ເມືອງ ປາກຊ່ອງ ປັບປຸງເສັ້ນທາງເປ່ເພທີໄດ້ຮັບຜົນກະທົບໃນລະດູຝົນ ຜ່ານມາ

ໃນຕອນເຊົ້າຂອງວັນທີ 7 ຕຸລາ 2022ຜ່ານມານີ້, ເມືອງ ປາກຊ່ອງ, ແຂວງ ຈຳປາສັກ ໄດ້ປັບປຸງເສັ້ນທາງທີເປ້ເພ້ຈາກຜົນກະທົບໃນຊວງລະດູຝົນທີຜ່ານມາທີ່ສ້າງຄວາມຫຍຸ້ງຍາກໃນການສັນຈອນໄປມາ ແລະ ຂົນສົ່ງສີ້ນຄ້າຂອງພໍ່ແມ່ປະຊາຊົນພາຍໃນ ເມືອງ ປາກຊ່ອງ, ໂດຍການລົງຕິດຕາມຂອງທ່ານ ພີມພອນ ພັນດານຸວົງ ກຳມະການພັກແຂວງ ເລຂາພັກເມືອງເຈົ້າເມືອງໆປາກຊ່ອງ, ທ່ານ ເພັດສະໝອນ ຫານຊະນະ ຫົວໜ້າຫ້ອງການໂຍທາທິການ ແລະ ຂົນສົງເມືອງ,ມີອຳນາດການປົກຄອງບ້ານ ແລະ ພະນັກງານວິຊາການຂອງຫ້ອງການເຂົ້າຮ່ວມ.

ໂດຍແມ່ນທ່ານເຈົ້າເມືອງມີທີດໃຫ້ທາງຫ້ອງໂຍທາທີການ ແລະ ຂົນສົ່ງເມືອງລົງສຳຫຼວດ, ເກັບກຳຂໍ້ມູນໃນເບື້ອງຕົ້ນຈາກນັ້ນ ທາງອຳນາດການປົກຄອງເມືອງກໍໄດ້ແກ້ໄຂສຸກເສີນ, ເຊີງມີ 2 ຈຸດຄື:

ຈຸດບ້ານວັດຫຼວງ ກຸ່ມ I ຕາຜ່າເທດສະບານເມືອງມີເສັ້ນທາງ 4 ເສັ້ນ, ມີຄວາມຍາວ 2,400 ແມັດໃນນັ້ນທາງດີນແດງ 1 ລ້ອກມີມູນຄ່າສ້ອມແປງ 47, 000,000 ກີບ ເຊີ່ງແມ່ນທືນປະກອບສວນຂອງບ້ານ, ອົງການປົກຄອງເມືອງ , ຜູ້ປະກາບການ ແລະ ນັກທຸລະກີດພາຍໃນເມືອງ.

ຈຸດທີ 2 ແມ່ນເຂດບ້ານຫຼັກ 5 ທົ່ງກະຕ່າຍ ກຸ່ມ VII ມີຄວາມຍາວ 2,700 ແມັດມີມູນຄ່າການສອ້ມແປງ 69,000,000ກີບ,ເຊີ່ງແມ່ນທືນຈາກນັກທຸລະກີດ, ຜູ້ປະກອບການທີມາລົງທືນພາຍໃນເມືອງປາກຊ່ອງລ່ວມມູນຄ່າສ້ອມແປງໃນ 2 ຈຸດ 116,000,000 ກີບ,ໂດຍມີການກວດດີນ, ຖົມດີນ ແລະ ເກດດີນບອນທີເປ້ເພ້ເພື່ອເຮັດໃຫ້ການສັນຈອນໄປມາຂອງພໍ່ແມ່ປະຊາຊົນມີຄວາມສະດວກສະບາຍຂີ້ນ.

ນອກນັ້ນທາງຫ້ອງການໂຍທາທິການ ແລະ ຂົນສົງ ເມືອງ ປາກຊ່ອງ ຍັງໄດ້ລົງສຳຫຼວດ, ເກັບກ້ຳຂໍ້ມູນເສັ້ນທາງທີໄດ້ຮັບຜົນກະທົບຈາກພະຍຸໂນຣຸ ແລະ ຂື້ນແຜນໃຫ້ທາງພະແນກໂຍທາທິການ ແລະ ຂົນສົ່ງແຂວງໃນການຈັດສັນຫງົບປະມານປະຈຳປີຕື່ມອີກ.

ແຫຼ່ງຂ່າວ: Media Laos

 

 

 

error: Content is protected !!