ພາບນ້ອງນັກຮຽນ, ຄູອາຈານ ເກັບຜັກ ເຊິ່ງເປັນຜົນລະປູກຂອງໂຮງຮຽນມາໂຮມກັນ ເພື່ອຂາຍ ແລະ ນໍາໄປປຸງແຕ່ງອາຫານ ເອີ້ນໄດ້ວ່າເປັນແນວຄິດທີ່ດີ ໃນການຫັນສວນດອກໄມ້ທີ່ໜ້າໂຮງຮຽນ ໃຫ້ ເປັນສວນຜັກ ເພື່ອໃຫ້ໄດ້ປະໂຫຍດທີ່ຫຼາຍກວ່າ, ເພາະດັ່ງທີ່ຮູ້ກັນ ປັດຈຸບັນພືດຜັກ ແລະ ເຄື່ອງບໍລິໂພກແມ່ນມີລາຄາເໜັງຕີງສູງຂຶ້ນຫຼາຍ ຖ້າເຮົາປູກໄວ້ເພື່ອບໍລິໂພກ ຫຼື ເຫຼືອແລ້ວ ກໍສາມາດຂາຍສ້າງລາຍຮັບໄດ້.
ຕາມຂໍ້ມູນ ໂຮງຮຽນມໍຕົ້ນດອກເຜິ້ງ ຢູ່ລະຫວ່າງກາງບ້ານດອກເກດ ແລະ ບ້ານ ຫ້ວຍເຜິ້ງ, ເມືອງ ເງິນ, ແຂວງ ໄຊຍະບູລີ.



ພາບໂດຍ: ໂຮງຮຽນມໍຕົ້ນດອກເຜິ້ງ