ມອບ-ຮັບໄຟຟ້າເຍືອງທາງ ໃຫ້ປະຊາຊົນ 2 ບ້ານ ຢູ່ເມືອງ ເງິນ ແຂວງ ໄຊຍະບູລີ

ແຫລ່ງຂ່າວຈາກ ເມືອງເງິນ ແຂວງ ໄຊຍະບູລີ ໃຫ້ຮູ້ວ່າ: ເມື່ອບໍ່ດົນມານີ້, ໄດ້ຈັດພິທີ ມອບ-ຮັບ ໂຄງການກໍ່ສ້າງ ແລະ ສ້ອມແປງໄຟຟ້າເຍືອງທາງ ລະຫວ່າງ ບໍລິສັດ ບຸນເພັງຈະເລີນຊັບ ກັບຫ້ອງການພະລັງງານ ແລະ ບໍ່ແຮ່ ເມືອງເງິນ ພາຍຫລັງດຳເນີນການກໍ່ສ້າງ ແລະ ຕິດຕັ້ງມາແຕ່ວັນທີ 25 ກຸມພາ 2022 ເປັນຕົ້ນມາ.

ບໍລິສັດ ບຸນເພັງຈະເລີນຊັບ ໄດ້ຕິດຕັ້ງໄຟຟ້າ ເຍືອງທາງໃໝ່ໃນຂອບເຂດ ບ້ານຫລວງມີໄຊ ແລະ ບ້ານນ້ຳເງິນ ເມືອງເງິນ ຈຳນວນ 100 ຊຸດ ແລະ ຊ້ອມແປງໄຟຟ້າ ເຍືອງທາງ ອັນເກົ່າພາຍໃນເທສະບານເມືອງ ຈຳນວນ 120 ຊຸດ ຊຶ່ງແມ່ນໄຟຟ້າເຍືອງທາງລະບົບແສງຕາເວັນ, ລວມມູນຄ່າການກໍ່ສ້າງ ແລະ ສ້ອມແປງ ທັງໝົດ 2,2 ຕື້ກວ່າກີບ ໂດຍໄດ້ຮັບການສະໜັບສະໜູນທຶນ ຈາກຫ້ອງການ ກອງເລຂາຄະນະກຳມະການຄຸ້ມຄອງ ແລະ ນຳໃຊ້ເງິນທຶນພັດທະນາຊຸມຊົນ ໂຄງການໄຟຟ້າພະລັງງານຄວາມຮ້ອນຫົງສາ.

ໂອກາດນີ້, ທ່ານ ທອງພັນ ສຸກສະຫວັດ ຮອງເຈົ້າເມືອງໆເງິນ, ຜູ້ຊີ້ນໍາວຽກງານຂົງເຂດ ເສດຖະກິດຂັ້ນເມືອງ ໄດ້ເນັ້ນໃຫ້ຄະນະກຳມະການຄຸ້ມຄອງໂຄງການ ເປັນເຈົ້າການ ຕິດຕາມກວດກາ ຕາມພັນທະສັນຍາ ການຕິດຕັ້ງ ແລະ ສ້ອມແປງ, ສຳລັບບໍລິສັດຜູ້ຮັບເໝົາກໍ່ສ້າງ ໃຫ້ເອົາໃຈໃສ່ປະຕິບັດຕາມພາລະບົດບາດຂອງຕົນ ຕາມບົດບັນທຶກ ແລະ ສັນຍາ, ສະເພາະອົງການປົກຄອງບ້ານທີ່ເປັນເຈົ້າຂອງພື້ນທີ ກໍຄື ຈຸດທີ່ຕັ້ງຂອງໄຟຟ້າລະບົບດັ່ງກ່າວ ໃຫ້ເປັນເຈົ້າການ ຕິດຕາມ, ຄຸ້ມຄອງ ແລະ ປົກປັກຮັກສາ ເພື່ອການຊົມໃຊ້ໃຫ້ມີຄວາມຍືນຍົງ.

ຂ່າວ: ອິນແປງ

error: Content is protected !!