ອັດຕາເງິນເຟີ້ໃນ ລາວ ປະຈຳເດືອນກັນຍາ 2022 ຢູ່ທີ່ 34.05%

ອັດຕາເງິນເຟີ້ໃນ ສປປ ລາວ ປະຈຳເດືອນກັນຍາ 2022 ຢູ່ທີ່ 34.05% ເຊິ່ງສູງຂຶ້ນຕື່ມຈາກເດືອນສິງຫາ ທີ່ຜ່ານມາ

ສະພາບອັດຕາເງິນເຟີ້ປະຈຳເດືອນ ກັນຍາ 2022

– ອັດຕາເງິນເຟີ້ລວມ ເດຶອນກັນຍາ 2022 ທຽບ ປີຕໍ່ປີ ຫຼືທຽບກັບເດືອນດຽວກັນຂອງປີຜ່ານມາ ແມ່ນຍັງມີທ່າອ່ຽງ ເພີ່ມຂຶ້ນຕໍ່ເນື່ອງ ຢູ່ໃນລະດັບ 34.0% (ເດືອນສິງຫາ 2022 ແມ່ນ 30,0). ເນື່ອງຈາກການເພີ່ມສູງຂຶ້ນທຸກຫມວດ ສິນຄ້າ ຂອງດັດຊະນີ ເປັນຕົ້ນແມ່ນ: ຫມວດສະບຽງອາຫານ ແລະເຄື່ອງດື່ມບໍ່ແມ່ນເຫຼົ້າ ເພີ່ມຂຶ້ນ 35,5% ໂດຍມາ ຈາກການເພີ່ມສູງຂຶ້ນຂອງລາຄາເຂົ້າສານ, ຊີ້ນປະເພດຕ່າງໆ ໂດຍສະເພາະແມ່ນຊີ້ນຫມູ, ສັດປີກ, ປາ ແລະອາຫານ ທະເລ, ໄຂ່, ນ້ໍາມັນພຶດ, ຫມາກໄມ້, ຜັກສົດ ເປັນຕົ້ນ. ເຫມວດຄົມມະນາຄົມ ແລະຂົນສົ່ງ ເພີ່ມຂຶ້ນ 51,7% ໂດຍ ສະເພາະລາຄານ້ໍາມັນເຊື້ອໄຟຍັງ ເພີ່ມຂຶ້ນເຖີງ 102.4%, ພາຫະນະການຂົນສົ່ງ ແລະອາໄຫລ່ລົດຍົນຍັງມີລາຄາເພີ່ມ ສູງ. ນອກນັ້ນ, ສິນຄ້າອຸປະໂພກ-ບໍລິໂພກອຶ່ນໆ ຍັງມີທ່າອ່ຽງເພີ່ມຂຶ້ນເຊັ່ນດຽວກັນ ເຊັ່ນ: ເຫຼົ້າ ແລະຢາສູບ, ເຄື່ອງນຸ່ງ ແລະເກີບ, ເຄື່ອງກໍ່ສ້າງ ແລະອຸປະກອນສ້ອມແປງເຮືອນ, ເຄື່ອງໃຊ້ໃນເຮືອນ, ຮັກສາສຸຂະພາບ ແລະຢາ, ການສຶກສາ,

ບັນເທິງພັກຜ່ອນ ແລະເຄື່ອງໃຊ້ສ່ວນຕົວ ຍ້ອນການອ່ອນຄ່າຂອງເງິນກີບ, ຂະນະດຽວກັນ ຄໍາຮູບປະພັນ ທຽບກັບ ໄລຍະດຽວກັນກັບເດືອນຜ່ານມາ ມີທ່າອ່ຽງຫຼຸດລົງເລັກນ້ອຍ -1,0%. • ປັດໄຈ ແລະສາຍເຫດຂອງອັດຕາເງິນເຟີ້ ເດືອນກັນຍາ 2022 ເພີ່ມສູງຂຶ້ນແມ່ນມາຈາກບາງປັດໄຈດັ່ງນີ້:

+ ປັດໃຈພາຍນອກ:

