ສົ່ງເສີມການພັດທະນາວິຊາຊີບຄູ ຜ່ານສາລະຄະດີ ຄູຕົວແບບໃໝ່

ເມື່ອບໍ່ດົນມານີ້, ທີມງານໂທລະພາບ, ວິທະຍຸ ແລະ ໜັງສືພິມ ຈາກສູນໂຄສະນາຂ່າວສານການສຶກສາ ແລະ ກິ ລາ, ກະຊວງສຶກສາທິການ ແລະ ກິລາ ໄດ້ສ້າງວິດີໂອ ທີ 3 ຂອງສາລະຄະດີ ຄູຕົວແບບໃໝ່ໂດຍໄດ້ສຳພາດ ທ່ານ ອາ ຈານ ໂພທອງ ພົງສົງຄາມ ກ່ຽວກັບ ຄວາມສຳຄັນຂອງການສະໜັບສະໜູນການພັດທະນາວິຊາຊີບຄູ ເຊິ່ງເປັນໜຶ່ງໃນຄູຕົວແບບໃໝ່ ແລະ ເປັນຄູຝຶກຜູ້ດຸໝັ່ນຈາກແຂວງສາລະວັນ ທີ່ໄດ້ອຸທິດຕົນເພື່ອວຽກງານດັ່ງກ່າວ. ພ້ອມທັງເປັນຜູ້ໜຶ່ງທີ່ໄດ້ເຂົ້າຮ່ວມການເປັນຄູຝຶກຫລັກແຫລ່ງ ແລະ ເປັນຄູຝຶກຂັ້ນແຂວງ ເຊິ່ງໄດ້ຝຶກອົບຮົມຄູໃນຫລັກສູດໃໝ່ ທັງຕິດຕາມ ແລະ ຊ່ວຍເຫລືອຄູຕະຫລອດໄລຍະຂອງສົກຮຽນ.

ອາຈານ ໂພທອງ ໄດ້ກ່າວວ່າ: ຂ້າພະເຈົ້າເຫັນວ່າສິ່ງທີ່ໜ້າປະທັບໃຈທີ່ສຸດໃນຫລັກສູດສະບັບປັບປຸງໃໝ່ນີ້ ເຊິ່ງເປັນວິທີການສອນ ແລະ ການຮຽນຮູ້ແບບໃໝ່. ຫລັກສູດໃໝ່ນີ້ເຫັນວ່າແທດເໝາະກັບເດັກນ້ອຍທຸກຄົນຫລາຍຂຶ້ນ ແລະ ເດັກນ້ອຍທຸກຄົນມີໂອກາດເຂົ້າຮ່ວມໄດ້. ການຝຶກອົບຮົມ ແລະ ການຊ່ວຍເຫລືອຄູໃນໄລຍະຂອງພາກຮຽນ ແມ່ນມີຄວາມສຳຄັນຫລາຍ ເພື່ອຮັບປະກັນການສິດສອນທີ່ດີ ແລະ ໝາກຜົນທີ່ເຫັນໄດ້ກໍແມ່ນຜົນການຮຽນຂອງນັກຮຽນທີ່ດີຂຶ້ນ. ພ້ອມນີ້, ຄູນິເທດມີບົດບາດເພື່ອສະໜັບ ສະໜູນຄູ ດ້ວຍການແນະນຳເຕັກນິກໃໝ່ ແລະ ຊ່ວຍເຂົາ ເຈົ້າແກ້ໄຂບັນຫາທີ່ໄດ້ພົບພໍ້ໃຫ້ທັນເວລາ.

ສຳລັບ ເຄື່ອງມືທີ່ຂ້າພະເຈົ້າໃຊ້ຫລາຍທີ່ສຸດໃນລະ ຫວ່າງການຢ້ຽມຢາມແມ່ນການສັງເກດໃນຫ້ອງຮຽນ, ການວາງແຜນການສອນ ແລະ ການສອນຮ່ວມກັນ ທັງນີ້ວິທີ ການ​ສັງ​ເກດ​ການ​ໃນ​ຫ້ອງ​ຮຽນ​ ຊ່ວຍໃຫ້ຮູ້ວ່າຈຸດໃດທີ່ຄູຕ້ອງການຊ່ວຍເຫລືອ​ເພີ່ມ​ຕື່ມ. ເມື່ອຮູ້ບັນຫາ, ກໍ່ຈະສາມາດໃຫ້ຄຳແນະນຳໄດ້. ຂ້າພະ​ເຈົ້າ​ຍັງໄດ້ຊ່ວຍເຫລືອ​ຄູ​ວາງ​ແຜນ​ບົດສອນ​ຂອງ​ຕົນ ​ແລະ ນຳ​ເອົາ​ແນວ​ຄິດ​ການຮຽນ ດ້ວຍການປະຕິບັດຕົວຈິງ ມານຳໃຊ້​ໃນ​ຫ້ອງ​ຢ່າງ​ມີ​ປະສິດທິ​ຜົນ.

