ໃນໂອກາດເດີນທາງ ມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການຂອງ ທ່ານ ມານູເອັນ ມາເຣໂຣ ກຣູຊ໌ ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ກູບາ ພ້ອມດ້ວຍຄະນະ ໃນລະຫວ່າງວັນທີ 2-4 ຕຸລາ 2022 ນີ້, ພາຍຫລັງ ສຳເລັດການພົບປະສອງຝ່າຍ ກັບການນຳຂັ້ນສູງ ຂອງ ສປປ ລາວ ໃນວັນທີ 3 ຕຸລາ, ທ່ານ ມານູເອັນ ມາເຣໂຣ ກຣູຊ໌ ພ້ອມຄະນະ ໄດ້ເດີນທາງໄປຢ້ຽມຢາມ ບໍລິສັດ ພັນເພັດ ພັດ ທະນາກະສິກໍາ ຈໍາກັດຜູ້ດຽວ ແລະ ຢ້ຽມຢາມ ເຂດພັດທະນາກວມລວມໄຊເສດຖາ ນະຄອນຫລວງ ວຽງຈັນ.
ໃນການລົງເຄື່ອນໄຫວ ຢ້ຽມຢາມຂອງ ທ່ານ ນາຍົກລັດຖະມົນຕີ ແຫ່ງ ສ ກູບາ ໃນຄັ້ງນີ້ ເພື່ອເປັນຊ່ອງທາງ ໃນການຮ່ວມທຸລະກິດທາງດ້ານຕ່າງໆ ໃນຕໍ່ໜ້າ ໂດຍສະເພາະທາງດ້ານກະສິກຳ, ດ້ານການຄ້າ, ການລົງທຶນ ແລະ ອື່ນໆ ລະຫວ່າງຜູ້ປະກອບການ ຂອງທັງສອງປະເທດ ລາວ-ກູບາ ໃຫ້ໄດ້ຮ່ວມມືກັນ ໃນອະນາຄົດ, ແນໃສ່ຮັດແໜ້ນການພົວພັນຮ່ວມມືຮອບດ້ານ ລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ກູບາ ໃຫ້ແໜ້ນແຟ້ນຂຶ້ນກວ່າເກົ່າ.

ທ່ານ ທອງສະຫວັນ ມີບຸນ ປະທານ ກຸ່ມບໍລິສັດ ພັນເພັດ ພັດທະນາກະສິກໍາຈໍາກັດ ລາຍງານໃຫ້ທ່ານນາຍົກລັດຖະມົນຕີ ກູບາ ຮູ້ວ່າ: ກຸ່ມບໍລິສັດ ພັນເພັດ ມີພື້ນທີ່ການຜະລິດຢູ່ບັນດາເມືອງອ້ອມຂ້າງນະຄອນຫລວງວຽງຈັນ ແລະ ຕ່າງແຂວງ ຈໍານວນໜຶ່ງ, ກິດຈະກໍາຫລັກຂອງກຸ່ມບໍລິສັດ ແມ່ນການປູກເຂົ້າ, ລ້ຽງສັດປີກ, ລ້ຽງປາ, ບໍລິການ ກົນຈັກ, ບໍລິການ ນໍາໃຊ້ຝຸ່ນອິນຊີ ແລະ ບໍລິການ ສະໜອງປັດໄຈ ອື່ນໆ ໃຫ້ແກ່ຜູ້ປະກອບການຜະລິດ ແລະ ຊາວກະສິກອນ ໃນເຂດ 7 ທົ່ງພຽງໃຫຍ່ ທີ່ເປັນພື້ນທີ່ຈຸດສຸມຂອງການຜະລິດພືດສະບຽງອາຫານ, ພ້ອມທັງ ລົງຊຸກຍູ້ສົ່ງເສີມຊາວກະສິກອນ ເພື່ອນໍາໃຊ້ເຕັກນິກກະເສດສຸມ ປູກເຂົ້າແບບນໍາໃຊ້ກົນຈັກແບບຄົບວົງຈອນ, ການຜະລິດແບບເປັນກຸ່ມ. ປັດຈຸບັນ ກຸ່ມບໍລິສັດ ພັນເພັດ ພັດທະນາກະສິກໍາ ມີຈໍານວນຄອບຄົວຊາວນາ ເຂົ້າຮ່ວມທັງໝົດ 1 ພັນກວ່າຄອບຄົວ, ໃນແຕ່ລະປີ ສາມາດເກັບຊື້ເຂົ້າເປືອກຈາກຊາວນາ ໄດ້ 25 ພັນກວ່າໂຕນ, ສີຂາຍເປັນເຂົ້າສານໄດ້ 15 ພັນ ກວ່າໂຕນ/ປີ.

ພ້ອມດຽວກັນນັ້ນ, ທ່ານ ສະຖາບັນດິດ ອິນສີຊຽງໃໝ່ ຮອງລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ລາຍງານໃຫ້ຮູ້ວ່າ: ເຂດພັດທະນາກວມລວມໄຊເຊດຖາ ປະກອບດ້ວຍເຂດອຸດສາຫະກໍາທັນສະໄໝ, ເຂດການຄ້າ-ການບໍລິການ ແລະ ການຂົນສົ່ງ LOGISTIC, ເປັນເຂດຮ່ວມມື ລະຫວ່າງ 2 ລັດຖະບານ ລາວ-ຈີນ ໂດຍລັດຖະບານລາວ ຖືຫຸ້ນ 25% ແລະ ບໍລິສັດ ລົງທຶນຕ່າງປະເທດ ແຂວງຢຸນໜານ ສປ ຈີນ ຖືຫຸ້ນ 75% ຮ່ວມກັນພັດທະນາ. ປັດຈຸບັນເຂດພັດທະນາກວມລວມໄຊເຊດຖາ ມີບໍລິສັດ ເຂົ້າມາລົງທຶນ ທັງໝົດ 103 ບໍລິສັດ, ມີແຮງງານພາຍໃນເຂດ ທັງໝົດ 5,112 ຄົນ, ເປັນແຮງງານລາວ 3,948 ຄົນ ແລະ ແຮງງານຕ່າງປະເທດ 1,164 ຄົນ.
ໃນວັນດຽວກັນ, ທ່ານ ມານູເອັນ ມາເຣໂຣ ກຣູຊ໌ ພ້ອມຄະນະ ຍັງໄດ້ລົງເຄື່ອນໄຫວຢ້ຽມຢາມ ໂຮງຮຽນມັດທະຍົມສົມບູນມິດຕະພາບ ລາວ-ກູບາ ຢູ່ບ້ານດົງບັງ ເມືອງໄຊທານີ ຕື່ມອີກ.
ຂ່າວ: ທະນູທອງ
ພາບ: ອ່າຍຄຳ, ເກດສະໜາ
For a complete list of system requirements and supported platforms, please Each Windows package comes with the latest stable release of WinPcap. What type of jobs can someone expect to get after graduation?