ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດຜູ້ນຳຍິງ ອາຊຽນ ຄັ້ງທີ 2

ວັນທີ 12 ຕຸລາ 2022 ນີ້, ທ່ານ ພັນຄໍາ ວິພາວັນ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ໄດ້ນຳພາຄະນະຜູ້ແທນ ເຂົ້າຮ່ວມກອງປະຊຸມສຸດຍອດຜູ້ນຳຍິງອາຊຽນ ຄັ້ງທີ 2 ພາຍໃຕ້ຫົວຂໍ້: “ການສ້າງອະນາຄົດແບບຍືນຍົງ, ກວມລວມ ແລະ ເຂັ້ມແຂງ: ການສົ່ງ ເສີມຜູ້ປະກອບການຍິງໃນອາຊຽນ” (ແບບທາງໄກ), ພາຍໃຕ້ການເປັນປະທານຂອງ ສົມ ເດັດ ອັກຄະ ມະຫາ ເສນາ ບໍດີ ເຕໂຈ ຮຸນ ເຊນ ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກກໍາປູເຈຍ, ປະທານອາຊຽນປີ 2022 ໂດຍມີບັນດາຜູ້ນໍາອາຊຽນ, ລັດຖະມົນຕີ, ຕາງໜ້າຜູ້ນຳຍິງອາຊຽນ, ເລຂາທິການໃຫຍ່ອາຊຽນ ແລະ ແຂກຖືກເຊີນ ເຂົ້າຮ່ວມ. ສຳລັບຕາງໜ້າຜູ້ນຳແມ່ຍິງລາວ ແມ່ນ ທ່ານ ນາງ ອິນລາວັນ ແກ້ວບຸນພັນ ປະທານຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ ເຂົ້າຮ່ວມ.

ໃນກອງປະຊຸມຄັ້ງນີ້, ບັນດາຜູ້ນໍາອາຊຽນ ໄດ້ຕີລາຄາສູງບົດບາດຂອງແມ່ຍິງ ກໍຄືບັນດາຜູ້ປະກອບການແມ່ຍິງ ທີ່ໄດ້ປະກອບສ່ວນອັນສໍາຄັນ ເຂົ້າໃນຂະບວນການຟື້ນຟູເສດຖະກິດ-ສັງ ຄົມ ຢູ່ໃນພາກພື້ນອາຊຽນ ພາຍຫລັງການແພ່ລະບາດຂອງພະຍາດໂຄວິດ-19 ຊຶ່ງແມ່ຍິງໄດ້ມີສ່ວນຮ່ວມໃນຂະບວນການລວມຂອງອາຊຽນ ກໍຄື ການພັດທະນາແບບຍືນຍົງຢູ່ໃນພາກພື້ນ. ກອງປະຊຸມໄດ້ເຫັນດີສືບຕໍ່ການເຊື່ອມສານບົດບາດຍິງ-ຊາຍ ເຂົ້າໃນວຽກງານ ແລະ ກິດຈະກຳຕ່າງໆ ຂອງອາຊຽນ ລວມທັງການຈັດຕັ້ງປະຕິບັດວິໄສທັດປະຊາຄົມອາຊຽນ ຫລັງປີ 2025 ແລະ ແຜນຟື້ນຟູຮອບດ້ານຂອງອາຊຽນ ແນໃສ່ສົ່ງເສີມການສ້າງຄວາມເຂັ້ມແຂງຮອບດ້ານໃຫ້ກັບແມ່ຍິງໃນແຕ່ລະຂົງເຂດ ໂດຍການສ້າງເງື່ອນໄຂ ແລະ ກາລະໂອກາດ ໃຫ້ແມ່ຍິງໄດ້ເຂົ້າເຖິງການສຶກສາ, ສົ່ງເສີມການມີວຽກເຮັດງານທຳ, ການເຂົ້າເຖິງແຫລ່ງທຶນ ແລະ ແຫລ່ງຂໍ້ມູນຂ່າວສານ ເພື່ອສົ່ງເສີມທ່າແຮງໃຫ້ຜູ້ປະກອບການແມ່ຍິງ ຈາກວິສາຫະກິດຂະໜາດນ້ອຍ ໃຫ້ກາຍເປັນວິສາຫະກິດຂະໜາດໃຫຍ່ ໃນຂົງເຂດທີ່ກວ້າງຂຶ້ນ. ດັ່ງນັ້ນ, ການສ້າງຄວາມຍືນຍົງ, ກວມລວມ ແລະ ເຂັ້ມແຂງ ໃນອະນາຄົດໃຫ້ກັບຜູ້ປະກອບການຍິງ ໄດ້ຮຽກຮ້ອງໃຫ້ທຸກພາກສ່ວນ ແລະ ຂະແໜງການຕ້ອງໄດ້ມີສ່ວນຮ່ວມ ນໍາກັນ.

ພ້ອມນີ້, ທ່ານນາຍົກລັດຖະມົນຕີ ພັນຄໍາ ວິພາວັນ ໄດ້ຢໍ້າວ່າ ການເລັ່ງລັດຈັດຕັ້ງປະຕິບັດແຜນງານຍຸດທະສາດ ວ່າດ້ວຍ ການເຊື່ອມສານບົດບາດຍິງ-ຊາຍໃນອາຊຽນ ຈະເປັນການສ້າງເງື່ອນໄຂ ແລະ ອໍານວຍຄວາມສະດວກ ໃນການສ້າງຄວາມເຂັ້ມແຂງໃຫ້ແກ່ແມ່ຍິງ ໃນທຸກຂົງເຂດວຽກງານ ໂດຍສະເພາະການສົ່ງເສີມຜູ້ປະກອບການແມ່ຍິງ. ພ້ອມທັງ, ໄດ້ກ່າວວ່າ ໃນທິດທາງຕໍ່ໜ້າ, ເພື່ອເຮັດໃຫ້ບັນດາກົນໄກ, ແຜນງານ ແລະ ແຜນ ການຕ່າງໆຂອງອາຊຽນ ໄດ້ຮັບການຈັດຕັ້ງເປັນຮູບປະທໍາ, ອາຊຽນ ຄວນສຸມໃສ່ສ້າງທຸກເງື່ອນໄຂໃນການອໍານວຍຄວາມສະດວກ ໃຫ້ແກ່ບັນດາຜູ້ປະກອບການແມ່ຍິງ ໃຫ້ໄດ້ມີໂອກາດພັດທະນາຕົນເອງໃນດ້ານຕ່າງໆ ໄປຕາມແຕ່ລະຍຸກສະໄໝຂອງການພັດທະນາ ເພື່ອເຮັດໃຫ້ບັນລຸເປົ້າໝາຍ ການສ້າງຄວາມເຂັ້ມແຂງໃຫ້ກັບແມ່ຍິງ ກໍຄື ຜູ້ປະກອບການຍິງໃນອາຊຽນ.

ຂ່າວ-ພາບ: ກຕທ

error: Content is protected !!