ປະທານປະເທດ ແຫ່ງ ສປປ ລາວ ເດີນທາງເຖິງ ບຣູໄນ ດາຣູຊາລາມ

ໃນຕອນບ່າຍຂອງວັນທີ 24 ຕຸລາ 2022, ພະນະທ່ານ ທອງລຸນ ສີສຸລິດ, ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ພ້ອມດ້ວຍພັນລະຍາ ແລະ ຄະນະຜູ້ແທນຂັ້ນສູງ ຂອງ ສປປ ລາວ ໄດ້ເດີນທາງເຖິງ ສະໜາມບິນສາກົນບຣູໄນ, ທີ່ ນະຄອນຫຼວງ ບັນດາ ເສຣິ ເບກາວັນ, ບຣູໄນ ດາຣູຊາລາມ, ໂດຍການຕ້ອນຮັບຂອງ ທ່ານ ດາໂຕະ Seri Setia Awang Haji Ahmaddin bin Haji Abdul Rahman, ລັດຖະມົນຕີກະຊວງພາຍໃນແຫ່ງ ບຣູໄນ ດາຣູຊາລາມ (ລັດຖະມົນຕີກຽດຕິຍົດ)ພ້ອມດ້ວຍພັນລະຍາແລະຄະນະ.
ການຢ້ຽມຢາມໃນຄັ້ງນີ້, ພະນະທ່ານ ປະທານປະເທດ ທອງລຸນ ສີສຸລິດ ພ້ອມດ້ວຍພັນລະນາ ແລະ ຄະນະຜູ້ແທນຂັ້ນສູງ ຂອງ ສປປ ລາວ ຈະດໍາເນີນການຢ້ຽມຢາມລັດຖະກິດ ທີ່ ບຣູໄນ ດາຣູຊາລາມໃນວັນທີ 24-26 ຕຸລາ 2022, ຕາມການເຊື້ອເຊີນຂອງສົມເດັດ ຊຸນຕານ ຮາຈິ ຮັດຊານານ ໂບນເກຍ ແຫ່ງ ບຣູໄນ ດາຣູຊາລາມ, ເຊິ່ງຈະມີການພົບປະສອງຝ່າຍ ເພື່ອທົບທວນຄືນການພົວພັນຮ່ວມມືຂອງສອງປະເທດໃນໄລຍະຜ່ານມາແລະປຶກສາຫາລືກ່ຽວກັບທິດທາງແຜນການຮ່ວມມືໃນຕໍ່ໜ້າເພື່ອເພີ່ມທະວີ ແລະ ຮັດແໜ້ນສາຍພົວພັນມິດຕະພາບອັນເປັນມູນເຊື້ອທີ່ດີງາມ ແລະ ການຮ່ວມມືທີ່ດີລະຫວ່າງ ສປປ ລາວ ແລະ ບຣູໄນ ດາຣູຊາລາມ ໃຫ້ໄດ້ຮັບການເພີ່ມພູນຄູນສ້າງ ແລະ ແໜ້ນແຟ້ນຍິ່ງໆຂຶ້ນໃນຕໍ່ໜ້າ.


ຂ່າວ: ກະຊວງການຕ່າງປະເທດ

error: Content is protected !!