ສະຫວັນນະເຂດ ຈັດງານຕະຫຼາດນັດແຮງງານປະຈຳປີ 2022

ໃນລະຫວ່າງວັນທີ 12-14 ຕຸລາ ນີ້ ທີ່ສູນການຄ້າສະຫວັນ-ໄອເຕັກ ແຂວງ ສະຫວັນນະເຂດ, ພະແນກແຮງງານ ແລະ ສະຫວັດດີການສັງຄົມ (ຮສສ) ແຂວງສະຫວັນນະເຂດ ສົມທົບກັບ ກະຊວງ ຮສສ ໄດ້ຈັດງານຕະຫຼາດນັດແແຮງງານ ລະຫວ່າງຜູ້ໃຊ້ແຮງງານພາຍໃນແຂວງ ແລະ ຜູ້ອອກແຮງງານ, ການຂຶ້ນທະບຽນຜູ້ຊອກວຽກເຮັດງານທຳທົ່ວໄປ ແລະ ຜູ້ວ່າງງານ ທີ່ເປັນສະມາຊິກປະກັນສັງຄົມ ແຂວງສະຫວັນນະເຂດ ໂດຍການເຂົ້າຮ່ວມຂອງ ທ່ານ ນາງ ຫຼິງທອງ ແສງຕາວັນ ຮອງເຈົ້າແຂວງສະຫວັນນະເຂດ, ທ່ານ ພົງໄຊສັກ ອິນຖາລາດ ຮອງລັດຖະມົນຕີກະຊວງ ຮສສ, ມີທ່ານ ຢູຕົງ ຫຼິວ ຜູ້ຈັດການໂຄງການ ແລະ ປະສານງານໂຄງການຮ່ວມມື ILO-CHINA ສໍາລັບກໍາປູເຈຍ, ສປປ ລາວ ແລະ ມຽນມາ, ພາກສ່ວນຕ່າງໆທີ່ກ່ຽວຂ້ອງທັງພາກລັດ ແລະ ເອກະຊົນ ເຂົ້າຮ່ວມຢ່າງຫຼວງຫຼາຍ.

ທ່ານ ນາງ ພາວັນ ບົວຫຼວງລາດ ຫົວໜ້າພະແນກ ຮສສ ແຂວງ ໄດ້ລາຍງານໃຫ້ຮູ້ວ່າ: ການຈັດງານຕະຫຼາດນັດແຮງງານໃນຄັ້ງນີ້ ກໍເພື່ອແນໃສ່ຊຸກຍູ້, ສົ່ງເສີມໃຫ້ຜູ້ໃຊ້ແຮງງງານ ແລະ ຜູ້ອອກແຮງງານ ໄດ້ມີໂອກາດພົບປະກັນ, ປຶກສາຫາລືໂດຍກົງ ເພື່ອສະໝັກງານ, ຄັດເລືອກ ແລະ ຮັບເອົາຜູ້ອອກແຮງງານເຂົ້າເຮັດວຽກ, ນຳເອົາຄວາມຕ້ອງການ ແລະ ການຕອບສະໜອງແຮງງານມາຈອດກັນ. ນອກຈາກນັ້ນ ຍັງເປັນການເພີ່ມທາງເລືອກໃຫ້ແກ່ຜູ້ໃຊ້ແຮງງານໃນການຊອກຫາບຸກຄະລາກອນ ທີ່ເໝາະສົມທີ່ສຸດສຳລັບຕົນເອງ ເພື່ອເຮັດໃຫ້ຫົວໜ່ວຍແຮງງານ ແລະ ເຮັດໃຫ້ຜູ້ອອກແຮງງານ ໄດ້ມີວຽກເຮັດ, ມີລາຍໄດ້ ແລະ ມີຊີວິດການເປັນຢູ່ທີ່ດີຂຶ້ນ ປະກອບສ່ວນຢ່າງແຂງແຮງເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງແຂວງ ກໍຄືຂອງປະເທດຊາດ.

ງານຄັ້ງນີ້ ໄດ້ຮັບການສະໜັບສະໜູນງົບປະມານຈາກໂຄງການ ILO-CHINA ມູນຄ່າ 22 ລ້ານກວ່າກີບ, ໂດຍໄດ້ມີການກະກຽມງານແຕ່ກາງເດືອນສິງຫາ 2022 ເປັນຕົ້ນມາ ຊຶ່ງມີບັນດາບໍລິສັດ ແລະ ຫົວໜ່ວຍແຮງງານເຂົ້າຮ່ວມເປີດຫ້ອງສຳພາດພາຍໃນງານຈຳນວນ 18 ພາກສ່ວນ.

(ຂ່າວ-ພາບ: ສະຫວັນ)

error: Content is protected !!