ເວົ້າໄດ້ວ່າໃນປັດຈຸບັນ ວົງການ ເທັກໂນໂລຢີ ກໍມີການພັດທະນາຢ່າງກ້າວກະໂດດ ສິ່ງທີ່ເຮົາເຄີຍຈິນຕະນາການ ບໍ່ຄາດຄິດວ່າຈະເດີດຂຶ້ນແທ້ ແຕ່ດຽວນີ້ ກໍມີບຸກຄົນທີ່ມີຄວາມສາມາດພັດທະນາໃຫ້ເກີດຂຶ້ນຈິງໄດ້. ເຊິ່ງຫຼ້າສຸດ ສໍານັກຂ່າວ ຊິນຫົວ ໄດ້ລາຍງານວ່າ ໃນວັນທີ 14 ຕຸລາ ທີ່ຜ່ານມາ ໄດ້ເປີດໂຕບິນ ສາທາລະນະ ທີ່ນະຄອນ ດູໃບ ໃນວັນທີ 11/10/2022 ຜ່ານມາ ເຊິ່ງໃຊ້ເວລາບິນຢູ່ໃນອາກາດດົນເຖິງ 90 ວິນາທີ.

ລົດໄຟຟ້າບິນໄດ້ນີ້ ແມ່ນໄດ້ພັດທະນາ ແລະ ຜະລິດໂດຍບໍລິສັດ XPeng ຂອງ ຈີນ ເຊິ່ງໄດ້ເປີດໂຕບິນ
ລົດໄຟຟ້າບິນໄດ້ X2 eVTOL (electric Vertical Take-Off and Landing) ເປັນລົດໄຟຟ້າ ຂະຫນາດສອງບ່ອນນັ່ງ ທີ່ສາມາດບິນຂຶ້ນ ແລະ ລົງຈອດໄດ້ໃນທາງຕັ້ງ ໂດຍໃຊ້ໃບພັດ 8 ໃບ ທີ່ຕິດຕັ້ງຢູ່ 4 ແຈ, ແຈລະ 2 ໃບ ສາມາດບັນຈຸຄົນນັ່ງໄດ້ 2 ຄົນ.


ຄລິບບິນ: https://youtu.be/nqy7e3vcnk4