ສານອາຫານ ຕ້ານອະນຸມູນອິດສະຫຼະ

ສີຂອງໝາກໄມ້ ນອກຈາກຈະພາໃຫ້ຢາກກິນແລ້ວ ຍັງເປັນສາລະພັດເຄມີ ທີ່ພືດສ້າງຂຶ້ນ ເຊິ່ງຮຽກວ່າ ໄຟໂຕນິວທຣຽນ ທີ່ຈະມີສີ ແລະ ຄຸນປະໂຫຍດສະເພາະ ຕ່າງກັນໄປ. ມັນເປັນສານຕ້ານອະນຸມູນອິດສະຫຼະ ທີ່ພົບໄດ້ສະເພາະພືດເທົ່ານັ້ນ, ຊ່ວຍໃຫ້ຮ່າງກາຍເກີດຄວາມສົມດຸນ, ກຳຈັດສານພິດ, ຊ່ວຍໃຫ້ລະບົບພູມຄຸ້ມກັນຂອງຮ່າງກາຍເຮັດວຽກຢ່າງມີປະສິດທິພາບ, ຄວບຄຸມການເຮັດວຽກຂອງຮໍໂມນ, ຊ່ວຍໃຫ້ຜິວພັນສົດໃສ ແລະ ສະໝອງປອດໂປ່ງ, ຕໍ່ຕ້ານການອັກເສບ, ຄວບຄຸມການຈະເລີນເຕີບໃຫຍ່ຂອງຈຸລັງ.

ບັນດາສານອາຫານ ທີ່ຊ່ວຍຕ້ານອະນຸມູນອິດສະຫຼະ

  • CHOROPHYLL ຄໍໂລຟິວ ສີຂຽວ: ຕ້ານອະນຸມູນອິດສະຫຼະ, ບໍາລຸງຜິວ, ຫຼຸດຮ່ອງຮອຍ, ໃຍອາຫານສູງ, ບໍ່ອ້ວນ, ຊ່ວຍລະບົບຂັບຖ່າຍ. ມີຢູ່ໃນຜັກໃບຂຽວ, ກາດນາ, ​ສາຫຼ່າຍບາງຊະນິດ, ຜັກຕຳນິນ, ແອັບເປິນສີຂຽວ, ສີດາ ແລະ ຜັກກາດ.
  • ANTHOCYANI ແອນໂທໄຊຍານິນ ສີມ່ວງ ແລະ ມ່ວງອົມຂາວ: ທຳລາຍສານທີ່ເຮັດໃຫ້ເກີດມະເຮັງ, ກະຕຸ້ນການເຮັດວຽກຂອງຈຸລັງ, ຖ່ວງຄວາມແກ່, ບຳລຸງເສັ້ນຜົມ. ມີຢູ່ໃນໝາກໄມ້ຕະກູນເບີຣີ່, ໝາກເຂືອສີມ່ວງ, ດອກອັນຊັນ, ກະລໍ່າສີມ່ວງ, ມັນດ້າງສີມ່ວງ ແລະ ຫົວຜັກບົ່ວແດງ.
  • XANTHONE ແຊນໂທນສີຂາວ ຫຼື ນໍ້າຕານອ່ອນ: ຊ່ວຍຫຼຸດອາການອັກເສບ, ຊ່ວຍຮັກສາລະດັບນໍ້າຕານໃນເລືອດ. ມີຢູ່ໃນ ຂີງ, ຂ່າ, ກະທຽມ, ຊະນາຣີ່, ເຫັດ, ​ໝາກເດືອຍ, ຫົວຜັກກາດຂາວ, ຖົ່ວເຫຼືອງ, ດອກກະລໍ່າ, ຖົ່ວງອກ, ງາຂາວ, ສາລີ, ລອງກອງ, ລິ້ນຈີ່, ລຳມຸດ ແລະ ຫົວແຫ້ວ.
  • LYCOPENE & BETACYCIN ສີແດງ: ບໍາລຸງຫົວໃຈ, ​ຫຼຸດຄວາມສ່ຽງໃນການເກີດມະເຮັງທີ່ຕ່ອມອັນທະ, ເບຕາໄຊຊີນ, ບຳລຸງປອດ, ຫຼຸດການເກີດສິວເຮັດໃຫ້ຮອຍບາດແຜຈາງລົງ. ມີຢູ່ໃນ ໝາກເຫຼ່ນ, ສະຕໍເບີຣີ່,  ເຊີຣີ່, ໝາກໂມ ແລະ ສົ້ມພໍດີ.
  • LUTEIN & BETA-CAROTENE & HESPERIDIN ລູທີນ: ບໍາລຸງສາຍຕາ, ຫຼຸດລະດັບຄໍເລດສະເຕີຣອນ, ເສີມສ້າງລະບົບພູມຄຸ້ມກັນ,​ ເບຕ້າແຄໂຣທີນ ຫຼຸດໄຂມັນຕີບຕັນ, ​ຫຼຸດຄວາມເສື່ອມຂອງຈຸລັງ, ບຳລຸງຫົວໃຈ ແລະ ຫຼອດເລືອດ. ມີຢູ່ໃນ ໝາກກ້ຽງ, ກາຣົດ, ໝາກນາວ, ໝາກນັດ, ໝາກອຶ, ມັນດ້າງ, ໝາກມີ້, ໝາກໜອດ, ສາລີ, ກ້ວຍ ແລະ ເມລອນ.
error: Content is protected !!