ລາຄານ້ຳມັນດິບ ປັບຕົວເພີ່ມຂຶ້ນ ອີກ 3.16 ໂດລາສະຫະລັດ

ຕາມ​ຂ່າວ​ຈາກ ວໍ​ຊີງ​ຕັນ, ວັນ​ທີ 27 ​ເມສາ ​ນີ້, ລາຄາ​ ນໍ້າມັນ​ດິບ West Texas ຈະ​ຈັດ​ສົ່ງ​ມອບໃນ ​ເດືອນ ​ມິຖຸນາປີ​ນີ້ ມີ​ການ​ຊື້-ຂາຍ ທີ່​ຕະຫລາດ NIMEX ປັບ​ເພີ່ມ​ຂຶ້ນ 3.16​ ໂດ​ລາ​ ສະຫະລັດ ປິດ​ທີ່ 101.70 ​ໂດ​ລາ​ ສະຫະລັດ​ຕໍ່​ຖັງ ດ້ານ​ນ້ຳມັນດິບ ເບຣນ (Brent) ສົ່ງ​ມອບ​ ໃນ​ເດືອນ​ດຽວ​ກັນ ​ເພີ່ມ​ຂຶ້ນ 2.67 ​ໂດ​ລາ​ ສະຫະລັດ ປິດ​ທີ່ 104.99 ​ໂດ​ລາ​ ສະຫະລັດ​ຕໍ່​ຖັງ ຫລັງ​ຈາກ ​ໄດ້ຮັບ​ແຮງ​ໜູນຄຳ​ສັ່ງ​ຊື້​ ​ເພື່ອ​ສ້າງກຳ​ໄລ.

ຂະນະ​ທີ່ ທະນາຄານ​ກາງ ສ.ອາ​ເມ​ຣິກາ (​Fed)​ເລັ່ງປັບ​ຂຶ້ນ ​ອັດຕາ​ ດອກ​ເບ້ຍ 0.50% ​ແລະ ກອງ​ທຶນ​ ການ​ເງິນ ​ສາກົນ(IMF) ຄາດ​ການ ​ເສດ​ຖະກິດ​ໂລກ ຈະ​ຂະຫຍາຍຕົວ 3.6%​ ໃນ​ປີ​ນີ້ ​ແລະ ປີໜ້າ ​ໂດຍ​ຫລຸດ​ຈາກ​ ຕົວ​ເລກ​ ຄາດ​ການ​ໄວ້​ ກ່ອນ​ໜ້ານັ້ນ 4,.4% ​ໃນ​ປີ​ນີ້ ​ແລະ 3.8% ​ໃນ​ປີໜ້າຕາມ​ລຳດັບ.

error: Content is protected !!