ຝຶກອົບຮົມກ່ຽວກັບມາດຕະຖານສາກົນ ໃນການດຳເນີນທຸລະກິດຢ່າງມີຄວາມຮັບຜິດຊອບ

ສູນການຝິກອົບຮົມເຄື່ອນທີ່ ເພື່ອການດຳເນີນທຸລະກິດຢ່າງມີຄວາມຮັບຜິດຊອບ, ອົງ ການ ການສະຫະປະຊາຊາດ ເພື່ອການພັດທະນາ(UNDP) ຈັດຝຶກອົບຮົມກ່ຽວກັບມາດຕະຖານສາກົນ ໃນການດຳເນີນທຸລະກິດຢ່າງມີຄວາມຮັບຜິດຊອບ ໃຫ້ແກ່ 80 ບໍລິສັດທີ່ດໍາເນີນກິດຈະການໃນ ສປປ ລາວ. ໃນວັນທີ 21 ຕຸລາ ຜ່ານມາ
ທ່ານ ນາງ ແຄັດເທີຣີນ ຟົງ ຮອງຜູ້ຕາງໜ້າອົງການ UNDP ປະຈຳລາວໄດ້ກ່າວວ່າ: ພວກເຮົາໄດ້ເຫັນຄວາມກົດດັນທີ່ເພີ່ມຂຶ້ນ ແກ່ບັນດາທຸລະກິດທີ່ສົ່ງຜົນກະທົບໃຫ້ແກ່ປະຊາຊົນ ແລະ ສິ່ງແວດ ລ້ອມ ແລະ ຕ້ອງໃຫ້ມີມາດຕະການປ້ອງກັນຜົນກະທົບດັ່ງກ່າວ. ໃນນັ້ນ, ບັນດາບໍລິສັດ ຕ້ອງໄດ້ເຮັດຫລາຍກວ່າການປະຕິບັດຕາມພັນທະກົດໝາຍ ພາຍໃນປະເທດ ແລະ ຕ້ອງປັບປ່ຽນການດຳເນີນງານຂອງພວກເຂົາ ໂດຍອີງຕາມມາດຕະຖານສາກົນ ເພື່ອການດຳເນີນທຸລະກິດຢ່າງມີຄວາມຮັບຜິດຊອບ ເຊິ່ງລວມມີ ມາດຕະຖານສາກົນວ່າດ້ວຍແຮງງານ ແລະ ມາດຕະຖານສາກົນວ່າດ້ວຍສິດທິມະນຸດ.
ຊຸດອົບຮົມຄັ້ງນີ້, ບັນດາບໍລິສັດທີ່ໄດ້ເຂົ້າຮ່ວມ ໄດ້ຮຽນຮູ້ເຖິງຄວາມສຳຄັນວ່າ ເປັນຫຍັງຈຶ່ງຕ້ອງໄດ້ຮອງຮັບເອົາມາດຕະຖານສາກົນເຫລົ່ານັ້ນ ແລະ ໄດ້ຮຽນຮູ້ຈາກຕົວຢ່າງທີ່ພົ້ນເດັ່ນກ່ຽວກັບບັນຫານີ້ ໃນ ສປປ ລາວ, ຊຶ່ງບັນດາບໍລິສັດສາມາດເສີມສ້າງຄວາມສາມາດໃນການແຂ່ງຂັນ ໃນການເຂົ້າເຖິງແຫລ່ງທຶນ ແລະ ຕະຫລາດທີ່ພົ້ນເດັ່ນ, ສ້າງຮູບແບບທຸລະກິດທີ່ດີ, ດຶງດູດ ແລະ ຮັກສາບຸກຄະລາກອນທີ່ມີຄວາມຫລາກຫລາຍ ແລະ ມີຄວາມສາມາດໄວ້ໄດ້ຈາກການປະຕິບັດຕາມມາດຕະຖານສາກົນເຫລົ່ານີ້.
ຫລັກຖານຈາກທົ່ວໂລກໄດ້ສະແດງໃຫ້ເຫັນວ່າ 59% ຂອງບັນດາທຸລະກິດທີ່ມີຄວາມຮັບຜິດ ຊອບໃນທະວີບອາຊີ, ອາເມລິກາ ແລະ ເອີຣົບ ສາມາດເພີ່ມລາຍຮັບຂຶ້ນໄດ້. ເຖິງຢ່າງໃດກໍຕາມ ຜົນຂອງການສຳຫລວດແຈ້ງໃຫ້ເຫັນວ່າ 62% ຂອງທຸລະກິດໃນ ສປປ ລາວ ຍັງບໍ່ທັນຮັບຮູ້ ຫລື ຮັບຮູ້ພຽງໜ້ອຍດຽວກ່ຽວກັບມາດຕະຖານສາກົນ ໃນການດຳເນີນທຸລະກິດຢ່າງມີຄວາມຮັບຜິດຊອບ ແລະ ຍັງບໍ່ມີບໍລິສັດໃດເຮັດການປະເມີນຜົນກະທົບທາງດ້ານສັງຄົມ ແລະ ສິ່ງແວດລ້ອມ.
ຂໍ້ມູນ-ພາບ: ອົງການ UNDP ປະຈຳລາວ

error: Content is protected !!