
ພາຍຫລັງໄດ້ເປີດນໍາໃຊ້ເສັ້ນທາງລົດໄຟ ລາວ-ຈີນ ມາຮອດປັດຈຸບັນ ແມ່ນ 10 ເດືອນກວ່າແລ້ວ ທີ່ແລ່ນໃຫ້ບໍລິການລູກຄ້າ ແລະ ເຫັນໄດ້ຄວາມຕ້ອງການຜູ້ໂດຍສານ ແລະ ການຂົນສົ່ງສິນຄ້າ ມາຮອດວັນທີ 3 ຕຸລາ ປີ 2022 ນີ້, ທາງລົດໄຟ ລາວ-ຈີນ ໄດ້ສະສົມໂຕເລກຜູ້ໂດຍສານທັງໝົດ 739 ລ້ານເທື່ອຄົນ ແລະ ການຂົນສົ່ງສິນຄ້າສະສົມໄດ້ 851 ລ້ານໂຕນ.
ທ່ານ ອາຊານ ນັກແປພາສາ ຢູ່ພະແນກຈັດການໂຄງການ ກຸ່ມບໍລິສັດ ກໍ່ສ້າງທາງລົດໄຟຈີນ ຊ່ວງສັນຍາທີ FJSGII ໄດ້ໃຫ້ຮູ້ວ່າ: ມາຮອດວັນທີ 3 ຕຸລາ 2022 ນີ້, ລົດໄຟ ລາວ-ຈີນ ໄດ້ສະສົມໂຕເລກຜູ້ໂດຍສານທັງຫມົດ 739 ລ້ານເທື່ອຄົນ ແລະ ການຂົນສົ່ງສິນຄ້າສະສົມໄດ້ 851 ລ້ານໂຕນ, ໃນນັ້ນມີສິນຄ້າຂ້າມແດນ 154 ລ້ານໂຕນ. ສະເພາະເດືອນກັນຍາ ຜ່ານມາ, ໄດ້ຂົນສົ່ງສີນຄ້າເຖິງ 125 ລ້ານໂຕນ, ໄດ້ສ້າງສະຖີຕິການຂົນສົ່ງສິນຄ້າຫລາຍທີ່ສຸດໃນເດືອນດຽວ ຕັ້ງແຕ່ເລີ່ມເປີດການຂົນສົ່ງສິນຄ້າ 100 ກວ່າປະເພດໃນຕົ້ນປີ ແລະ ເພີ່ມຂຶ້ນມາເປັນ 1.200 ປະເພດ ແລະ ມີມູນຄ່າຂອງສິນຄ້າທັງໝົດແມ່ນຫລາຍກວ່າ 100 ຕື້ຢວນ.

ທ່ານ ອາຊານ ພາສາແປ ຍັງໃຫ້ຮູ້ອີກວ່າ: ພາຍຫລັງເປີດເສັ້ນທາງລົດໄຟ ລາວ-ຈີນ ໄດ້ມີນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ ເດີນທາງຜ່ານທາງລົດໄຟ ເຂົ້າມາທ່ຽວ ນະຄອນຫລວງພະບາງ ຢ່າງຫລວງຫລາຍ, ເຮັດໃຫ້ປະຊາຊົນມີລາຍຮັບຈາກການເລີ່ມເຮັດທຸລະກິດຂອງຕົນເອງ ເປັນຕົ້ນ ຮ້ານຂາຍເຄື່ອງຍ່ອຍ, ຮ້ານອາຫານ ເພື່ອບໍລິການຜູ້ໂດຍ ສານຢູ່ໃກ້ກັບສະຖານີ ແລະ ສາມາດສ້າງລາຍຮັບເພີ່ມຂຶ້ນຫລາຍກວ່າແຕ່ກອ່ນ.

ພາຍຫລັງເປີດເສັ້ນທາງລົດໄຟລາວ-ຈີນ, ພາກສວນທາງລົດໄຟ ໄດ້ສົມທົບກັບພາກ ສ່ວນກ່ຽວຂ້ອງໃນການປ້ອງກັນ ແລະ ຄວບຄຸມການແພ່ລະບາດຂອງພະຍາດໂຄວິດ-19, ວິເຄາະຮູບການເດີນທາງຂອງຜູ້ໂດຍສານ, ຈັດສັນການເດີນທາງໃຫ້ຖືກຕ້ອງ, ເພີ່ມທະວີການສະໝອງສິນຄ້າ, ຂົນສົ່ງຜູ້ໂດຍສານ, ຮັບປະກັນຄວາມປອດໄພການເດີນທາງຂອງຜູ້ ໂດຍສານ, ຕອບສະໝອງຄວາມຕ້ອງການໆເດີນທາງຂອງຊາຊົນ ແຕ່ລະເສັ້ນທາງໃຫ້ພຽງພໍ. ພ້ອມກັນນັ້ນ, ຍັງໄດ້ຄົ້ນຄວ້າຮູບແບບໃໝ່, “ເສັ້ນທາງດວນລ້ານຊ້າງ”, ອີຄອມເມີດຂ້າມແດນ, “ທາງລົດໄຟລາວ-ຈີນ, ທາງລົດໄຟຈີນ-ເອີຣົບ” ການຂົນສົ່ງທາງລົດໄຟຮູບແບບໃໝ່ລະຫວ່າງປະເທດ, ເສີມຂະຫຍາຍການຂົນສົ່ງສິນຄ້າທາງລົດໄຟລາວ-ຈີນ ຜ່ານຊາຍແດນ, ເຮັດໃຫ້ຫລາຍວິສາຫະກິດ ໄດ້ຮັບກາລະໂອກາດ ແລະ ໄດ້ຮັບຜົນປະໂຫຍດຈາກການນຳໃຊ້ທາງລົດໄຟລາວ-ຈີນ ເພື່ອຊຸກຍູ້ພັດທະນາເສດຖະກິດ-ສັງຄົມ ຂອງ ສປປ ລາວ ໃຫ້ມີບົດບາດຂະຫຍາຍຕົວໃນພາກພື້ນ ແລະ ສາກົນ, ເຮັດໃຫ້ປະເທດຊາດຫລຸດພົ້ນອອກຈາກປະເທດດ້ອຍພັດທະນາ ໃນອະນາຄົດ.