ທ່ານ ໂພທອງ ໄດ້ກ່າວຕື່ມວ່າ: ກຸ່ມວັອດແອັບ ແມ່ນສຳຄັນຫລາຍສຳລັບການຕິດຕາມ ຫລັງການໄປຢ້ຽມຢາມໂຮງຮຽນ ແລະ ສຳລັບໂຮງຮຽນທີ່ຢູ່ຫ່າງໄກສອກຫລີກ ທີ່ຍາກໃນການເດີນທາງໄປຢ້ຽມຢາມໄດ້ເລື້ອຍໆ. ຄູສາມາດສົ່ງຄໍາຖາມຂອງເຂົາໄປຍັງກຸ່ມ ແລະ ຂ້າພະເຈົ້າກໍສາມາດໃຫ້ຄໍາແນະນໍາຕາມປະສົບການຂອງຕົນ ຫລື ອາດແນະນໍາໃຫ້ເບິ່ງໜຶ່ງໃນວິດີໂອ ສຳລັບການພັດທະນາຄູ ທີ່ມີທາງຊ່ອງຢູທູບ. ມາຮອດປັດຈຸບັນນີ້ ພວກເຮົາໄດ້ສ້າງ ບົດຮຽນທັງໝົດ 8 ບົດແລ້ວ. ຊຸດອຸປະກອນຊ່ວຍເຫລືອຄູແມ່ນໄດ້ຖືກນຳໃຊ້ໂດຍຄູນິເທດ ໂດຍສະເພາະແມ່ນຄູຝຶກຂັ້ນແຂວງ. ອຸປະກອນຊ່ວຍເຫລືອຄູ ແມ່ນເອກະສານແຍກອິດສະຫລະ ການຝຶກອົບຮົມແມ່ນກ່ຽວກັບການແກ້ໄຂບັນຫາທີ່ຄູປະຈຳການມັກຈະພົບພໍ້ ເຊັ່ນ ການບໍລິຫານຫ້ອງຮຽນ, ການເຮັດກິດຈະກຳເປັນຄູ່ ຫລື ເປັນກຸ່ມ. ຊຸດອຸປະກອນຊ່ວຍເຫລືອຄູ ແມ່ນປະກອບມີຮູບພາບຂອງຫ້ອງຮຽນໃນລາວ ເພື່ອຊ່ວຍໃຫ້ຄູຝຶກ, ຄູຝຶກຫລັກແຫລ່ງ ແລະ ຄູປະຈໍາການ ສາມາດຈິນຕະນາການ ການສອນໃນສະພາບແວດລ້ອມຕົວຈິງ.

ໂຄງການ ສາລະຄະດີ ຄູຕົວແບບໃໝ່ ໄດ້ຮັບການສະ ໜັບສະໜູນຈາກລັດຖະບານອົດສະຕຣາລີ ໂດຍຜ່ານແຜນງານບີຄວາ ເຊິ່ງມີຈຸດປະສົງເພື່ອສົ່ງເສີມ ແລະ ຊຸກຍູ້ໃຫ້ມີ ການຖອດຖອນບົດຮຽນຂອງການປະຕິບັດການສອນທີ່ດີທີ່ສຸດ ເພື່ອຊຸກຍູ້ການຈັດຕັ້ງປະຕິບັດຫລັກສູດໃໝ່ໃຫ້ປະ ສົບຜົນສຳເລັດ ແລະ ສະແດງໃຫ້ເຫັນຕົວຢ່າງທີ່ດີຂອງການຮຽນ-ການສອນຂັ້ນປະຖົມທີ່ເໝາະສົມສຳລັບເດັກທຸກຄົນ. ກົດລິ້ງເພື່ອຮັບຊົມວິດີໂອນີ້: https://www.youtube.com/watch?v=xvqulgKjPJI&t=98s

error: Content is protected !!