ປີນີ້ ເມືອງ ຊຽງເງິນ ຈະມີລາຍຮັບຈາກການເກັບຄ່າທຳນຽມນຳໃຊ້ທີ່ດິນຫຼາຍກວ່າ 1 ຕື້ກີບ

ຫວ່າງບໍ່ດົນມານີ້ ທີ່ສະໂມສອນໃຫຍ່ ເມືອງ ຊຽງເງິນ, ແຂວງ ຫຼວງພະບາງ ໄດ້ຈັດກອງປະຊຸມການຈັດເກັບລາຍຮັບຄ່າທຳນຽມນຳໃຊ້ທີ່ດິນ, ນ້ຳລິນ, ຝາຍນ້ຳລົ້ນ, ອາກອນລາຍໄດ້ ແລະ ຄ່າທຳນຽມອື່ນໆ ປະຈຳປີ 2022, ໂດຍມີ ທ່ານ ສົມແວວເພັດ ດວງປະສິດ ເຈົ້າເມືອງຊຽງເງິນ ພ້ອມດ້ວຍຫົວໜ້າ-ຮອງຫົວໜ້າຫ້ອງການ, ຜູ້ຊີ້ນຳແຕ່ລະບ້ານ ແລະ ວິຊາການເຂົ້າຮ່ວມ.

ໃນພິທີບັນດາຜູ້ເຂົ້າຮ່ວມໄດ້ເຊື່ອມຊຶມວິທີການລົງເກັບຄ່າທຳນຽມນຳໃຊ້ທີ່ດິນ, ນ້ຳລິນ ແລະ ຝາຍນ້ຳລົ້ນ, ທັງໄດ້ກຳນົດອັດຕາເກັບຄ່າທຳນຽມນຳໃຊ້ທີ່ດິນ ແລະ ຄ່າທຳນຽມແຕ່ລະປະເພດ ເພື່ອໃຫ້ບັນລຸຄາດໝາຍສູ້ຊົນຈັດເກັບລາຍຮັບຈາກຄ່າທຳນຽມໃນປີ 2022 ຕາມຄາດຄະເນໃຫ້ໄດ້ 1 ຕື້ 300 ລ້ານ ກວ່າກີບ.

ໂອກາດນີ້ທ່ານເຈົ້າເມືອງຊຽງເງິນ ໄດ້ເນັ້ນໜັກໃຫ້ຄະນະຮັບຜິດຊອບພ້ອມກັນສຸມໃສ່ເຄື່ອນໄຫວຈັດເກັບລາຍຮັບໃຫ້ບັນລຸຕາມແຜນການ ພ້ອມທັງສຶກສາອົບຮົມໃຫ້ປະຊາຊົນບັນດາເຜົ່າຕື່ນຕົວມອບພັນທະໃຫ້ຖືກຕ້ອງຕາມລະບຽບ.

ຂ່າວ-ພາບ: ໄຊຍະສອນ ພັນທະວົງ

error: Content is protected !!