ວາງສີລາລຶກ ໃນໂຄງການກໍ່ສ້າງຂົວມິດຕະພາບ ລາວ-ໄທ ແຫ່ງທີ 5 (ບໍລິຄຳໄຊ-ບຶງການ)

ໃນວັນທີ 28 ຕຸລາ 2022 ໄດ້ຈັດພິທີວາງສີລາລຶກ ໃນໂຄງການກໍ່ສ້າງຂົວມິດຕະພາບ ລາວ-ໄທ ແຫ່ງທີ 5 (ບໍລິຄຳໄຊ-ບຶງການ)/

ພິທີວາງສີລາລຶກໂຄງການກໍ່ສ້າງຂົວມິດຕະພາບ ລາວ-ໄທ ແຫ່ງທີ 5 (ແຂວງບໍລິຄຳໄຊ-ບຶງການ) ໄດ້ຈັດຂຶ້ນໃນຕອນເຊົ້າຂອງວັນທີ 28 ຕຸລາ 2022 ຊຶ່ງແມ່ນໄດ້ຈັດຂຶ້ນຢູ່ທັງສອງຟາກຝັ່ງແມ່ນໍ້າຂອງ ລາວ ແລະ ໄທ (ໂດຍຈະເປີດຢູ່ເບື້ອງລາວກ່ອນແລ້ວຈຶ່ງໄປເປີດຢູ່ເບື້ອງໄທ), ໂດຍການເປັນປະທານຮ່ວມຂອງທ່ານ ພັນຄຳ ວິພາວັນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ແລະ ທ່ານ ພົນເອກ ປຣະຢຸດ ຈັນໂອຊາ ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກໄທ, ມີບັນດາຜູ້ແທນຂັ້ນສູງ ຈາກຝ່າຍລາວ ແລະ ຝ່າຍໄທ ກໍຄືຈາກສູນກາງ ແລະ ທ້ອງຖິ່ນເຂົ້າຮ່ວມຢ່າງພ້ອມພຽງ.

ທ່ານ ວຽງສະຫວັດ ສີພັນດອນ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ກ່າວບາງຕອນວ່າ: ໂຄງການກໍ່ສ້າງຂົວມິດຕະພາບ ລາວ – ໄທ ແຫ່ງທີ 5 (ແຂວງບໍລິຄຳໄຊ-ບຶງການ) ໄດ້ເລີ່ມສຶກສາຄວາມເປັນໄປໄດ້ ໃນປີ 2014 ໂດຍໄດ້ຮັບການສະໜັບສະໜູນ ແລະ ຊ່ວຍເຫຼືອ ຈາກສຳນັກງານຄວາມຮ່ວມມືເພື່ອການພັດທະນາເສດຖະກິດກັບປະເທດເພື່ອນບ້ານ (ອົງການມະຫາຊົນ) ຫຼື NEDA, ຊຶ່ງການສຶກສາຄວາມເປັນໄປໄດ້ດັ່ງກ່າວ ໄດ້ຖືກຮັບຮອງຈາກລັດຖະບານທັງສອງປະເທດ ໂດຍມີການເຊັນຂໍ້ຕົກລົງ ວ່າດ້ວຍການກໍ່ສ້າງຂົວມິດຕະພາບດັ່ງກ່າວ ຮ່ວມກັນໃນກາງປີ 2019. ໃນເດືອນ ມັງກອນ 2020 ໄດ້ເຊັນສັນຍາເງິນກູ້ ລະຫວ່າງ ກະຊວງການເງິນ, ຕາງໜ້າລັດຖະບານ ແຫ່ງ ສປປ ລາວ ກັບ ອົງການຄວາມຮ່ວມມືເພື່ອການພັດທະນາເສດຖະກິດກັບປະເທດເພື່ອນບ້ານ ໃນວົງເງິນ 1.380 ລ້ານກ່ວາບາດ(ສະກຸນເງິນໄທ) ແລະ ໄດ້ດຳເນີນການປະມູນເອົາບໍລິສັດທີ່ປຶກສາ ເພື່ອຄວບຄຸມການກໍ່ສ້າງ ໂດຍແມ່ນບໍລິສັດທີ່ປຶກສາ AEC (ປະເທດໄທ) ຮ່ວມກັບ ບໍລິສັດ MAA (ປະເທດໄທ) ແລະ ບໍລິສັດ LGE (ປະເທດລາວ) ເປັນຜູ້ຊະນະການປະມູນ ແລະ ໄດ້ເຊັນສັນຍາກັບ ກົມຂົວທາງ, ກະຊວງໂຍທາທິການ ແລະ ຂົນສົ່ງ ແຫ່ງ ສປປ ລາວ ໃນນາມເຈົ້າຂອງໂຄງການ ໃນເດືອນ ກໍລະກົດ ປີ 2020.

