ຊາຍອາຍຸ 28 ປີ ຖືກຍິງເສຍຊີວິດຄາລົດ ເຂດບ້ານ ໂພນພະເນົາ

ຕໍ່ກັບເຫດການ ມີຄົນຖືກຍິງເສຍຊີວິດຢູ່ໃນລົດຈິບ ຟໍຈູນເນີ ໝາຍເລກທະບຽນ ຮຣ 5345 ກຳແພງນະຄອນ ຢູບ້ານ ໂພນພະເນົາ ເມືອງໄຊ ເສດຖາ ນະຄອນຫຼວງ ວຽງຈັນ ໃນຕອນເຊົ້າຂອງວັນທີ 2 ຕຸລາ 2022.

ຫຼ້າສຸດ, ເຈົ້າໜ້າທີ່ ປກສ ກຸ່ມ 1 ຈອມມະນີ ລາຍງານວ່າ: ເວລາ 12:30 ໂມງ ຂອງວັນທີ 2 ກັນຍາ 2022, ທາງບ້ານໂພນພະເນົາ ໄດ້ຮັບແຈ້ງທາງໂທລະສັບວ່າ ມີຄົນຖືກປືນຍິງເສຍຊີວິດຄາລົດ,

ຈາກນັ້ນ, ທາງອົງການປົກຄອງ ບ້ານ ໂພນພະເນົາ ແລະ ປກສ ກຸ່ມຈອມມະນີ ພ້ອມດ້ວຍເຈົ້າໜ້າທີ່ກ່ຽວຂ້ອງ ໄດ້ໄປຈຸດເກີດເຫດຢູ່ທາງຮ່ອມໜ່ວຍ 1 ບ້ານໂພນພະເນົາ ໄດ້ພົບຟໍຈູນເນີ ໝາຍເລກທະບຽນ ຮຣ 5345 ກຳແພງນະຄອນ ຍັງຕິດຈັກຢູ່ ແລ້ວມີຜູ້ຊາຍໜຶ່ງຄົນນັ່ງຢູ່ທາງເບາະໜ້າເບື້ອງຄົນຂັບ ຖືກປືນຍິງເຂົ້າຂະໝັບເບື້ອງຂວາທະລຸເບື້ອງຊ້າຍເສຍຊີວິດຄາລົດ.

ຜ່ານການກວດກາ ພົບເຫັນປືນສັ້ນ ຊີແຊັດ 75. 9 ມມ 1 ກະບອກ ວາງຢູ່ວ່າງຂາ ມີລູກປືນໃນລຳກ້ອງ 1 ນັດ ແລະ ມີລູກປືນຢູ່ເບາະນັ່ງເບື້ອງຄົນຂັບ 4 ລູກ ແລະ ເບາະຂ້າງຄົນຂັບ 4 ລູກ ແລະ ຢູ່ໃນຕັບໂລ້ລົດອີກຈຳນວນໜຶ່ງ. ລົດແມ່ນລັອກປະຕູທາງດ້ານໃນ ແລະ ບໍ່ມີຮ່ອງຮອຍກະສູນຈາກດ້ານນອກລົດ. ສ່ວນປະຕູຫຼັງຊ້າຍແມ່ນຫຼານຂອງຜູ້ເສຍຊີວິດເອົາກ້ອນຫີນທຸບເພື່ອເປີດປະຕູ.

ຜູ້ເສຍຊິວິດເປັນເພດຊາຍ ອາຍຸ 28 ປີ ຢູ່ບ້ານ ໂພນສະຫວັນ, ນະຄອນໄກສອນ, ແຂວງ ສະຫວັນນະເຂດ ພັກເຊົາຢູ່ບ້ານ ໂພນພະເນົາ. ຈຸດເກີດເຫດ ແມ່ນຫ່າງຈາກເຮືອນຜູ້ກ່ຽວອາໄສຢູ່ໃນປັກຈຸບັນປະມານ 250-300 ແມັດ.

ມີຄລິບ https://www.facebook.com/watch/?v=2785400738257504

ແຫຼ່ງຂ່າວ: ໜັງສືພິມຄວາມສະຫງົບ

error: Content is protected !!