ອົງການ WWF ກຳປູເຈຍ ໄດ້ອອກມາບອກຂ່າວດີ ໃນອາທິດແລ້ວນີ້ວ່າ, ຂະນະທີ່ຄະນະຄົ້ນຄ້ວາຊັບພະຍາກອນນ້ຳຈືດຂອງແມ່ນໍ້າຂອງຈາກ WWF ແລະ ກົມປະມົງ ກຳປູເຈຍ ທີມວິໄຈໄດ້ພົບເຫັນລູກປາຂ່າ ເກີດ ໃໝ່ລອຍຢູ່ກັບ ປາຂ່າ ທີ່ໃຫຍ່ເຕັມທີ່ອີກ 9 ໂຕ ເຊິ່ງລູກປ່າຂ່ານີ້ອາຍຸໄດ້ 5 ມື້ເທົ່ານັ້ນ.
ນີ້ແມ່ນຂ່າວດີ ສຳລັບການອະນຸລັກປາຂ່າ ຫລື ໂລມານ້ຳຈືດໃນແມ່ນ້ຳຂອງ ເພາະ ຊ່ວງເດືອນກຸມພາ ທີ່ຜ່ານມາ ລາວ ເຮົາຫາກໍສູນເສຍປ່າຂ່າໂຕສຸດທ້າຍ ໃນເຂດນ້ຳຂອງ ລາວ, ອົງການ WWF ສປປ ລາວ ກ່າວວ່າ: ເປັນການສູນພັນລະດັບຊາດ ຂອງປະຊາກອນປາໂລມານໍ້າຈືດ ໃນ ລາວ.

ແຫຼ່ງທີ່ມາ: WWF ກຳປູເຈຍ