ປະຊາກອນສັດປ່າໂລກ ຫຼຸດລົງ 69% ນັບຕັ້ງແຕ່ປີ 1970

ຂ່າວຕ່າງປະເທດລາຍງານ ເມື່ອວັນທີ 13 ຕຸລາ ທີ່ຜ່ານມານີ້, ອົງການກອງທຶນສັດປ່າໂລກສາກົນ (WWF) ໄດ້ເປີດເຜີຍບົດລາຍງານ ໂດຍອີງຕາມຂໍ້ມູນເມື່ອປີ 2018 ຈາກສະມາຄົມສັດວິທະຍາແຫ່ງລອນດອນ (ZSL) ກ່ຽວກັບສະຖານະຂອງປະຊາກອນສັດປ່າ 32,000 ຊະນິດທີ່ຄວບຄຸມຫຼາຍກວ່າ 5,000 ສາຍພັນ ພົບວ່າຂະໜາດປະຊາກອນຫຼຸດລົງ 69% ໂດຍສະເລ່ຍ ຊຶ່ງການຕັດໄມ້ທຳລາຍປ່າ, ການຊອກຫາຜົນປະໂຫຍດຂອງມະນຸດ, ມົນລະພາວະ ແລະ ການປ່ຽນແປງສະພາບອາກາດເປັນສາເຫດຫຼັກຂອງການສູນເສຍດັ່ງກ່າວ.

ທ່ານ ແອນດຣູ ເທີຣີ່ ຜູ້ອຳນວຍການຝ່າຍອະນຸລັກ ແລະ ນະໂຍບາຍຈາກ ZSL ກ່າວວ່າ ການຄົ້ນພົບຂ້າງເທິງມີຄວາມຄ້າຍຄືກັບການປະເມີນຄັ້ງຫຼ້າສຸດຂອງ WWF ເມື່ອປີ 2020 ໂດຍຂະໜາດປະຊາກອນສັດປ່າຫຼຸດລົງຢ່າງຕໍ່ເນື່ອງທີ່ອັດຕາປະມານ 2,5% ຕໍ່ປີ. ເຖິງຢ່າງໃດກໍຕາມ, ບົດລາຍງານໄດ້ສະແດງໃຫ້ເຫັນເຖິງຄວາມຫວັງອັນເລັກນ້ອຍບາງຢ່າງ ຊຶ່ງໃນຂະນະທີ່ປະຊາກອນກໍຣີລາ (Gorilla) ທີ່ຢູ່ທາງລຸ່ມຕາເວັນອອກໃນອຸດທິຍານແຫ່ງຊາດຄາຮູຊີ-ບິເອກາ (Kahousie-Biega) ຂອງກົງໂກ ຫຼຸດລົງ 80% ລະຫວ່າງປີ 1994 ແລະ 2019 ເພາະການຂ້າສັດ ແຕ່ປະຊາກອນກໍຣິລາທີ່ອາໄສຢູ່ພູໃກ້ກັບອຸດທິຍານແຫ່ງຊາດວີຣູງກາ (Virunga) ກັບເພີ່ມຂຶ້ນຈາກເດີມປະມານ 400 ໂຕໃນປີ 2010 ເປັນຫຼາຍກວ່າ 600 ໂຕໃນປີ 2018. ແຕ່ການຫຼຸດລົງໃນວົງກວ້າງກະຕຸ້ນໃຫ້ເກີດຄຳຂໍຮ້ອງ ສຳລັບການຊ່ວຍເຫຼືອທຳມະຊາດທີ່ເພີ່ມຂຶ້ນ.

ໃນເດືອນທັນວາໜ້ານີ້ບັນດາຜູ້ແທນທົ່ວໂລກຈະມາລວມຕົວກັນທີ່ເມືອງມົງເຣອານ (Montreal) ຂອງການາດາ ເພື່ອປຶກສາຫາລືກ່ຽວກັບກົນລະຍຸດໃໝ່ລະດັບໂລກ ໃນການຄຸ້ມຄອງພືດ ແລະ ສັດຕ່າງໆຂອງໂລກ ຊຶ່ງການຂໍຮ້ອງທີ່ສຳຄັນທີ່ສຸດມີທ່າອ່ຽງວ່າຈະເປັນການຈັດຫາເງິນທຶນທີ່ເພີ່ມຂຶ້ນສຳລັບຄວາມພະຍາຍາມໃນການອະນຸລັກລະດັບໂລກ.

error: Content is protected !!