ລາວ ກຽມພັດທະນາພະລັງງານສະອາດ ຢູ່ສາມແຂວງພາກເໜືອ

ໃນວັນທີ 17 ຕຸລາ 2022, ທີ່ໂຮງແຮມແລນມາກ ນະຄອນຫລວງວຽງຈັນ, ໄດ້ລົງນາມໃນບົດບັນທຶກຄວາມເຂົ້າໃຈ ເພື່ອເກັບກໍາຂໍ້ມູນຂອບເຂດເນື້ອທີ່ ແລະ ສຶກສາຄວາມເປັນໄປໄດ້ ໂຄງການພັດ ທະນາພະລັງງານສະອາດ ຄົບວົງຈອນ ຢູ່ແຂວງຜົ້ງສາລີ, ຫລວງນໍ້າທາ ແລະ ອຸດົມໄຊ ລະຫວ່າງທ່ານ ນາງ ພອນວັນ ອຸທະວົງ ຮອງລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ແລະ ທ່ານ ຄ້າຍ ຫົວຫ່າງ ປະທານ ບໍລິສັດພະລັງງານເອດຣາ. ໂດຍມີທ່ານ ຄໍາເຈນ ວົງໂພສີ ລັດຖະມົນຕີກະຊວງແຜນ ການ ແລະ ການລົງທຶນ, ທ່ານ ດາວວົງ ພອນແກ້ວ ລັດຖະມົນຕີວ່າການກະຊວງພະລັງງານ-ບໍ່ແຮ່, ທ່ານ ຈຽງ ຈາຍ ຕົ້ງ ເອກອັກຄະລັດຖະທູດ ວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປ ຈີນ ປະຈໍາລາວ, ເຈົ້າ ແຂວງຜົ້ງສາ ລີ ຫລວງນໍ້າທາ ແລະ ອຸດົມໄຊ ພ້ອມດ້ວຍພາກສ່ວນກ່ຽວຂ້ອງ ເຂົ້່າຮ່ວມ.

ທ່ານ ຫລີ ອີ້ ຫລຸນ ອຳນວຍການ ບໍລິສັດ ຊີຈີເອັນລາວ (ສປ ຈີນ) ກ່າວວ່າ: ປັດຈຸບັນບໍລິສັດພວກເຮົາໄດ້ພັດທະນາໂຄງການພະລັງງານສະອາດ ມີສາຂາ 5 ແຫ່ງ, ມູນຄ່າການລົງທຶນທັງໝົດ 900 ຕື້ຢວນ, ກໍາລັງການຜະລິດ 72 ລ້ານກິໂລວັດ ໃນ ສປ ຈີນ, ມີກໍາລັງຕິດຕັ້ງ 30 ລ້ານກວ່າກິໂລວັດ, ນອກນັ້ນແມ່ນຢູ່ຕ່າງປະເທດ ລ້ານກວ່າກິໂລວັດ ໃນປະເທດໃນອາຊີຕາເວັນອອກສຽງໃຕ້ ອີຢິບ ຝຣັ່ງ ບຣາຊິນ ແລະ ອື່ນໆ. ສໍາລັບການລົງນາມເທື່ອນີ້ ແມ່ນປະຕິບັດຕາມຍຸດທະສາດ ພາຍໃຕ້ຄູ່ຮ່ວມຊະຕາກໍາດຽວກັນ ຂອງສອງປະເທດ ລາວ-ຈີນ ໃຫ້ປະສົບຜົນສຳເລັດເປັນຈິງ ໂດຍສະເພາະແມ່ນການເຊື່ອມໂຍງຕາຂ່າຍໄຟຟ້າລະຫວ່າງສອງປະເທດ ແມ່ນມີຄວາມສໍາຄັນຫລາຍ ເຊິ່ງຈະຊ່ວຍປ່ຽນແຜນການ ໃຫ້ເປັນການຈັດຕັງປະຕິບັດ ແລະ ປ່ຽນແນວຄິດ ໃຫ້ເປັນຮູບປະທໍາ.

ທ່ານ ນາງ ພອນວັນ ອຸທະວົງ ກ່າວວ່າ: ສຳລັບການເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໃນຄັ້ງນີ້ ແມ່ນບາດກ້າວສຳຄັນ ເພື່ອໃຫ້ບໍລິສັດໄດ້ປະສານສົມທົບກັບຂະແໜງການກ່ຽວຂ້ອງສູນກາງ ແລະ ທ້ອງຖິ່ນ ຮ່ວມກັນກຳນົດຂອບເຂດພື້ນທີ່ ທີ່ມີຄວາມເປັນໄປໄດ້ ເພື່ອຈະນຳໃຊ້ເຂົ້າໃນໂຄງການ ໃນໄລຍະ 6 ເດືອນ ເພື່ອຈະກ້າວເຂົ້າສູ່ບົດບັນທຶກຄວາມເຂົ້າໃຈ (MOU) ສະບັບສົມບູນ ໃນການສຶກສາຄວາມເປັນໄປໄດ້ ໃນການພັດທະນາໂຄງການດັ່ງກ່າວ ຢູ່ໃນສາມແຂວງພາກເໜືອ, ຫວັງຢ່າງຍິ່ງວ່າ ໂຄງການນີ້ ຈະສາມາດຈັດຕັ້ງປະຕິບັດເປັນຮູບປະທຳໃນຂັ້ນຕອນຕໍ່ໄປໂດຍໄວ.

ຂ່າວ ສົມຫວັງ

ພາບ ອ່າຍຄໍາ

error: Content is protected !!