
ວັນທີ 11 ຕຸລາ 2022 ນີ້, ອົງການປົກຄອງເມືອງຂວາ ໄດ້ຈັດງານບຸນຊ່ວງເຮືອປະຈຳປີ 2022 ເຊິ່ງມີການນຳຂອງແຂວງເມືອງອ້ອມຂ້າງ ພ້ອມດ້ວຍມວນຊົນ ແຂກທັງພາຍໃນ ແລະ ຕ່າງປະເທດເຂົ້າຮ່ວມຢ່າງຫລວງຫລາຍ.
ທຸກປີພໍເຖິງມື້ຂຶ້ນ 15 ຄໍ່າເດືອນ 11 ປະຊາຊົນບັນດາເຜົ່າເມືອງຂວາ ທີ່ຢູ່ລຽບສາຍນ້ຳອູ ໄດ້ນຳເອົາເຮືອຊ່ວງຂອງຕົນເຂົ້າຮ່ວມແຂ່ງເພື່ອສະແດງເຖິງພາລະກຳລັງຂອງນັກສີພາຍເຮືອຊ່ວງ, ຄວາມສາມັກຄີລະຫວ່າງບ້ານຕໍ່ບ້ານພາຍໃນເມືອງ ພ້ອມທັງເປັນການບູຊາພະຍານາກຕາມຮີດຄອງປະເພນີ ເພື່ອປົກປັກຮັກສາບ້ານເມືອງ ໃຫ້ມີຄວາມຈະເລີນຮຸ່ງເຮືຶອງ ແລະ ຢູ່ເຢັນເປັນສຸກຕະຫລອດໄປ. ສຳລັບ 2 ປີຜ່ານມາປະຊາຊົນເມືອງຂວາ ບໍ່ໄດ້ຈັດບຸນຊ່ວງເຮືອ ຍ້ອນສະພາບການລະບາດຂອງພະຍາດໂຄວິດ-19 ຈຶ່ງເຮັດພຽງຄອບໄຂ່ວສາຍນ້ຳຕາມປະເພນີເທົ່ານັ້ນ. ພາຍຫລັງລັດຖະບານໄດ້ເປີດປະເທດເຕັມຮູບແບບເພື່ອຕ້ອນຮັບນັກທ່ອງທ່ຽວ ອົງການປົກຄອງເມືອງ ຈຶ່ງຕົກລົງຈັດບຸນຊ່ວງເຮືອຂຶ້ນອີກຄັ້ງເພື່ອຊຸກຍູ້ດ້ານການທ່ອງທ່ຽວຂອງເມືອງໃຫ້ມີຄວາມເບີກບານມ່ວນຊື່ນ ແລະມີຄວາມເຂັ້ມແຂງ.
ສຳລັບການແຂ່ງປີນີ້ ແມ່ນອົງການປົກຄອງບ້ານສົບກາຍ ເປັນເຈົ້າພາບ ໂດຍມີເຮືອຊ່ວງເຂົ້າຮ່ວມແຂ່ງຂັນທັງໝົດ 11 ລຳຄື:
1.ເຮືອຊ່ວງ ບ້ານເມືອງຂວາ
2.ບ້ານໂພໄຊເໜືອ
3.ບ້ານໂພໄຊໃຕ້
4.ບ້ານໂພນໄຊ
5.ບ້ານສະຫລອງໄຊ
6.ບ້ານຫາດເດືອ
7.ບ້ານນາຕູ່ນ
8.ບ້ານທ່າບັກ
9.ບ້ານຫ້ວຍຍາງ
10.ບ້ານສົບອັດ
11.ບ້ານສົບກ່າຍ
ເຊິ່ງເຮືອດັ່ງກ່າວແມ່ນມາຈາກບັນດາບ້ານ ພາຍໃນເມືອງຂວາ.
ພາບ-ຂ່າວ: ແສງຄຳ ສາລີວັນ


