ມີການເອີ່ຍເຖິງຢູ່ເປັນປະຈຳ ຄຳວ່າ “EQ ກັບ IQ”, ແຕ່ກໍຍັງມີຫຼາຍຄົນທີ່ບໍ່ຮູ້ຄວາມໝາຍຂອງມັນ ຢ່າງຖືກຕ້ອງ. ມື້ນີ້ ພວກເຮົາຈະພາທ່ານມາສ້າງຄວາມເຂົ້າໃຈກ່ຽວກັບເລື່ອງນີ້.
IQ (ໄອຄິວ) ຫຍໍ້ມາຈາກ Intelligence quotient ຊຶ່ງແປວ່າ ລະດັບເຍົາວະຊົນປັນຍາ. ມັນໝາຍເຖິງ ຄວາມສະຫຼາດທາງເຍົາວະຊົນປັນຍາ, ການຄິດ, ການໃຊ້ເຫດຜົນ, ການຄຳນວນ, ການເຊື່ອມໂຍງ. ໄອຄິວ ເປັນສັກກະຍະພາບທາງສະໝອງທີ່ຕິດໂຕມາແຕ່ເກີດ ຊຶ່ງຖືວ່າ ປ່ຽນແປງແກ້ໄຂໄດ້ຍາກ, ມັນສາມາດວັດອອກມາເປັນຄ່າສັດສ່ວນໂຕເລກທີ່ແນ່ນອນໄດ້.
ການວັດໄອຄິວ ເກີດຂຶ້ນເມື່ອປີ 1905 ໂດຍນັກຈິດວິທະຍາສາດຊາວຝຣັ່ງ ທີ່ຕ້ອງການແຍກບຸກຄົນປັນຍາອ່ອນອອກຈາກຄົນປົກກະຕິ ເພື່ອຈະໄດ້ຈັດການສຶກສາໃຫ້ຢ່າງເໝາະສົມ ໂດຍໃຊ້ການປຽບທຽບລະຫວ່າງຄວາມສາມາດທີ່ຄວນຈະເປັນກັບອາຍຸສະໝອງ ແລ້ວຄຳນວນອອກມາເປັນເປີເຊັນ.
ແບບທົດສອບ ໄອຄິວ ໃນຍຸກປັດຈຸບັນຖືກເລີ່ມພັດທະນາມາຕັ້ງແຕ່ປີ 1930 ໂດຍອາໄສການວິໄຈຂອງນັກວິຊາການ ແລະ ນັກການທະຫານ ເປັນກຸ່ມຂໍ້ທົດສອບທັງເໝິດ 11 ກຸ່ມ ໂດຍໃຊ້ພາສາຕອບໂຕ້ 6 ກຸ່ມ ແລະ ບໍ່ຕ້ອງໃຊ້ພາສາຕອບໂຕ້ 5 ກຸ່ມ ຄື: ຂໍ້ມູນທົ່ວໄປ ເປັນຄຳຖາມເພື່ອກວດວັດແທກຄວາມສົນໃຈຄວາມຮູ້ຮອບໂຕ, ຄວາມຄິດຄວາມເຂົ້າໃຈ, ການຄິດຄຳນວນ, ຄວາມຄິດທີ່ເປັນນາມມະທຳ ໂດຍໃຫ້ຫາຄວາມຄືກັນ, ຄວາມຈຳໄລຍະສັ້ນໂດຍໃຊ້ການຈື່ຈຳຈາກໂຕເລກ, ພາສາໃນສ່ວນຂອງການໃຊ້ຄຳ, ການຕໍ່ພາບໃນສ່ວນທີ່ຂາດໄປ, ການຈັບຄູ່ໂຄງສ້າງ ໂດຍເບິ່ງຈາກຮູບຮ່າງ ຫຼື ລວດລາຍ, ການລຽງລຳດັບພາບເຫດການຕ່າງໆ, ການຕໍ່ພາບເປັນຮູບດ້ວຍການຕໍ່ຈິ໊ກຊໍ, ແລະການຫາຄວາມສຳພັນ ແລະລັກສະນະ. ມັນຍັງມີຄວາມສໍາຄັນສໍາລັບພວກເຮົາທີ່ຈະພັດທະນາສຸຂະພາບຈິດ. ສຸຂະພາບຈິດໃນຂົງເຂດຕ່າງໆແລະທິດທາງ. ແລະມັນເປັນສິ່ງສໍາຄັນທີ່ຈະຊອກຫາສະເຫມີ ການປະນີປະນອມໃນຈິດຕະສາດຄວາມສໍາພັນ
ສຳລັບ EQ (ອີຄິວ) ຫຍໍ້ມາຈາກ Emotional quotient ຫຼື Emotional intelligence ຊຶ່ງແປວ່າ ຄວາມສະຫຼາດທາງອາລົມ. ມັນໝາຍເຖິງ ຄວາມສາມາດໃນການຮັບຮູ້ຂອງໂຕເອງ, ໃນການລະບຸປະເມີນ ແລະ ການຄວບຄຸມອາລົມຂອງໂຕເອງ, ຂອງຜູ້ອື່ນ ຫຼື ຂອງກຸ່ມຄວາມສາມາດດ້ານການຄວບຄຸມອາລົມ ທີ່ຊ່ວຍໃຫ້ດຳເນີນຊີວິດໃຫ້ເປັນໄປທາງສັງສັນຢ່າງມີຄວາມສຸກ.
