ພະແນກການເງິນ ແຂວງ ອັດຕະປື ມອບລົດຈັກໃຫ້ໂຮງຮຽນເຕັກນິກວິຊາຊີບ ແລະ ສູນພັດທະນາສີມືແຮງງານ

ໂດຍປະຕິບັດຕາມຂໍ້ຕົກລົງ ວ່າດ້ວຍ ມອບ-ຮັບລົດຈັກ ໃຫ້ບຸກຄົນ ທີ່ສານໄດ້ຕັດສິນຮີບເປັນຂອງລັດ,ທີ່ມີການເປ້ເຟ ເປັນໂຄງເຫຼັກເສດ ແລະ ອິງຕາມກົດໝາຍ ວ່າດ້ວຍຊັບສິນຂອງລັດ, ດັ່ງນັ້ນ ພະແນກການເງິນ ແຂວງ ອັດຕະປື ຈຶ່ງໄດ້ເຫັນດີມອບລົດຈັກ ທີ່ເປ້ເພໃຊ້ບໍ່ໄດ້ເປັນເຫຼັກເສດໃຫ້ ໂຮງຮຽນເຕັກນິກວິຊາຊີບແບບປະສົມ ແຂວງ ອັດຕະປື ຈຳນວນ 17 ຄັນ ແລະ ມອບໃຫ້ສູນພັດທະນາສີມືແຮງງານຈໍານວນ 10 ຄັນ. ເພື່ອໃຫ້ໂຮງຮຽນເຕັກນີກວິຊາຊີບ ແລະ ສູນພັດທະນາສີມືແຮງງານຂອງແຂວງ ນໍາໄປໜູນໃຊ້ເຂົ້າໃນການຮຽນ-ການສອນຂອງນັກສືກສາ ແລະ ຜູ້ທີ່ເຂົ້າມາເຝີກອົບຮົມດ້ານສີມືແຮງງານຢູ່ສູນພັດທະນາສີມືແຮງງານຂອງແຂວງ, ທັງນີ້ ກໍເພື່ອເປັນການສົ່ງເສີມ ແລະ ສ້າງຊັບພະຍາກອນມະນຸດ ໃຫ້ມີຄຸນນະພາບ ລວມທັງເປັນການສ້າງວຽກເຮັດງານທໍາໃຫ້ ຊາວໜຸ່ມ-ໄວໜຸ່ມ ພາຍໃນແຂວງ ອັດຕະປື ມີວິຊາຊີບທີ່ໝັ້ນຄົງ ແລະ ສ້າງລາຍຮັບແກ້ໄຂຄວາມທຸກຍາກ.

ພິທີມອບ-ຮັບຢ່າງເປັນທາງການໄດ້ຈັດຂຶ້ນ ເມື່ອວັນທີ 27 ເມສາ 2022 ນີ້ ທີ່ພະແນກການເງິນແຂວງ,ໂດຍການກ່າວມອບຂອງທ່ານ ທູນໄຊ ເມກດາວົງ ຮອງຫົວໜ້າພະແນກການເງິນ ແຂວງ ອັດຕະປື ແລະ ຕ່າງໜ້າກ່າວຮັບໂດຍ ທ່ານ ຖາວອນ ສຸກດາວົງ ອໍານວຍການໂຮງຮຽນເຕັກນິກວິຊາຊີບແບບປະສົມແຂວງ ໂດຍຊ້ອງໜ້າພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ຂ່າວຍັງໃຫ້ຮູ້ຕື່ມວ່າ: ໃນວັນດຽວກັນນີ້ທາງພະແນກການເງິນ ແຂວງ ອັດຕະປື ຍັງໄດ້ຈັດພິທີທຳລາຍ ໂທລະສັບມືຖື ທີ່ສານຕັດສິນຮີບມາເປັນຂອງລັດຈາກຄະດີ ຢາເສບຕິດ ຈໍານວນ 59 ໜ່ວຍ ແລະ ໂມງອີກ 2 ໜ່ວຍ .

ຂໍ້ມູນຂ່າວ: ໄຊຈະເລີນ

error: Content is protected !!