ສິງກະໂປ ຈະເພີ່ມການນໍາເຂົ້າ ກະແສໄຟຟ້າ ຈາກປະເທດໃນພາກພື້ນ

ສຳນັກຂ່າວ ຕ່າງປະເທດ ລາຍງານ ຈາກປະເທດ ສິງກະໂປ ເມື່ອວັນທີ 26 ຕຸລາວ່າ: ສຳນັກງານ ຕະຫລາດ ພະລັງງານ ສິງກະໂປ (ອີເອັມເອ) ໄດ້ອອກຖະແຫລງການ ວ່າ ໄດ້ມີການ ຍື່ນຂໍ້ສະເໜີ ກ່ຽວກັບ ການນໍາເຂົ້າ ກະແສໄຟຟ້າ ເພີ່ມຂຶ້ນຕື່ມ ໄປຍັງ ຫລາຍໜ່ວຍງານ ທີ່ກ່ຽວຂ້ອງ ຂອງ ຫລາຍປະເທດ ໃນພາກພື້ນ. ໃນຂະນະດຽວກັນ ລັດຖະບານ ສິງກະໂປ ໄດ້ຮັບຂໍ້ສະເໜີ ກ່ຽວກັບ ການຊື້ຂາຍ ກະແສໄຟຟ້າ ຫລາຍກວ່າ 20 ລາຍການ ຈາກ ປະເທດຕ່າງໆ ລວມເຖິງ ອົດສະຕຣາລີ, ອິນໂດເນເຊຍ, ລາວ ແລະ ໄທ. ໂດຍກຳນົດ ເປົ້າໝາຍ ການນຳເຂົ້າ ໃຫ້ໄດ້ 4 ກິກາວັດ ພາຍໃນປີ 2035.

ນອກຈາກນັ້ນ ສິງກະໂປ ແລະ ກຳປູເຈຍ ຍັງໄດ້ລົງນາມ ຮ່ວມກັນ ໃນບົດບັນທຶກ ຄວາມເຂົ້າໃຈ (ເອັມໂອຢູ) ເມື່ອບໍ່ດົນມານີ້ ກ່ຽວກັບ ການສົ່ງເສີມ ຄວາມຮ່ວມມື ດ້ານພະລັງງານ ປັດຈຸບັນ ປະມານ 95% ຂອງ ກະແສໄຟຟ້າ ຊຶ່ງ ໃຊ້ງານ ໃນສິງກະໂປ ຜະລິດຈາກ ອາຍແກັສທຳມະຊາດ ປັດຈຸບັນ, ລັດຖະບານ ສິງກະໂປ ຈະຫັນມານຳໃຊ້ ພະລັງງານ ໝູນວຽນ ຫລາຍຂຶ້ນ.

error: Content is protected !!