ທ່ານນາງ ຈັນນະພາ ວົງສະໝໍລະພູມ ໄດ້ຮັບລາງວັນຜູ້ປະກອບການແມ່ຍິງດີເດັ່ນ ອາຊຽນປະຈຳປີ 2022

(Outstanding ASEAN Women’ Entrepreneur Award 2022) ໄດ້ຈັດຂຶ້ນທ້າຍເດືອນກັນຍາ ຜ່ານມາ ທີ່ໂຮງແຮມ Sultan Hotel@Residence ຈາກາຕາ ປະເທດ ອິນໂດເນເຊຍ, ມີ 10 ປະເທດ ອາຊຽນ ເຂົ້າຮ່ວມຮັບລາງວັນດັ່ງກ່າວ. ສໍາລັບ ສປປ ລາວ ເຂົ້າຮ່ວມມີ ທ່ານ ແສງພະອາທິດ ສະນຸກຜົນ ຮອງຜູ້ຕາງໜ້າຖ້າວອນ ແຫ່ງ ສປປ ລາວ ປະຈຳອາຊຽນ ທີ່ຈາກາຕາ ປະເທດອິນໂດເນເຊຍ, ທ່ານ ນາງ ຈັນທະຈອນ ວົງໄຊ ປະທານສະມາຄົມນັກທຸລະກິດຍິງ (ສທຍ) ພ້ອມຄະນະ.

ພາຍໃນງານສະມາຊິກ ສທຍ ຜູ້ໄດ້ຮັບລາງວັນດັ່ງກ່າວຈຳນວນທັງໝົດ 10 ທ່ານ, ໜຶ່ງໃນນັ້ນແມ່ນ ທ່ານນາງ ຈັນນະພາ ວົງສະໝໍລະພູມ ຜູ້ກໍ່ຕັ້ງບໍລິສັດ NCP ສຳຫຼວດ ແລະ ຂຸດຄົ້ນບໍ່ແຮ່ ຂາອອກ-ຂາເຂົ້າ ຈຳກັດຜູ້ດຽວ ຈາກນະຄອນຫຼວງ ວຽງຈັນ.

ທ່ານ ນາງ ຈັນນະພາ ວົງສະໝໍລະພູມ ກ່າວວ່າ: ຕົນເອງມີຄວາມພາກພູມໃຈເປັນຢ່າງຍິ່ງທີ່ຕາງໜ້າຄອບຄົວກໍຄືທຸລະກິດໄດ້ຮັບລາງວັນຜູ້ປະກອບການແມ່ຍິງດີເດັ່ນອາຊຽນ ປະຈຳປີ 2022 ຊຶ່ງເປັນລາງວັນອັນຊົງກຽດລະດັບອາຊຽນ ຊຶ່ງຜ່ານມາກໍເຄີຍຮັບມາແລ້ວຫຼາກຫຼາຍລາງວັນຢູ່ພາຍໃນປະເທດ ທັງນີ້ ກໍຂໍຂອບໃຈມາຍັງ ການນຳພັກ-ລັດ, ໂດຍສະເພາະສູນກາງສະຫະພັນແມ່ຍິງລາວ ກໍຄືສະມາຄົມນັກທຸລະກິດຍິງ ທີ່ໄດ້ໃຫ້ການຊຸກຍູ້ສົ່ງເສີມດ້ວຍດີຕະຫຼອດມາ ເຮັດໃຫ້ຕົນໃນນາມແມ່ຍິງຄົນໜຶ່ງພິສູດໄດ້ວ່າ ສາມາດບໍລິຫານຈັດການທຸລະກິດຂຸດຄົ້ນແຮ່ທາດໄດ້ຮັບໝາກຜົນສຳເລັດເຊັ່ນດຽວກັນບໍ່ແພ້ຜູ້ຊາຍ.

ສໍາລັບໃນຕໍ່ໜ້າ, ເພື່ອສືບຕໍ່ຮັກສາມູນເຊື້ອອັນດີງາມ ຕົນຈະພະຍາຍາມສຸດຄວາມສາມາດໃນການບໍລິຫານຈັດການທຸລະກິດໃຫ້ໄດ້ຮັບໝາກຜົນສຳເລັດຍິ່ງໃຫຍ່ຂຶ້ນກວ່າເກົ່າ ໄປຄຽງຄູ່ກັບການສ້າງວຽກ, ສ້າງລາຍຮັບແກ່ປະຊາຊົນໂດຍສະເພາະແມ່ນແມ່ຍິງ ຍ້ອນປັດຈຸບັນແມ່ຍິງແມ່ນກວມເອົາອັດຕາສ່ວນຫຼາຍຂອງພະນັກງານໃນບໍລິສັດ ແລະ ສືບຕໍ່ມອບພັນທະໃຫ້ແກ່ລັດຖະບານຢ່າງເປັນປົກກະຕິ ເພື່ອປະກອບສ່ວນຊ່ວຍພັກ-ລັດ ແລະ ປະເທດຊາດຜ່ານຜ່າຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນທີ່ປະເຊີນໃນເວລານີ້.

ບໍລິສັດ ຊີເອັນພີ ສຳຫຼວດ-ຂຸດຄົ້ນບໍ່ແຮ່ ຂາເຂົ້າ-ຂາອອກ ຈຳກັດ ໄດ້ຮັບການສ້າງຕັ້ງຂຶ້ນໃນປີ 2004 ໂດຍໄດ້ດຳເນີນການຊອກຂຸດຄົ້ນບໍ່ເຫຼັກ ຢູ່ເມືອງຫຼາ ແຂວງອຸດົມໄຊ, ບໍ່ທອງແດງ ແລະ ບໍ່ຊືນ, ສັງກະສີ ຊຶ່ງເປັນທຸລະກິດໜຶ່ງທີ່ກ້າວມາຈາກການດຳເນີນຂຸດຄົ້ນບໍ່ແຮ່ ແລະ ໄດ້ເຊັນສັນຍາກັບລັດຖະບານ ເພື່ອຊອກຄົ້ນສຳຫຼວດບໍ່ແຮ່ເຫຼັກ, ຊືນ ແລະ ສັງກະສີ ພ້ອມທັງໄດ້ລົງມືສ້າງຕັ້ງໂຮງງານຂຸດຄົ້ນແຮ່ໃນປີ 2011 ແລະ ມາໃນສົກປີ 2013-2014 ໄດ້ເລີ່ມຂຸດຄົ້ນແຮ່ເຫຼັກສົ່ງອອກ ໂດຍແຮ່ທັງໝົດແມ່ນໄດ້ຜ່ານການປຸງແຕ່ງສຳເລັດເພື່ອສົ່ງອອກໄປສາທາລະນະລັດປະຊາຊົນ ຈີນ.

(ຂ່າວ-ພາບ: ບຸນທຽມ)

error: Content is protected !!