ເຈົ້າໜ້າທີ່ ເລັ່ງຊອກຈັບຜູ້ກໍ່ເຫດລັດຍິງປະຊາຊົນຢູ່ເມືອງກາສີ

ເຈົ້າໜ້າທີ່ຕຳຫຼວດ ກອງບັນຊາການ ປກສ ເມືອງກາສີ ແຂວງວຽງຈັນ ລາຍງານໃຫ້ຮູ້ວ່າ: ໃນວັນທີ່ 25 ຕຸລາ 2022 ຜ່ານມານີ້ ເວລາປະມານ 11 ໂມງ 00 ນາທີ ໄດ້ມີເຫດການຄາດຕະກໍາເກີດຂື້ນຢູ່ບ້ານ ທົ່ງເໝືອດ ເມືອງກາສີ ແຂວງວຽງຈັນ ມີຜູ້ເສຍຊີວິດ 1 ຄົນ ຊື່ ທ້າວ ເພັງ , ອາຍຸ 47 ປີ, ປະຊາຊົນຢູ່ບ້ານທົ່ງເໝືອດ ເມືອງກາສີ ແຂວງວຽງຈັນ; ເຊິ່ງໄດ້ຂັບຂີ່ລົດຈັກເພື່ອຈະໄປຄັງລ້ຽງສັດ ພໍເດີນທາງອອກຈາກບ້ານໃກ້ຈະຮອດຄັງດັ່ງກ່າວ ໄດ້ຖືກຄົນບໍ່ດີສະກັດລັດຍິງ.

ຜ່ານການລົງກວດກາຊັນນະສູດສະຖານທີ່ເກີດເຫດ, ເຈົ້າໜ້າທີ່ ພົບເຫັນກະສອບລູກປືນ AK (ອາກ່າ) ທີ່ຕົກຢູ່ແຄມທາງຈໍານວນ 7 ກະສອບ ແລະ ກະສອບລູກປືນ 7,65 ຈຳນວນ 7 ກະສອບ, ມີຮ່ອງຮອຍຖືກຍິງຢູ່ຕາມແຂນ, ໃບໜ້າ ແລະ ລໍາຕົວຈຳນວນ 10 ຈຸດ.

ປັດຈຸບັນເຈົ້າ, ໜ້າທີ່ຕໍາຫຫຼວດກຳລັງເກັບກໍາຂໍ້ມູນເພີ່ມຕື່ມ ແລະເລັ່ງຊອກຫາຜູ້ກໍ່ເຫດມາລົງໂທດຕາມລະບຽບກົດໝາຍ.

ຂ່າວ ປກສ ຂວງວຽງຈັນ

error: Content is protected !!