປັນ ມິສຢູນິເວີດ.

ສຳລັບ ຄຸນສົມບັດຂອງນາງສາວເຜົ່າມົ້ງ ຈະບໍ່ມີເງື່ອນໄຂຍຸງຍາກຈົນເກີນໄປ ພຽງແຕ່ເປັນສາວໂສດ ບໍ່ເຄີຍແຕ່ງງານມາກອນ ຢູ່ໃນລະຫວ່າງອາຍຸ 16-25 ປີ, ລະດັບການສຶກສາ ຈົບຊັ້ນ ມ4 ຂຶ້ນໄປ, ຄວາມສູງ 1,55 ຊັງຕີແມັດຂຶ້ນໄປ ແລະ ຮູ້ພາສາລາວ ແລະ ສະແດງຄວາມສາມາດຂອງໂຕເອງ ເປັນຕົ້ນ ພາອັງກິດ ແລະ ຄວາມຮູ້ຮອບໂຕ.
