ຢາເສບຕິດ ແມ່ນບັນຫາລວມຂອງວົງຄະນະຍາດສາກົນ ເປັນໄພຂົ່ມຂູ່ທີ່ຮ້າຍແຮງ ຕໍ່ມວນມະນຸດ

ໃນວັນທີ 6 ຕຸລາ 2022, ທີ່ນະຄອນຫລວງວຽງຈັນ, ທ່ານ ພົອ ວິໄລ ຫລ້າຄໍາຟອງ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ໄດ້ອ່ານສານເນື່ອງໃນໂອກາດ ວັນແຫ່ງຊາດຕ້ານຢາເສບຕິດ ຄົບຮອບ 21 ປີ (12/10/2001-12/10/2022) ໂດຍມີເນື້ອໃນບາງຕອນວ່າ: ຢາເສບຕິດ ແມ່ນບັນຫາລວມຂອງວົງຄະນະຍາດສາກົນ ເຊິ່ງເປັນ ໄພຂົ່ມຂູ່ທີ່ຮ້າຍແຮງຕໍ່ມວນມະນຸດ, ເປັນບໍ່ເກີດຂອງອາຊະຍາກໍາຕ່າງໆ ທີ່ກົດຫນ່ວງຖ່ວງດຶງການສ້າງສາພັດທະນາ ເສດຖະກິດ-ສັງຄົມຂອງຊາດ, ທັງຍັງສ້າງຄວາມເສຍຫາຍຢ່າງໃຫຍ່ຫລວງຕໍ່ບຸກຄົນ ແລະ ຄອບຄົວ ຜູ້ຕົກເປັນທາດຂອງຢາເສບຕິດ; ປັດຈຸບັນ, ການຄ້າຂາຍຢາເສບຕິດ ໄດ້ກາຍເປັນຂະບວນການຂ້າມຊາດ ທີ່ລັດຖະບານ ແລະ ປະຊາຊົນລາວ ກໍຄືບັນດາປະຊາຊາດໃນທົ່ວໂລກ ພ້ອມກັນຕ້ານ ແລະ ສະກັດກັ້ນຢ່າງແຂງແຮງ.

ເຖິງແມ່ນວ່າ ຫລາຍປະເທດ ໄດ້ເພີ່ມທະວີມາດຕະການ, ຄວາມພະຍາຍາມໃນການຄວບຄຸມ, ສະ ກັດກັ້ນ, ປາບປາມ ແລະ ແກ້ໄຂບັນຫາດັ່ງກ່າວ ຢ່າງຕໍ່ເນື່ອງ ປານໃດກໍ່ຕາມ, ແຕ່ການຜະລິດ, ການ ນໍາໃຊ້, ການຄ້າຂາຍ, ການລໍາລຽງຂົນສົ່ງຢາເສບຕິດຢູ່ໃນທົ່ວໂລກ ກໍຄືຢູ່ ສປປ ລາວ ກໍຍັງບໍ່ຫລຸດລົງ ແລະ ມີທ່າອ່ຽງເພີ່ມຂຶ້ນ ຢ່າງຫນ້າເປັນຫ່ວງ. ຍ້ອນເຫັນໄດ້ເຖິງໄພອັນຕະລາຍ ແລະ ຄວາມຈໍາເປັນຕົວຈິງ ໃນການແກ້ໄຂບັນຫາດັ່ງກ່າວ ໃຫ້ເດັດຂາດ, ໃນປີ 2021 ພັກ, ລັດຖະບານລາວ ຈຶ່ງໄດ້ຍົກລະດັບເອົາການຄວບຄຸມ, ສະກັດກັ້ນ, ຕ້ານ ແລະ ແກ້ໄຂບັນຫາຢາເສບຕິດ ເປັນວາລະແຫ່ງຊາດ; ພ້ອມທັງໄດ້ນໍາພາ, ຊີ້ນໍາການຈັດຕັ້ງຜັນຂະຫຍາຍວຽກງານດັ່ງກ່າວ ຢ່າງຈົດຈໍ່ຕະຫລອດມາ 01 ປີຜ່ານມາ; ໄດ້ເອົາໃຈໃສ່ສຶກສາອົບຮົມ ແລະ ສ້າງຄວາມຮັບຮູ້ທົ່ວສັງຄົມ ເປັນຕົ້ນ ຊາວຫນຸ່ມ-ເຍົາວະຊົນ ໄດ້ຮັບຮູ້, ເຂົ້າໃຈຢ່າງຖືກຕ້ອງ ກ່ຽວກັບພິດໄພ, ຜົນຮ້າຍ ແລະ ຄວາມເປັນອັນຕະລາຍຂອງຢາເສບຕິດ ໂດຍໄດ້ໂຄສະນາເຜີຍແຜ່ແນວທາງນະໂຍບາຍ, ກົດໝາຍ, ລະບຽບການ ແລະ ນິຕິກໍາ ທີ່ກ່ຽວຂ້ອງຂອງພັກ, ລັດ ກ່ຽວກັບບັນຫາຢາເສບຕິດ ຜ່ານສື່ຕ່າງໆເປັນປົກກະຕິ, ຕໍ່ເນື່ອງ ແລະ ກວ້າງຂວາງ ໂດຍສະເພາະ ແມ່ນເຜີຍແຜ່ເນື້ອໃນວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ(2021-2023) ແຕ່ສູນກາງ ລົງຮອດທ້ອງຖິ່ນ.