ໃນທ້າຍປີ 2020 ໄດ້ສໍາເລັດການປະມູນ ແລະ ໄດ້ເຊັນສັນຍາກັບຜູ້ຮັບເໝົາກໍ່ສ້າງ ຂົວ, ທາງເຂົ້າຂົວ, ອາຄານດ່ານ ແລະ ສິ່ງອໍານວຍຄວາມສະດວກເບື້ອງ ສປປ ລາວ ລວມມີ 2 ສັນຍາ ຄື:

ສັນຍາ 1: ກໍ່ສ້າງຂົວເບື້ອງ ສປປ ລາວ ມີຄວາມຍາວ 535 ແມັດ ໂດຍແມ່ນ ບໍລິສັດ ນະພາ ກໍ່ສ້າງຈຳກັດ (ປະເທດໄທ) ຮ່ວມກັບ ບໍລິສັດ ສະຫຍາມ ບີບີອາ ກໍ່ສ້າງຈຳກັດ ແລະ ບໍລິສັດ ວີເຄ ອິນເຕີເນເຊິນແນວ ຈໍາກັດ ເປັນຜູ້ຮັບເໝົາ ໃນມູນຄ່າ 379 ລ້ານກ່ວາບາດ(ສະກຸນເງິນບໄທ), ໄລຍະເວລາກໍ່ສ້າງ 36 ເດືອນ.

ສັນຍາ 2: ກໍ່ສ້າງ ທາງເຂົ້າຂົວ ມີຄວາມຍາວ 2.865 ແມັດ ແລະ ອາຄານດ່ານກວດຄົນເຂົ້າ-ອອກເມືອງ ລວມທັງສິ່ງອຳນວຍຄວາມສະດວກ ໂດຍແມ່ນບໍລິສັດ ສະຫຼວງ ກໍ່ສ້າງຈຳກັດ (ປະເທດໄທ) ຮ່ວມກັບ ບໍລິສັດ ວິສະວະກຳກໍ່ສ້າງ ສາກົນທັນສະໄໝ ຈຳກັດຜູ້ດຽວ (ປະເທດລາວ) ເປັນຜູ້ຮັບເໝົາ ໃນມູນຄ່າ 773 ລ້ານກ່ວາບາດ(ສະກຸນເງິນໄທ), ໄລຍະເວລາກໍ່ສ້າງ 30 ເດືອນ.

ການກໍ່ສ້າງທັງສອງສັນຍາ ໄດ້ເລີ່ມລົງມືໃນຕົ້ນເດືອນ ມັງກອນ 2021, ມາຮອດປະຈຸບັນມີຄວາມຄືບໜ້າທັງໝົດຫຼາຍກວ່າ 56%, ຄາດຄະເນຈະສໍາເລັດ ແລະ ເປີດນໍາໃຊ້ ໃນຕົ້ນປີ 2024.