– ຜົນກະທົບການແຜ່ລະບາດ ຂອງ ໂຄວິດ-19 ທີ່ແກ່ຍາວ ແລະແພ່ລາມໄປທົ່ວໂລກ ສົ່ງຜົນເຮັດໃຫ້ລະບົບເສດຖະກິດຫຼາຍປະເທດມີລັກສະນະທົດຖອຍ; ສະພາບ ຄວາມບໍ່ສະຫງົບທາງດ້ານການເມຶອງ ແລະການຂັດແຍ່ງ ທາງການທະຫານ ຂອງປະເທດມະຫາອໍານາດໃນໂລກ ເຮັດໃຫ້ຫຼາຍປະເທດໄດ້ຮັບຜົນກະທົບທາງກົງ ແລະທາງອ້ອມ;

– ສະພາບການຂອງພາກພື້ນ ແລະ ສາກົນ ຍັງສືບຕໍ່ຜັນແປຢ່າງສັບສົນ ທີ່ຄາດຄະເນໄດ້ຍາກ ເຊິ່ງຈະສົ່ງຜົນ

ກະທົບທາງກົງ ແລະທາງອ້ອມຕໍ່ສະພາບເສດຖະກິດ; + ປັດໃຈພາຍໃນ:

ຖານການຜະລິດພາຍໃນປະເທດແມ່ນຍັງບໍ່ທັນເຂັ້ມແຂງ, ສ່ວນຫຼາຍແມ່ນນໍາເຂົ້າຈາກຕ່າງປະເທດ ເຮັດໃຫ້ມີ ຕົ້ນທຶນສູງຂຶ້ນ; ສະພາບອັດຕາແລກປ່ຽນ, ການອ່ອນຄ່າຂອງເງິນກີບທຽບໃສ່ເງິນຕາຕ່າງປະເທດແມ່ນຍັງອ່ອນຄ່າລົງ ສົ່ງຜົນໃຫ້ລາຄາສິນຄ້າປະເພດນໍາເຂົ້າມີລາຄາສູງຂຶ້ນ; – ລາຄານ້ໍາມັນເຊື້ອໄຟ ແມ່ນຍັງມີການເຫນັງຕີງເພີ່ມສູງຂຶ້ນ ສົ່ງຜົນກະທົບໃສ່ຄ່າຄອງຊີບເພີ່ມຂຶ້ນສູງ ແລະ ເຮັດໃຫ້ຫມວດສິນຄ້າອື່ນໆເພີ່ມຂຶ້ນຍ້ອນຕົ້ນທຶນການຜະລິດສິນຄ້າ ແລະ ບໍລິການເພີ່ມຂຶ້ນ;

– ປັດໃຈອຶ່ນໆ ເຊັ່ນ: ການຜະລິດກະສິກໍາ ແມ່ນຢູ່ໃນຊ່ວງລະດູການທີ່ຜະລິດທີພົບບັນຫາຈາກໄພທໍາມະຊາດ(ຝົນຕົກ, ນ້ໍາຖ້ວມ). ລະອຽດການປ່ຽນແປງຂອງລາຄາສິນຄ້າ ແລະບໍລິການ ໃນແຕ່ລະຫມວດມີດັ່ງນີ້: 1.1 ການປ່ຽນແປງເດືອນຕໍ່ເດືອນ

ສະພາບລາຄາສິນຄ້າ ແລະບໍລິການ ເດືອນກັນຍາ 2022 ທຽບກັບເດຶອນຜ່ານມາ ເພີ່ມຂຶ້ນ 3,6% (ເດືອນສິງຫາ 2022 ແມ່ນ 4,1%) ມີລະອຽດດັ່ງນີ້:

ຫມວດອາຫານ ແລະເຄື່ອງດື່ມບໍ່ມີທາດເຫຼົ້າ: ເພີ່ມຂຶ້ນ 4,9% ໃນນີ້ ລາຄາເຂົ້າສານ ເພີ່ມຂຶ້ນ 8,8%, ເຂົ້າຈີ່ ແລະທາດແປ້ງ ເພີ່ມຂຶ້ນ 6,3%, ຊີ້ນ ເພີ່ມຂຶ້ນ 1,8% ໃນນັ້ນ, ຊີ້ນຫມູ ເພີ່ມຂຶ້ນ 1,9%, ຊີ້ນງົວ ແລະຄວາຍ ເພີ່ມຂຶ້ນ 1,4%, ສັດປີກ ເພີ່ມຂຶ້ນ 2,4%, ປາ ແລະອາຫານທະເລ ເພີ່ມຂຶ້ນ 3,4%, ນົມ ເນີຍ ແລະໄຂ່ ເພີ່ມ.

ທີ່ມາ: ສູນສະຖິຕິແຫ່ງຊາດ

error: Content is protected !!