ລັດຖະບານ ຍັງໄດ້ເອົາໃຈໃສ່ ແລະ ສ້າງເງື່ອນໄຂ ໃຫ້ບັນດາຄອບຄົວປະຊາຊົນ ຢູ່ເຂດພູດອຍຫ່າງໄກສອກຫລີກເຂດພາກເໜືອ ຫັນໄປປະກອບອາຊີບທີ່ໝັ້ນຄົງ ແລະ ຖືກກົດໝາຍ ແທນການປູກພືດທີ່ມີສານເສບຕິດ; ໄດ້ດໍາເນີນການບໍາບັດ, ຟື້ນຟູສຸຂະພາບຜູ້ຖືກເຄາະຮ້າຍຈາກຢາເສບຕິດ, ປັບປຸງ-ຂະ ຫຍາຍໂຮງໝໍຊຸມຊົນ ເພື່ອເປັນບ່ອນໃຫ້ຄໍາປຶກສາ, ປິ່ນປົວ ໃຫ້ເຂົາເຈົ້າກັບຄືນເປັນຄົນດີຂອງສັງຄົມ; ໄດ້ຕັ້ງໜ້າເຂົ້າຮ່ວມໃນວຽກງານ 03 ສ້າງ ທີ່ຕິດພັນກັບການສ້າງບ້ານ ໃຫ້ເປັນຫົວໜ່ວຍພັດທະນາ ໂດຍໄດ້ເອົາໃຈໃສ່ສ້າງບ້ານ, ສະຖາບັນການສຶກສາ, ກົມກອງ, ຫົວຫນ່ວຍການຜະລິດ, ການບໍລິການ ທັງພາກລັດ ແລະ ເອກະຊົນ ຢູ່ຕາມທ້ອງຖິ່ນຕ່າງໆ ໃຫ້ປອດຈາກຢາເສບຕິດ. ໃນປີນີ້, ເຈົ້າໜ້າທີ່ຕໍາຫລວດ ໄດ້ຮັບຄວາມຮ່ວມ ມືຈາກພາກສ່ວນທີ່ກ່ຽວຂ້ອງ ທັງພາຍໃນ ແລະ ຕ່າງປະເທດ ໄດ້ມ້າງຄະດີ, ຢຶດຢາເສບຕິດ, ຢຶດ ອາວຸດເສິກ, ຢຶດຊັບສິນ, ວັດຖຸມີຄ່າ, ສານເຄມີຕ່າງໆ ທີ່ນໍາມາຜະລິດເປັນຢາເສບຕິດ ແລະ ທີ່ສໍາຄັນ ແມ່ນສາມາດຈັບກຸມຜູ້ກະທໍາຜິດ ມາດໍາເນີນຄະດີຕາມລະບຽບກົດໝາຍ.

ສະຫາຍ ພົອ ວິໄລ ຫລ້າຄໍາຟອງ ຊີ້ໃຫ້ເຫັນຕື່ມວ່າ: ສໍາລັບຢູ່ ສປປ ລາວ, ການເສບ, ການຄ້າຂາຍ, ຂົນສົ່ງຢາເສບຕິດ ໄດ້ລະບາດ ແລະ ແຜ່ລາມຈາກຕົວເມືອງໄປສູ່ເຂດຊົນນະບົດ, ຈາກທົ່ງພຽງຂຶ້ນສູ່ພູດອຍຫ່າງໄກສອກຫລີກ; ປັດຈຸບັນ, ຢູ່ຫລາຍທ້ອງຖິ່ນ ໄດ້ມີຊາວຫນຸ່ມ-ເຍົາວະຊົນ, ນັກຮຽນ-ນັກສຶກສາ, ກໍາມະກອນ ຢູ່ຕາມໂຮງຈັກໂຮງງານ ແລະ ຊາວໄຮ່-ນາ ຈໍານວນບໍ່ຫນ້ອຍ ໄດ້ຕົກເປັນທາດຂອງຢາເສບຕິດ; ຈໍານວນຜູ້ໄດ້ຮັບເຄາະຮ້າຍສ່ວນຫນຶ່ງ ໄດ້ພາກັນສ້າງຄວາມສັບສົນ ວຸ້ນວາຍ, ກໍ່ໃຫ້ເກີດມີສິ່ງຫຍໍ້ທໍ້ຕ່າງໆ ພາຍໃນຄອບຄົວ ກໍຄືຢູ່ຊຸມຊົນ; ເກີດມີການຂີ້ລັກງັດແງະ, ປຸ້ນຈີ້, ຊີງຊັບ, ຄາດຕະກໍາ, ລັກພາຕົວ, ຄ້າໂສເພນີ, ລະເມີດກົດຈາລະຈອນ ພາໃຫ້ເກີດອຸປະຕິເຫດຕາມ ທ້ອງຖະໜົນຫລວງ, ກໍ່ອາລະວາດຜິດຖຽງຕີກັນ ແລະ ອື່ນໆ.

