ບໍລິສັດລົດໄຟ ລາວ-ຈີນ ຝຶກຊ້ອມຮັບມື ເຫດການສຸກເສີນ

ໃນວັນທີ 18 ຕຸລາ 2022 ນີ້, ບໍລິສັດທາງລົດໄຟ ລາວ-ຈີນ ຈໍາກັດ ໄດ້ດຳເນີນການຝຶກຊ້ອມຮັບມືສຸກເສີນ ເພື່ອທົດສອບການເບກ ແລະ ຕ້ານການເລື່ອນຂອງລົດໄຟ EMU ເມື່ອຕ້ອງຈອດກະ ທັນຫັນ ຢູ່ທາງຄ້ອຍຊັນ, ພ້ອມທັງ ຝຶກອົບຮົມຄວາມສາມາດຮັບມືສຸກເສີນ ໃນການອົບພະຍົບຜູ້ໂດຍສານ ຫາກມີເຫດການໄຟໄໝ້ ໃນອຸໂມງທາງຍາວ ເພື່ອຮັບປະກັນວ່າ ຂັ້ນຕອນໃນການອົບພະຍົບ ໄດ້ຖືກຈັດຕັ້ງປະຕິບັດຢ່າງຖືກຕ້ອງ ແລະ ອຸປະກອນຕ່າງໆ ສາມາດໃຊ້ງານໄດ້ຢ່າງມີຄຸນນະພາບ ເພື່ອຄວາມປອດໄພຂອງຜູ້ໂດຍສານ.

ໃນການຝຶກຊ້ອມ ຄັ້ງນີ້, ຂະບວນລົດໄຟ EMU ໄດ້ເດີນທາງໄປຍັງຈຸດຝຶກຊ້ອມເຫດການສຸກເສີນລະຫວ່າງຊ່ວງຂຶ້ນຄ້ອຍເຂດຜາຕັ້ງ ແລະ ກາສີ, ເນື່ອງຈາກປັດໄຈທີ່ບໍ່ສາມາດຄາດເດົາໄດ້, ລົດໄຟຈໍາເປັນຕ້ອງໄດ້ທຳການເບກສຸກເສີນ, ຄົນຂັບລົດໄຟ ຈຶ່ງໄດ້ນຳໃຊ້ມາດຕະການເບກສຸກເສີນໝົດຂະບວນ. ສ່ວນພະນັກງານຈຸລົດ ໄດ້ກວດເບິ່ງສະພາບການຈອດລົດ, ບັນທຶກຂໍ້ມູນເຄື່ອງ. ການຝຶກຊ້ອມຄັ້ງນີ້ ຍັງໄດ້ກວດສອບວ່າການປະຕິບັດການເບກ ແລະ ການຕ້ານການເລື່ອນຂອງລົດໄຟ EMU ຢູ່ເທິງຄ້ອຍສູງຕອບສະໜອງມາດຕະຖານຄວາມປອດໄພຂອງການແລ່ນລົດໄຟ. ຫລັງຈາກນັ້ນ, ລົດໄຟ EMU ໄດ້ສືບຕໍ່ແລ່ນໄປເຖິງອຸໂມງ ນາສັງທອງ ແລະ ໄດ້ຈໍາລອງເຫດການໄຟໄໝ້ ທີ່ຕູ້ລົດໄຟເບີ 5 ແລະ ຈຳລອງອົບພະຍົບຜູ້ໂດຍສານໃຫ້ອອກໄປຈາກລົດໄຟ ໂດຍການນຳທາງຜູ້ໂດຍສານ ໄປຍັງປະຕູທາງອອກສຸກເສີນຂອງອຸໂມງ ແລະ ອອກໄປຍັງຈຸດປອດໄພ.

ຜ່ານການຝຶກຊ້ອມ ຮັບມືເຫດການສຸກເສີນໃນຄັ້ງນີ້, ໄດ້ກວດສອບສະພາບການສົ່ງຂໍ້ມູນ, ການຮັບມືກັບເຫດການສຸກເສີນສະເພາະໜ້າ ແລະ ການປະຕິບັດມາດຕະການຂອງພະນັກງານຄວບຄຸມການເດີນລົດ, ຄົນຂັບລົດໄຟ, ພະນັກງານຈຸລົດໄຟ, ຊ່າງກົນຈັກເທິງລົດໄຟ ແລະ ເຈົ້າໜ້າທີ່ຕຳຫລວດ ພາຍຫລັງເກີດເຫດສຸກເສີນເທິງລົດໄຟ ແລະ ໄດ້ທົດສອບວ່າ ແຜນການເຄື່ອນຍ້າຍຜູ້ໂດຍສານໃນອຸໂມງທາງຍາວ ແມ່ນຖືກຕ້ອງຕາມຫລັກວິທະຍາສາດ, ສົມເຫດສົມຜົນ ແລະ ເປັນໄປໄດ້, ບໍ່ວ່າຈະເປັນສັນ ຍານເຕືອນໄພ, ແສງໄຟສຸກເສີນ, ການສື່ສານ ແລະ ອຸປະກອນອື່ນໆ ໃນອຸໂມງແມ່ນຢູ່ໃນສະພາບດີ, ພະນັກງານມີຄວາມຄຸ້ນເຄີຍກັບຈຸດເຄື່ອນຍ້າຍສຸກເສີນ ແລະ ມີຄວາມຊໍານິຊໍານານ ໃນການນໍາໃຊ້ໄຟສຸກເສີນ, ອຸປະກອນສື່ສານ, ການລະບາຍອາກາດ ແລະ ອຸປະກອນອື່ນໆທີ່ຖືກຕ້ອງ, ທັງຮັບປະກັນຄວາມປອດໄພໃນການແລ່ນລົດ ກໍຄື ຊີວິດ ແລະ ຊັບສິນຂອງຜູ້ໂດຍສານຢູ່ເທິງລົດໄຟ.

ຂ່າວ: ທະນູທອງ ຂໍ້ມູນ-ພາບ: ບໍລິສັດລົດໄຟ ລາວ-ຈີນ

error: Content is protected !!