ອຳນາດການປົກຄອງ ແຂວງຫຼ ວງພະບາງ ຈັດຂະບວນຂີ່ລົດຖີບເພື່ອປູກ ຈິດສຳນຶກໃຫ້ທຸກຄົນ ໂດຍສະເພາະແມ່ນນັກທ່ອງທ່ຽວໄດ້ມີສ່ວນຮ່ວມໃນ ການປົກປັກຮັກສາສິ່ງແວດລ້ອມໃຫ້ຫລາຍຂຶ້ນ ໃນວັນທີ 7 ຕຸລາ ນີ້ ທີ່ເທສະບານແຂວງ ຫລວງພະບາງ ເປັນກຽດເຂົ້າຮ່ວມມີທ່ານ ບຸນເລື່ອມ ມະນີວົງ, ຮອງເຈົ້າແຂວງ ຫຼວງພະບາງ, ຜູ້ຊີ້ນຳວຽກງານວັດທະນະທຳ -ສັງຄົມ, ທ່ານ ນາງ ກຽວທິຮັງຟຸກ ຫົວໜ້າສະຖານກົງສູນໃຫຍ່ ແຫ່ງ ສສ ຫວຽດນາມ ປະຈໍາພາກເໜືອ, ທ່ານ ນາງ ພອນມາລີ ອິນທະພົມ, ຫົວໜ້າ ກົມພັດທະນາການທ່ອງທ່ຽວ ກະຊວງ ຖວທ ພ້ອມດ້ວຍແຂກທີ່ຖືກເຊີນ ແລະ ມວນຊົນຊາວແຂວງຫລວງພະບາງເຂົ້າຮ່ວມ.

ຈຸດປະສົງຂອງການຈັດງານແມ່ນເພື່ຶອເປັນການການສະເຫລີມສະຫລອງວັນເຊັນສົນທິສັນຍາ ມິດຕະພາບ ແລະ ການຮ່ວມມື ລາວ-ຫວຽດນາມ, ວັນສ້າງຕັ້ງສາຍພົວພັນການທູດ ລາວ-ຫວຽດນາມ, ທີ່ສຳຄັນ ເພື່ອຊຸກຍູ້ ແລະ ເສີມສ້າງຄວາມສາມັກຄີຮັກແພງ ລະຫວ່າງພະນັກງານ, ໄວໜຸ່ມ ກໍຄືມວນ ຊົນຂອງສອງປະເທດ ໄດ້ມີໂອກາດພົບປະ ແລະ ເຄື່ອນໄຫວກິດຈະກໍາດ້ານ ກິລາ ຮ່ວມກັນ;
ຜ່ານມາ ອົງການປົກຄອງແຂວງ ກໍຄືພະແນກຖະແຫລງ ຂ່າວ ວັດທະນະະທໍາ ແລະ ທ່ອງທ່ຽວ ແຂວງຫຼວງພະບາງ ໄດ້ຈັດກິດຈະ ກໍາຕ່າງໆ ຮ່ວມກັບແຂວງ ເຊີນລາ ສສ ຫວຽດນາມ, ເປັນຕົ້ນ: ແມ່ນງານ ເທດສະການ ວັດທະນະທໍາ ແລະ ທ່ອງທ່ຽວ ໃນຫົວຂໍ້ “ບົດເພງແຫ່ງຄວາມ ຮັກ ເຊີນລາ-ຫລວງພະບາງ” ປີ 2022 ທີ່ ແຂວງຫລວງພະບາງ.

ສໍາລັບຂະບວນການຂີ່ລົດຖີບສາມັກຄີຄັ້ງນີ້ແມ່ນເພື່ອເປັນການຊຸກຍູ້ສົ່ງເສີມວັດທະນະທໍາ ແລະ ໂຄສະນາເຜີຍແຜ່ການທ່ອງທ່ຽວຂອງແຂວງ ເພື່ອ ເຊື່ອມໂຍງເຂົ້າສູ່ພາກພື້ນ ແລະ ສາກົນ, ເຊິ່ງກິດຈະກໍາຂະບວນຂີ່ລົດຖີບໃນ ຄັ້ງນີ້ແມ່ນແຕກຕ່າງກັບກິດຈະກໍາທີ່ຜ່ານມາ;ໃນງານນີ້ບັນດາ ຜູ້ເຂົ້າຮ່ວມ ແມ່ນໄດ້ນຸ່ງຊຸດປະຈໍາຊາດ ຂອງສອງຊາດ ລາວ-ຫວຽດນາມ, ຫວຽດ ນາມ- ລາວ ແລະ ນຸ່ງຊຸດຊົນເຜົ່າ ຂອງຊາວຫລວງພະບາງ ເພື່ອເປັນການອະນຸຮັກ ແລະ ສົ່ງເສີມວັດທະນະທໍາ ອັນດີງາມ ຂອງສອງຊາດ ລາວ-ຫວຽດນາມ.
ແຫຼ່ງຂ່າວ: ປະເທດລາວ