ກ່ອນໜ້ານີ້ ເຊື່ອກັນວ່າ ຄວາມສະຫຼາດທາງສະຕິປັນຍາ ຄືປັດໄຈຫຼັກທີ່ເຮັດໃຫ້ຜູ້ຄົນປະສົບຄວາມສຳເລັດ, ມີຄຸນນະພາບຊີວິດທີ່ດີ ແລະ ມີຄວາມສຸກ. ແຕ່ຕໍ່ມາ ນັກຈິດວິທະຍາ ເລີ່ມບໍ່ຄິດວ່າ ຄວາມສຳເລັດໃນຊີວິດຈະຂຶ້ນຢູ່ກັບຄວາມສາມາດທາງສະຕິປັນຍາພຽງຢ່າງດຽວ, ແຕ່ເນື່ອງຈາກດ້ວຍໃນສະໄໝນັ້ນ ຍັງບໍ່ມີຂໍ້ມູນການວິໄຈຢ່າງພຽງພໍ ແນວຄິດດັ່ງກ່າວຈຶ່ງຖືກລະເລີຍໄປ.
ຕົກມາປີ 1990 ສອງນັກຈິດວິທະຍາ ຊາວອາເມຣິກາ ຄື ຊາໂລເວ ແລະ ເມເອີ (Salovey and Mayer) ໄດ້ນຳແນວຄວາມຄິດນີ້ມາອີກຄັ້ງ ໂດຍກ່າວເຖິງຄວາມສະຫຼາດທາງອາລົມໃນຄວາມໝາຍຂອງຮູບແບບໜຶ່ງຂອງຄວາມສະຫຼາດດ້ານສັງຄົມທີ່ສາມາດຮັບຮູ້ອາລົມ ແລະ ຄວາມຮູ້ສຶກຂອງຕົນເອງ ລວມທັງຜູ້ອ່ານ ແລະ ສາມາດແຍກຄວາມແຕກຕ່າງຂອງອາລົມໄດ້ ລວມທັງການໃຊ້ຂໍ້ມູນນີ້ຊີ້ນຳໃນການຄິດ ແລະ ການກະທຳຕ່າງໆ.
ໃນເວລາຕໍ່ມາ ແດນຽວ ໂກແມນ (Daniel Goleman) ນັກຈິດວິທະຍາຈາກມະຫາວິທະຍາໄລ ຮາວາດ, ສະຫະລັດ ອາເມຣິກາ ໄດ້ເລີ່ມຂະຫຍາຍແນວຄວາມຄິດນີ້ຢ່າງຈິງຈັງ ໂດຍໄດ້ຂຽນປຶ້ມເລື່ອງ ຄວາມສະຫຼາດທາງອາລົມ (Emotional intelligence) ຂຶ້ນມາ. ພາຍຫຼັງປຶ້ມຫົວນີ້ປາກົດສູ່ສາທາລະນະ ຜູ້ຄົນກໍເລີ່ມໃຫ້ຄວາມສົນໃຈຕໍ່ຄວາມສະຫຼາດທາງອາລົມຫຼາຍຂຶ້ນ, ຕໍ່ມາກໍໄດ້ຜົນງານການວິໄຈຫຼາຍໆຢ່າງທີ່ສະແດງໃຫ້ເຫັນເຖິງຄວາມສຳຄັນຂອງຄວາມສະຫຼາດທາງອາລົມເພີ່ມຂຶ້ນ ຈົນໄດ້ຮັບການຍອມຮັບວ່າ ເປັນສ່ວນສຳຄັນທີ່ມີຜົນຕໍ່ຄວາມສຳເລັດ ແລະ ຄວາມສຸກສຳລັບຊີວິດ.