
ວັນທີ 18-20 ຕຸລາ 2022 ໄດ້ຈັດຝຶກອົບຮົມ ເພື່ອຍົກລະດັບມາດຕະຖານ ຂອງການບໍລິການນັກທ່ອງທ່ຽວ ໃຫ້ແກ່ບັນດາຜູ້ປະກອບການຮ້ານອາຫານ, ໂຮມແຮມ, ເຮືອນພັກ ແຂວງຄຳມ່ວນ ໂດຍການເປັນປະທານຂອງທ່ານ ມະໂນທອງ ພົງສະຫວັດ ຮອງຫົວໜ້າພະແນກຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ແຂວງ ຄໍາມ່ວນ, ມີນັກວິທະຍາກອນຈາກຂະແໜງທ່ອງທ່ຽວ ພະແນກ ຖວທ ແຂວງ ແລະ ນັກສຳມະນາກອນທີ່ເປັນຜູ້ປະກອບການທຸລະກິດການທ່ອງທ່ຽວ ແລະ ຜູ້ບໍລິຫານຮ້ານອາຫານ, ໂຮງແຮມ, ເຮືອນພັກ ພາຍໃນແຂວງເຂົ້າຮ່ວມ.

ຊຸດຝຶກອົບຮົມຄັ້ງນີ້ ແມ່ນໄດ້ຮຽນຮູ້ເຖິງ ບົດຮຽນກ່ຽວກັບຄວາມຮູ້ພື້ນຖານກ່ຽວກັບການຕ້ອນຮັບນັກທ່ອງທ່ຽວ ໂດຍສະເພາະ ການສ້າງຄວາມເປັນມິດ ແລະ ເຮັດໃຫ້ນັກທ່ອງທ່ຽວມີຄວາມອົບອຸ່ນ, ການໃຫ້ຄວາມສະດວກສະບາຍ, ການໃຫ້ຂໍ້ມູນຂ່າວສານ, ການປະຕິບັດຕໍ່ຄຳຮຽກຮ້ອງຂອງນັກທ່ອງທ່ຽວ, ຄຸນລັກສະນະຂອງການຕ້ອນຮັບທີ່ດີ, ມາດຕະຖານຂອງການບໍລິການຕ້ອນຮັບນັກທ່ອງທ່ຽວ, ທັກສະການບໍລິການ ອາຫານ ແລະ ເຄື່ອງດື່ມ, ທັກສະການບໍລິການແມ່ບ້ານ ພ້ອມນີ້ ນັກສຳມະນາກອນຍັງໄດ້ລົງຝຶກຕົວຈິງ ທີ່ຮ້ານອາຫານ ແລະ ໂຮງແຮມ ເພື່ອປະຕິບັດຕົວຈິງໃນການຈັດໂຕະອາຫານທີ່ຖືກຕ້ອງຕາມມາດຕະຖານສາກົນ, ການໃຫ້ບໍລິການແຂກໃນເວລາຮັບປະທານອາຫານທີ່ຖືກຕ້ອງ.

ຈຸດປະສົງໃນການຝຶກອົບຮົມຄັ້ງນີ້ ແມ່ນເພື່ອແນໃສ່ເຮັດໃຫ້ຜູ້ປະກອບການ ແລະ ຜູ້ບໍລິຫານ ຮ້ານອາຫານ, ໂຮງແຮມ, ເຮືອນພັກ ໄດ້ຍົກລະດັບທາງດ້ານຄວາມຮູ້, ຄວາມສາມາດ ທາງດ້ານການບໍລິຫານ, ການບໍລິການ ທີ່ຖືກຕ້ອງ ເພື່ອເປັນເຈົ້າພາບທີ່ດີໃນການຕ້ອນຮັບນັກທ່ອງທ່ຽວ, ສະໜອງການບໍລິການຕ້ອນຮັບ, ປະຕິບັດຕໍ່ນັກທ່ອງທ່ຽວຢ່າງຖືກຕ້ອງ, ບໍລິການອາຫານ ແລະ ເຄື່ອງດື່ມ ໃຫ້ເກີດຄວາມປະທັບໃຈ ແລະ ຮັບປະກັນທາງດ້ານຄຸນນະພາບຂອງການບໍລິການ ແນໃສ່ສ້າງຄວາມເຂັ້ມແຂງໃຫ້ແກ່ຜູ້ປະກອບການຮ້ານອາຫານ, ໂຮງແຮມ, ເຮືອນພັກ ຢູ່ພາຍໃນແຂວງ ເພື່ອສ້າງເງື່ອນໄຂທີ່ດີໃນການດຶງດູດນັກທ່ອງທ່ຽວ ໃຫ້ເຂົ້າມາທ່ຽວແຂວງຄຳມ່ວນນັບມື້ຫຼາຍຂຶ້ນໃນອະນາຄົດ.
ຂ່າວ: khammouanenews