ເກີດເຫດວັນທີ 4 ຕຸລາ 2022 ເວລາປະມານ 13:00 ໂມງ ເດັກນ້ອຍນັກຮຽນປະຖົມເພດຊາຍ 2 ຄົນ ອາຍຸ 7 ປີ ກຳລັງໄປໂຮງຮຽນໃນຊ່ວງສວາຍ ແຕ່ໄດ້ພາກັນໄປແວ່ຫຼີ້ນນໍ້າ ແລ້ວຈົມນ້ຳທີ່ນໍ້າງື່ມເຂດ ບ້ານດອນກວດ, ເມືອງວຽງຄຳ, ແຂວງ ວຽງຈັນ.

ພໍມາວັນທີ 5 ຕຸລາ ນີ້ ເປັນມື້ທີສອງທີ່ກູ້ໄພ ແລະ ເຈົ້າໜ້າທີ່ກ່ຽວຂ້ອງ ໄດ້ເລັ່ງຄົ້ນຫາເດັກນ້ອຍຢູ່ຈຸດເກີດເຫດ ແຕ່ພົບຄວາມຫຍຸ້ງຍາກ ຍ້ອນລະດັບນໍ້າມີຄວາມເລິກ ແລະ ໄຫຼແຮງ.




ພາບຈາກ Live: ແຫຼວ ແຫຼວຄຳ ມະນີຈັນ