ດ່ານພາສີສາກົນບໍ່ເຕັນ ແຂວງຫຼວງນໍ້າທາ ຄາດຄະເນລາຍຮັບໝົດປີໄດ້ເກີນແຜນການ

ອີງຕາມການໃຫ້ສຳພາດຂອງທ່ານ ວິລະກອນ ເກດຕະວົງ ຫົວໜ້າດ່ານພາສີສາກົນບໍ່ເຕັນ ໃຫ້ຮູ້ວ່າ: ປີ 2022 ໄດ້ຮັບຕົວເລກແຜນການທັງໝົດ 515,5 ຕື້ກີບ, ເພີ່ມຂຶ້ນຈາກປີຜ່ານມາ 77,79% ຫຼື ປະມານ 225 ຕື້ກວ່າກີບ, ແນວໃດກໍຕາມຜ່ານການຊີ້ນຳ–ນຳພາ, ການເຄື່ອນໄຫວ, ການຈັດຕັ້ງປະຕິບັດວຽກງານວິຊາສະເພາະໃນໄລຍະ 8 ເດືອນຕົ້ນປີເຫັນວ່າການຈັດເກັບລາຍຮັບເຂົ້າງົບປະມານແຫ່ງລັດມີລັກສະນະຕັ້ງໜ້າ ແລະ ພົ້ນເດັ່ນຫຼາຍດ້ານ, ຊຶ່ງຄາດຄະເນລາຍຮັບໝົດປີຂອງດ່ານພາສີສາກົນບໍ່ເຕັນ ແຂວງຫຼວງນໍ້າທາ, ຈະໃຫ້ລື່ນແຜນການ  ຫຼື ເທົ່າກັບ102,81% ຂອງແຜນການປີ  ຫຼື ປະມານ 530 ຕື້ກີບ (ຄິດເປັນເງິນລື່ນແຜນປະມານ 14,5 ຕື້ກວ່າກີບ).ສະພາບລວມກ່ຽວກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງພາສີ ຢູ່ດ່ານພາສີສາກົນບໍ່ເຕັນ ແຂວງຫຼວງນໍ້າທາ, ຊຶ່ງປະກອບມີພະນັກງານ-ລັດຖະກອນທັງໝົດ 46 ທ່ານ, ຍິງ  07 ທ່ານ, ສະມາຊິກພັກ 36 ສະຫາຍ, ຍິງ 04 ສະຫາຍ, ສະມາຊິກພັກສໍາຮອງ 2 ສະຫາຍ ຂຶ້ນກັບໜ່ວຍພັກຄຸ້ມຄອງດ່ານສາກົນບໍ່ເຕ່ນ, ປະກອບມີ 4 ກຸ່ມວຽກ, ຕາມຂໍ້ຕົກລົງຂອງກົມພາສີ ສະບັບເລກທີ 7335/ກພສ,ລົງວັນທີ 20 ທັນວາ 2021 (ກຸ່ມວຽກບໍລິຫານ ແລະ ຄຸ້ມຄອງການແຈ້ງພາສີ; ກຸ່ມວຽກຄຸ້ມຄອງພາຫະນະ ແລະ ຜູ້ໂດຍສານ; ກຸ່ມວຽກກວດກາ ແລະ ຄຸ້ມຄອງສາງສິນຄ້າ; ກຸ່ມວຽກການອໍານວຍຄວາມສະດວກທາງດ້ານການຄ້າ ແລະ ຫັນເປັນທັນສະໄໝ).

