ເມືອງ ຫ້ວຍຊາຍ ຊຸກຍູ້ວຽກແກ້ໄຂຄວາມຫຍຸ້ງຍາກ ດ້ານເສດຖະກິດ-ການເງິນ

ແຫລ່ງຂ່າວຈາກ ແຂວງ ບໍ່ແກ້ວ ໃຫ້ຮູ້ວ່າ: ເມືອງຫ້ວຍຊາຍ ຈັດກອງປະຊຸມຊຸກຍູ້ການປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະ ກິດ-ການເງິນ ໃນວັນທີ 13 ຕຸລາ 2022 ໂດຍການເປັນປະທານຂອງ ທ່ານ ທິບພະກອນມະນີຄໍາ ຮອງເຈົ້າເມືອງຫ້ວຍຊາຍ, ຜູ້ຊີ້ນໍາວຽກງານເສດຖະກິດ, ມີຫົວໜ້າ-ຮອງຫົວໜ້າພະແນກ, ຫົວໜ້າ-ຮອງຫົວໜ້າຫ້ອງການກ່ຽວຂ້ອງ ຢູ່ໃນຄະນະກໍາມະການຊຸກຍູ້ການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນຂັ້ນແຂວງ-ຂັ້ນເມືອງ ເຂົ້າຮ່ວມ.

ທ່ານ ລັດດາ ແກ້ວມະນີວົງ ຫົວໜ້າຫ້ອງການການເງິນ ເມືອງ ຫ້ວຍຊາຍ ໄດ້ລາຍງາຍການຈັດຕັ້ງປະຕິບັດວາລະແຫ່ງຊາດວ່າດ້ວຍ ການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ຢູ່ພາຍໃນເມືອງຫ້ວຍຊາຍ ກໍຄື ບັນດາຫ້ອງການທີ່ມີແຫລ່ງລາຍຮັບ ທັ້ງນີ້, ກໍເພື່ອເປັນການປຶກສາຫາລືແລກປ່ຽນ ແລະ ຖອດຖອນບົດຮຽນ, ການແກ້ໄຂຈຸດອ່ອນ-ຂໍ້ຄົງຄ້າງໃນການຈັດຕັ້ງປະຕິບັດຜ່ານມາ. ພ້ອມນີ້, ພະແນກການກ່ຽວຂ້ອງຂັ້ນແຂວງ ກໍໄດ້ແນະນໍາແຜນສືບຕໍ່ຈັດຕັ້ງປະຕິບັດແຕ່ນີ້ຫາປີ 2023.

ຈາກນັ້ນ, ຜູ້ເຂົ້າຮ່ວມກໍໄດ້ພ້ອມກັນປະກອບຄໍາຄິດ-ຄໍາເຫັນ ເພື່ອແລກປ່ຽນບົດຮຽນລະຫລ່າງແຂວງ-ເມືອງ ໂດຍຍົກໃຫ້ເຫັນບາງບັນຫາທີ່ຍັງຄົງຄ້າງ ແລະ ພ້ອມກັນເປັນເອກະພາບໃນການສືບຕໍ່ຈັດຕັ້ງປະຕິບັດກິດຈະກໍາ ຂອງຂະແໜງການຕ່າງໆທີ່ຢູ່ໃນແຜນກໍານົດຂອງ ວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ໃຫ້ສໍາເລັດຕາມລະດັບຄາດໝາຍທີ່ວາງໄວ້.

ຂ່າວ-ພາບ: ບຸນຈັນ

error: Content is protected !!