
ອີງຕາມການລາຍງານຂອງເຈົ້າໜ້າທີ່ຕຳຫຼວດ ກອງບັນຊາການ ປກສ ແຂວງ ວຽງຈັນ ໃຫ້ຮູ້ວ່າ: ໃນຄັ້ງວັນທີ 15 ກັນຍາ 2022 ຜ່ານມານີ້ ໄດ້ມີປະຊາຊົນ ບ້ານທາດ ເມືອງໂພນໂຮງ ແຂວງວຽງຈັນ ພົບເຫັນຊາກສົບຄົນເສຍຊີວິດ ( ບັນຈຸໃສ່ໃນເປົາ) ຖິ້ມລົງລີກຂອບເຂດບ້ານຂາມ ເມືອງໂພນໂຮງ ຫຼັງຈາກນັ້ນໄດ້ແຈ້ງຫາເຈົ້າໜ້າທີ່ຕໍາຫຼວດວິຊາສະເພາະກອງບັນຊາການ ປກສ ແຂວງວຽງຈັນ ສົມທົບກັບເຈົ້າໜ້າທີ່ຕຳຫຼວດ ນິຕິວິທະຍາ ປກສ ເມືອງໂພນໂຮງ ແລະ ພາກສ່ວນທີ່ກ່ຽວຂ້ອງ ລົງຊັນນະສູດຊາກສົບ ແລະ ສະຖານທີ່ເກີດເຫດ ຈື່ງໄດ້ຮູ້ວ່າ ຊາກສົບຜູ້ເສຍຊີວິດ ຊື່ ທ້າວ ຕູຫາຍຢ່າງ, ອາຍຸ 37 ປີ, ເຊື້ອຊາດ-ສັນຊາດຈີນ, ຜູ້ກ່ຽວມາດຳເນີນທຸລະກິດຢູ່ໂຮງງານຫຼອມເຫຼັກ ຕັ້ງຢູ່ບ້ານຫ້ວຍນໍ້າເຢັນ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ

ປະຈຸບັນເຈົ້າທີ່ຕໍາຫຼວດ ປກສ ແຂວງວຽງຈັນໄດ້ມອບຊາກສົບດັ່ງກ່າວໃຫ້ກົມນິຕິວິທະຍາ ກະຊວງປ້ອງກັນຄວາມສະຫງົບນຳໄປເກັບຮັກສາໄວ້ ພ້ອມທັງພົວພັນຫາຍາດພີ່ນ້ອງຂອງຜູ້ເສຍຊີວິດ, ສ່ວນສາເຫດຕົວຈິງຍັງຢູ່ໃນຂັ້ນຕອນການສືບສວນ-ສອບສວນຂອງເຈົ້າໜ້າທີ່.
Cr: ຂ່າວ ປກສ ແຂວງວຽງຈັນ