ຜ່ານການຈັດຕັ້ງປະຕິບັດວຽກງານວິຊາສະເພາະເກັບລາຍຮັບໃນໄລຍະ 8 ເດືອນຜ່ານມາ, ດ່ານພາສີສາກົນບໍ່ເຕັນ, ໄດ້ສຸມໃສ່ການປັບປຸງກົງຈັກການຈັດຕັ້ງ, ປັບປຸງກົນໄກ, ແບບແຜນ, ວິທີເຮັດວຽກ, ປັບປຸງລະບົບການ ຄຸ້ມຄອງສາງສິນຄ້າ, ດ້ານການບໍລິການໃຫ້ມີຄວາມສະດວກວ່ອງໄວ, ເພື່ອຮັບປະກັນໄດ້ດ້ານລະບຽບກົດໝາຍ ໃຫ້ ມີຄວາມຮັດກຸມ, ຈັດຕັ້ງປະຕິບັດບັນດານິຕິກໍາຂອງກະຊວງການເງິນ ໂດຍສະເພາະຂອງກົມພາສີ ໂດຍສະເພາະ ທີ່ຕິດພັນກັບວາລະແຫ່ງຊາດ, ຈັດຕັ້ງປະຕິບັດຄໍາສັ່ງນາຍົກລັດຖະມົນຕີເປັນຕົ້ນ: ການຜັນຂະຫຍາຍຄຳສັ່ງຂອງນາ ຍົກລັດຖະມົນຕີ ວ່າດ້ວຍການເພີ່ມທະວີການຄຸ້ມຄອງ ແລະ ຕ້ານການຮົ່ວໄຫຼລາຍຮັບງົບປະມານແຫ່ງລັດ ສະບັບເລກທີ 18/ນຍ, ລົງວັນທີ 16 ກັນຍາ 2021.ສະນັ້ນ, ຈຶ່ງເຮັດໃຫ້ການຈັດເກັບລາຍຮັບເຂົ້າງົບປະມານແຫ່ງລັດມີລັກສະນະຕັ້ງໜ້າ ແລະ ພົ້ນເດັ່ນຫຼາຍດ້ານ, ຕາມແຜນການປີໄດ້ຮັບຕົວເລກທັງໝົດຈໍານວນ 515,5 ຕື້ກີບ, ເພີ່ມຂຶ້ນຈາກປີຜ່ານມາເທົ່າກັບ 77,79% ຫຼື ປະມານ 225 ຕື້ກວ່າກີບ, ສ່ວນແຜນການ 6 ເດືອນຕົ້ນປີ 2022 ເທົ່າກັບ 257,7 ຕື້ກວ່າກີບ, ສາມາດປະຕິບັດໄດ້ 290,8 ຕື້ກວ່າກີບເທົ່າກັບ 112,83% ລື່ນແຜນການ 33 ຕື້ກວ່າກີບເທົ່າກັບ 12,83% ແລະ ເທົ່າກັບ 56,42% ຂອງແຜນການປີ; ສົມທຽບໄລຍະດຽວກັນຂອງ 06 ເດືອນຕົ້ນປີ 2021 ແມ່ນເພີ່ມຂຶ້ນ 47,53% ຫຼືເທົ່າກັບ 93,6 ຕື້ກີບ.ສຳລັບການປະຕິບັດແຜນງົບປະມານແຫ່ງລັດ, ຊຶ່ງນັບແຕ່ຕົ້ນປີຮອດທ້າຍຮອດທ້າຍເດືອນກັນຍາປີ 2022 ປະຕິບັດໄດ້ 455,5 ຕື້ກວ່າກີບເທົ່າກັບ 88,36% ຂອງແຜນການປີ ແລະ ຄາດຄະເນໝົດປີ 2022 ຈະໃຫ້ໄດ້ຕາມແຜນການ ແລະ ຕັ້ງແຜນສູ້ຊົນໃຫ້ໄດ້ລື່ນແຜນການປີເທົ່າກັບ 102,81% ຂອງແຜນການປີ ຫຼື ເທົ່າກັບ 530 ຕື້ກີບ (ລື່ນແຜນການ  2,81% ເທົ່າກັບ 14,5 ຕື້ກວ່າກີບ).

ທ່ານ ວິລະກອນ ເກດຕະວົງ ຫົວໜ້າດ່ານພາສີສາກົນບໍ່ເຕັນ ໃຫ້ຮູ້ຕື່ມອີກວ່າ: ສາເຫດທີ່ພາໃຫ້ການຈັດເກັບລາຍຮັບໄດ້ລື່ນແຜນການ, ຍ້ອນການຊີ້ນຳ–ນໍາພາຈາກການນໍາທຸກຂັ້ນ (ທັງສູນກາງ ແລະ ທ້ອງຖິ່ນ) ນອກນັ້ນ, ໄດ້ຮັບການຮ່ວມມືຈາກຂະແໜງການກ່ຽວຂ້ອງ ໃນການອໍານວຍຄວາມສະດວກໃນການປະຕິບັດໜ້າທີ່ວິຊາສະ ເພາະ, ມີບັນດານິຕິກຳ, ລະບຽບກົດໝາຍ, ມີແບບແຜນວີທີເຮັດວຽກ, ແບ່ງຄວາມຮັບຜິດຊອບ, ມີເຄື່ອງມືທີ່ທັນສະໄໝເປັນການອຳນວຍຄວາມສະດວກເຂົ້າຮັບໃຊ້ວຽກງານເປັນຕົ້ນ: ລະບົບການແຈ້ງພາສີແບບເອເລັກໂຕຣນິກ (ASYCUDA) ແລະ ການຊໍາລະຜ່ານລະບົບ SMART TAX ເປັນເຄື່ອງມືອຳນວຍຄວາມສະດວກໃນການແຈ້ງພາສີເປັນລາຍລະອຽດ, ຊຳລະຄ່າພາສີ–ອາກອນ ແລະ ພັນທະອື່ນຂອງບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ, ນໍາໃຊ້ເຄຶ່ອງສາຍແສງຊ່ວຍໃນການກວດກາສິນຄ້າ, ນໍາໃຊ້ມີລະບົບ EASYPASS ເກັບຄ່າທຳນຽມຕ່າງໆຜ່ານລະ ບົບທະນາຄານ ແລະ ລະບົບຄຸ້ມຄອງພາຫະນະເຂົ້າ-ອອກ D53; ລະບົບແຈ້ງພາສີປະຕູດຽວ (LaoNational Single Window), ເຄື່ອງກວດກາດ້ວຍລະບົບສາຍແສງ (Scanner) ທັນສະໄໝ ແລະ ຄະນະດ່ານ, ພະນັກ ງານ, ເຈົ້າໜ້າທີ່ພາສີ, ໄດ້ເອົາໃຈໃສ່ຕໍ່ໜ້າທີ່ວຽກງານວິຊາສະເພາະ ແລະ ປະຕິບັດວຽກງານທີ່ຕົນຮັບຜິດຊອບຂອງຂັ້ນເທິງມອບໝາຍຢ່າງເຂັ້ມງວດ.

ຂໍ້ມູນຈາກ: https://www.mof.gov.la/index.php/2022/10/21

error: Content is protected !!