6 ຫົວຂໍ້ ທີ່ສໍາຄັນ ຂອງກອງປະຊຸມສະໄໝສາມັນ ປະຈໍາເດືອນຕຸລາ 2022

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2022 ໄດ້ໄຂຂຶ້ນ ໃນວັນທີ 26 ຕຸລາ 2022 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານຂອງ ທ່ານ ພັນຄໍາ ວິພາວັນນາຍົກລັດຖະມົນຕີ, ມີບັນດາທ່ານຮອງນາຍົກລັດຖະມົນຕີ, ສະມາຊິກລັດຖະບານ ແລະ ຜູ້ຕາງໜ້າຈາກບັນດາກະຊວງເຂົ້າຮ່ວມ.

ກອງປະຊຸມລັດຖະບານ ສະໄໝສາມັນປະຈຳເດືອນຕຸລາ 2022 ຈະໄດ້ດຳເນີນເປັນເວລາ 1ວັນເຄິ່ງ ໂດຍຈະໄດ້ປຶກສາຫາລື, ຄົ້ນຄວ້າ ແລະ ເປັນເອກະພາບກັນໃນ 6 ຫົວຂໍ້ ທີ່ສໍາຄັນ ແລະ ຈໍາເປັນ ຄື:

1. ສະຫລຸບການເຄື່ອນໄຫວວຽກງານພົ້ນເດັ່ນປະຈໍາເດືອນຕຸລາ ແລະ ທິດທາງແຜນການປະຈໍາເດືອນພະຈິກ 2022 ຂອງລັດຖະບານ;

2. ລາຍງານຫຍໍ້ຜົນການຢ້ຽມຢາມຂອງ ທ່ານນາຍົກລັດຖະມົນຕີ ພ້ອມຄະນະຢູ່ ສ ສິງກະໂປ ຢ່າງເປັນທາງການ ໃນວັນທີ 27-28 ກັນຍາ 2022,

3. ຜົນການຕ້ອນຮັບທ່ານນາຍົກລັດຖະມົນຕີ ແຫ່ງ ສ ກູບາ ແລະ ທິດຜັນຂະຫຍາຍ,

4. ລາຍງານການກະກຽມວາງສິລາລືກ ຂົວມິດຕະພາບລາວ-ໄທ ແຫ່ງທີ 5(ບໍລິຄໍາໄຊ-ບຶງການ);

5. ບົດລາຍງານຂອງລັດຖະບານ ທີ່ຈະສະເໜີລາຍງານ ຕໍ່ກອງປະຊຸມສະພາແຫ່ງຊາດ ສະໄໝສາມັນ ເທື່ອທີ 4 ຂອງສະພາແຫ່ງຊາດ ຊຸດທີ IX;

6. ຮ່າງດໍາລັດ ວ່າດ້ວຍທຶນການສຶກສາຕ່າງປະເທດ ແລະ ຜູ້ຮຽນ, ຮ່າງແຜນຜັງແຫ່ງຊາດ ກ່ຽວກັບຄື້ນຄວາມຖີ່ວິທະຍຸສື່ສານ (ສະບັບປັບປຸງ), ຮ່າງຍຸດທະສາດແຫ່ງຊາດ ເພື່ອການພັດທະນາວຽກງານຊົນເຜົ່າ ປີ 2021-2030 ແລະ ວິໄສທັດຮອດ2035.

ກອງປະຊຸມ ລັດຖະບານສະໄໝສາມັນ ຄັ້ງນີ້, ດໍາເນີນໃນທ່າມກາງບັນຍາກາດທີ່ສະພາບການສາ ກົນ ແລະ ພາກພື້ນຍັງສືບຕໍ່ຜັນແປໄປຢ່າງສັບສົນ, ຊຶ່ງໄດ້ສົ່ງຜົນກະທົບຕໍ່ ສປປ ລາວ ເຮົາຫລາຍສົມຄວນ ແຕ່ລັດຖະບານ ກໍຍັງສາມາດຮັກສາສະຖຽນລະພາບໄດ້. ດັ່ງນັ້ນ, ສິ່ງທີ່ສໍາຄັນ, ຈໍາເປັນ ແລະ ຮີບດ່ວນທີ່ສຸດໃນໄລຍະນີ້ ລັດຖະບານ ຈະໄດ້ສືບຕໍ່ສຸມກໍາລັງແຮງຂອງທຸກພາກສ່ວນໃນສັງຄົມ ເພື່ອປະຕິບັດແຜນດຳເນີນງານຂອງລັດຖະບານ, ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ໂດຍສະເພາະເລັ່ງຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດ ໃຫ້ເປັນຮູບປະທໍາ ແລະ ມີໝາກຜົນຕົວຈິງຫລາຍຂຶ້ນ.

ໃນໂອກາດກ່າວເປີດກອງປະຊຸມ, ທ່ານປະທານກອງປະຊຸມ ໄດ້ຮຽກຮ້ອງບັນດາສະມາຊິກລັດຖະບານ ຈົ່ງພ້ອມກັນເອົາໃຈໃສ່ຄົ້ນຄວ້າ ແລະ ປະກອບຄຳເຫັນ ຢ່າງເລິກເຊິ່ງ ດ້ວຍການສະເໜີທັດ ສະນະຕາມຫລັກວິທະຍາສາດ ຢ່າງມີຈຸດສຸມ ເພື່ອເຮັດໃຫ້ກອງປະຊຸມຄັ້ງນີ້ ມີຜົນສໍາເລັດສູງ ແລະ ບັນລຸຕາມຄາດໝາຍທີ່ໄດ້ກຳນົດໄວ້.

ຂໍ້ມູນຂ່າວ-ພາບ: ກົມປະຊາສຳພັນ ຫສນຍ

error: Content is protected !!