
ກຸ່ມໂອເປັກພຣັສ ກຽມການຫຼຸດກຳລັງຜະລິດນ້ຳມັນ 2 ລ້ານບາເຣວຕໍ່ມື້ ເພື່ອສ້າງຄວາມໝັ້ນຄົງໃຫ້ລາຄານ້ຳມັນທີ່ຫຼຸດລົງຕໍ່ເນື່ອງຫຼາຍເດືອນ ຂະນະທີ່ຫຼາຍຝັ່ງກັງວົນເລື່ອງນີ້ທີ່ຈະເຮັດໃຫ້ລາຄານ້ຳມັນເພີ່ມຂຶ້ນທົ່ວໂລກ.

ສະມາຊິກກຸ່ມໂອເປັກພຣັສ (Opec+) ສູນລວມຜູ້ຜະລິດນ້ຳມັນລາຍໃຫຍ່ຂອງໂລກ ລວມເຖິງປະເທດສາອຸດິອາລັບບີ ແລະ ຣັດເຊຍ ໄດ້ເປີດເຜີຍໃນວັນພຸດ ທີ 5 ຕຸລາ 2022 ວ່າ ພວກເຂົາເຫັນດີຮ່ວມກັນວ່າຈະຫຼຸດປະລິມານກຳລັງຜະລິດນ້ຳມັນລົງຈຳນວນ 2 ລ້ານບາເຣວຕໍ່ມື້ ເພື່ອສ້າງຄວາມໝັ້ນຄົງໃຫ້ກັບລາຄານ້ຳມັນທີ່ຫຼຸດລົງຢ່າງຕໍ່ເນື່ອງ ໃນຊ່ວງບໍ່ເທົ່າໃດເດືອນຜ່ານມາເນື່ອງຈາກເສດຖະກິດມີການຂະຫຍາຍຕົວຊ້າລົງ.
ຢ່າງໃດກໍຕາມ ການຕັດສິນໃຈຂອງກຸ່ມOpec+ ອາດຈະເພີ່ມພາລະຂອງຜູ້ຂັບຂີ່ຍານພະຫະນະເພີ່ມຂຶ້ນ ໂດຍ Opec+ ຈະຜະລິດນ້ຳມັນໜ້ອຍລົງ ແລ້ວກຳລັງເຮັດໃຫ້ລາຄານ້ຳມັນສູງຂຶ້ນ ໃນຊ່ວງບໍ່ເທົ່າໃດມື້ທີ່ຜ່ານມາໂດຍວັນພຸດນ້ຳມັນເບຣນຂອງເອີຣົບເພີ່ມຂຶ້ນເກືອບ 2% ປະມານ 93 ໂດລາສະຫະລັດຕໍ່ບາເຣວ.
ການເຄື່ອນໄຫວຂອງກຸ່ມ Opec+ ເຮັດໃຫ້ຫຼາຍປະເທດພະຍາຍາມຮຽກຮ້ອງໃຫ້ຜະລິດນ້ຳມັນຫຼາຍຂຶ້ນ ຍ້ອນວ່າລາຄານ້ຳມັນຫຼາຍໆປະເທດກໍເພີ່ມຂຶ້ນໃນຊ່ວງທີ່ຜ່ານມາ ໂດຍການຕັດສິນໃຈຂອງ ກຸ່ມ Opec+ ຈະສົ່ງຜົນກະທົບຕໍ່ອາເມຣິກາ ແລະ ບັນດາປະເທດເອີຣົບ ທີ່ຈະຕັ້ງເພດານລາຄານ້ຳມັນຈາກຣັດເຊຍ ເພື່ອຈຳກັດລາຍໄດ້ຂອງຣັດເຊຍບໍ່ໃຫ້ນຳໃຊ້ທາງການທະຫານ.

ແຫຼ່ງຂ່າວຈາກ: ຣອຍເຕີ, Lao post