ທ່ານ ພັນຄຳ ວິພາວັນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ກ່າວບາງຕອນວ່າ: ໂຄງການກໍ່ສ້າງຂົວມິດຕະພາບແຫ່ງທີ 5 ນີ້ ແມ່ນໜຶ່ງໃນບັນດາຄວາມພະຍາຍາມຂອງສອງລັດຖະບານ ລາວ ແລະ ໄທ ໃນການສ້າງເງື່ອນໄຂອໍານວຍຄວາມສະດວກໃຫ້ແກ່ການສັນຈອນ ໄປ-ມາຫາສູ່ກັນຂອງປະຊາຊົນສອງຊາດ ລາວ-ໄທ ແລະ ການຂົນສົ່ງລະຫວ່າງປະເທດ ເພື່ອສົ່ງເສີມດ້ານການຄ້າ-ການລົງທຶນ ແລະ ທ່ອງທ່ຽວ ກໍ່ຄືການນໍາໃຊ້ທີ່ຕັ້ງຍຸດທະສາດອັນສໍາຄັນຂອງສອງປະເທດ ຢູ່ອະນຸພາກພື້ນລຸ່ມແມ່ນໍ້າຂອງ ແລະ ອາຊີຕາເວັນອອກສ່ຽງໃຕ້ ໃນການເຊື່ອມໂຍງ-ເຊື່ອມຈອດພື້ນຖານໂຄງລ່າງ ຕາມແລວເສດຖິກິດຕາເວັນອອກ-ຕາເວັນຕົກ, ຊຶ່ງຈະເປັນການອໍານວຍຄວາມສະດວກ ແລະ ສະໜັບສະໜູນການພັດທະນາການເຊື່ອມໂຍງການຂົນສົ່ງໃຫ້ໂລ່ງລ່ຽນ ລະຫວ່າງ ສອງປະເທດ ລາວ-ໄທ ກັບບັນດາປະເທດອະນຸພາກພື້ນ ໃຫ້ເກີດຜົນປະໂຫຍດສູງສຸດຮ່ວມກັນ. ໂຄງການກໍ່ສ້າງຂົວມິດຕະພາບ ແຫ່ງນີ້ ຍັງເປັນໂຄງການໜຶ່ງທີ່ນອນຢູ່ໃນແຜນປະຕິບັດງານ ວ່າດ້ວຍການເປັນຄູ່ຮ່ວມຍຸດທະສາດເພື່ອການຈະເລີນເຕີບໂຕ ແລະ ການພັດທະນາແບບຍືນຍົງ ໄລຍະ 5 ປີ (2022-2026) ທີ່ທັງສອງປະເທດພວກເຮົາໄດ້ເຊັນຮ່ວມກັນ ໃນເດືອນມິຖຸນາ 2022 ທີ່ຜ່ານມາ ເພື່ອປະຕິບັດຕາມເຈດຕະນາລົມຂອງສອງຊາດ ທີ່ເປັນບ້ານໃກ້ເຮືອນຄຽງ ແລະ ມີສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ຍາວນານ ຫຼາຍກວ່າ 7 ທົດສະຫວັດ. ພ້ອມກັນນີ້, ຂົວມິດຕະພາບ ແຫ່ງທີ 5 ນີ້ ຍັງຈະເປັນໂຄງການທີ່ຕອບສະໜອງໃຫ້ແກ່ການຈັດຕັ້ງປະຕິບັດ ເປົ້າໝາຍ ທີ 5 ໃນການຮ່ວມມື, ເຊື່ອມໂຍງ ແລະ ເຊື່ອມຈອດພາຍໃນ, ພາກພື້ນ ແລະ ສາກົນ ໃຫ້ມີຄວາມທັນສະໄໝ ແລະ ເຂັ້ມແຂງ ຂອງແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ IX (2021-2025) ກໍຄື ການຈັດຕັ້ງປະຕິບັດວິໄສຮອດປີ 2030 ແລະ ຍຸດທະສາດການພັດທະນາເສດຖະກິດສັງຄົມ ໄລຍະ 10 ປີ (2016-2025), ຍຸດທະສາດການເຊື່ອມໂຍງ ແລະ ເຊື່ອມຈອດ ກັບພາກພື້ນ ແລະ ສາກົນ ຂອງ ລັດຖະບານ ແຫ່ງ ສາທາລະນະລັດ ປະຊາທິກະໄຕ ປະຊາຊົນລາວ. ກໍ່ຄືການຫັນເອົາ ສປປ ລາວ ຈາກປະເທດບໍ່ມີຊາຍແດນຕິດກັບທະເລ ເປັນປະເທດເຊື່ອມຈອດ.ຂ່າວ:ບຸນຕອມ

error: Content is protected !!