ສະນັ້ນ, ຈຶ່ງສະເໜີມາຍັງກະຊວງ, ອົງການ ແລະ ທ້ອງຖິ່ນຂັ້ນຕ່າງໆ ຈົ່ງໄດ້ໃຫ້ຄວາມຮ່ວມມື ໃຫ້ຖືເອົາວຽກງານຄວບຄຸມ, ສະກັດກັ້ນ ແລະ ຕ້ານຢາເສບຕິດ ເປັນພັນທະ, ເປັນໜ້າທີ່ຂອງທຸກພາກ ສ່ວນ, ນັບແຕ່ຂັ້ນສູນກາງ ລົງຮອດທ້ອງຖິ່ນ; ເພີ່ມທະວີຄວາມເອົາໃຈໃສ່ຕໍ່ວຽກງານໂຄສະນາ, ສຶກສາອົບຮົມ, ສ້າງຄວາມຮັບຮູ້ໃນທົ່ວສັງຄົມໃຫ້ກວ້າງຂວາງ ດ້ວຍຫລາຍຮູບການ ເພື່ອປູກຈິດສໍານຶກ ໃຫ້ປະ ຊາຊົນລາວທຸກຊັ້ນຄົນ ໂດຍສະເພາະ ແມ່ຍິງ, ຊາວໜຸ່ມ, ເຍົາວະຊົນ ເຫັນໄດ້ເຖິງຜິດໄພ, ຜົນຮ້າຍຂອງຢາເສບຕິດ, ຮັບຮູ້, ເຂົ້າໃຈລະບຽບກົດຫມາຍ ທີ່ພົວພັນກັບຢາເສບຕິດ; ປຸກລະດົມຂົນຂວາຍ ໃຫ້ເຂົາເຈົ້າເຂົ້າໃຈ, ຕື່ນຕົວ, ສະໝັກໃຈ ແລະ ມີສ່ວນຮ່ວມໃນວຽກງານ ສະກັດກັ້ນ ແລະ ແກ້ໄຂບັນຫາຢາເສບຕິດ; ເອົາໃຈໃສ່ປັບປຸງພື້ນຖານໂຄງລ່າງ ເພື່ອຟື້ນຟູ ຕໍ່ຜູ້ຖືກເຄາະຮ້າຍ, ວຽກງານບໍາບັດປິ່ນປົວ, ຟື້ນຟູສຸຂະ ພາບ ແລະ ຝຶກວິຊາຊີບ ເພື່ອໃຫ້ເຂົາເຈົ້າມີສຸຂະພາບແຂງແຮງດີຂຶ້ນເປັນປົກກະຕິ, ກັບຄືນສູ່ຄວາມອົບອຸ່ນຂອງຄອບຄົວ ແລະ ສັງຄົມ.

ໃນຂະນະທີ່ ພາກລັດກໍຕ້ອງສຸມໃສ່ສ້າງ, ປັບປຸງກົດໝາຍ ແລະ ນິຕິກໍາໃຕ້ກົດໝາຍ ລວມທັງການສ້າງຄວາມເຂັ້ມແຂງ ກ່ຽວກັບວຽກງານຄວບຄຸມ, ສະກັດກັ້ນ ແລະຕ້ານຢາເສບຕິດ ໃຫ້ບຸກຄະລາກອນໃນຂະແຫນງການທີ່ກ່ຽວຂ້ອງ, ມີການຈັດສັນງົບປະມານທີ່ເຫມາະສົມ, ກົງຈັກຂັ້ນສູນກາງ ແລະ ທ້ອງຖິ່ນ ເພື່ອຮັບປະກັນໃຫ້ວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ໄດ້ຮັບການຈັດຕັ້ງປະຕິບັດ ຖືກທິດ, ມີປະສິດທິພາບ ແລະ ບັນລຸຄາດໝາຍທີ່ວາງໄວ້; ເອົາໃຈໃສ່ຕິດຕາມ ກວດກາ ແລະ ສຶກສາອົບຮົມປະຊາຊົນ ບໍ່ໃຫ້ລັກລອບປູກພືດທີ່ມີສານເສບຕິດ; ຊຸກຍູ້ສົ່ງເສີມ ແລະ ຊ່ວຍເຫລືອ ໃຫ້ເຂົາເຈົ້າ ໄດ້ມີເງື່ອນໄຂ ຫັນໄປປະກອບອາຊີບອື່ນ ທີ່ໝັ້ນຄົງ ແທນການປູກພືດທີ່ມີສານເສບຕິດ ທີ່ຜິດກົດໝາຍ ພ້ອມທັງໃຫ້ດໍາເນີນມາດຕະການ ດ້ານກົດໝາຍຢ່າງເຂັ້ມງວດ ຕໍ່ຜູ້ກະທໍາຜິດ.

ຂ່າວ ສົມຫວັງ ພາບ ຂັນໄຊ

error: Content is protected !!