
ໃນເວລາ 13:00 ໂມງຂອງວັນທີ 19 ຕຸລາ 2022 ນີ້, ເຈົ້າໜ້າທີ່ຈຸດປະສານງານນາເຕີຍ (ແຂວງ ຫຼວງນໍ້າທາ), ພະແນກສືບສວນ-ສອບສວນ ແລະ ປາບປາມການລັກລອບໜີພາສີ, ໄດ້ຮັບແຫຼ່ງຂ່າວຈາກພົນລະເມືອງດີ, ຊຶ່ງອອກເຄື່ອນໄຫວວຽກວິຊາສະເພາະຕາມເສັ້ນທາງນ້ຳທາ-ນາເຕີຍ ເພື່ອຕິດຕາມ, ກວດກາລົດໃຫຍ່ປະເພດລົດຈິບ, ຍີ່ຫໍ້ Landrover ຈຳນວນ 01 ຄັນ.
ຜ່ານການກວດກາຕົວຈິງເຫັນວ່າເປັນລົດນໍາເຂົ້າບໍ່ຖືກຕ້ອງ, ຊຶ່ງໄດ້ດຳເນີນຂັ້ນຕອນສືບສວນ-ສອບສວນ ແລະ ໄດ້ມອບສຳນວນຄະດີ, ພາຫະນະຂອງກາງໃຫ້ພາສີປະຈຳແຂວງຫຼວງນ້ຳທາເປັນຜູ້ດຳເນີນການແກ້ໄຂຄະດີຕາມຂັ້ນຕອນຂອງກົດຫມາຍ ແລະ ລະບຽບການ.

ຂ່າວ: ກະຊວງການເງິນ