ເກີດແຜ່ນດິນໄຫວ 3.4 ຣີກເຕີ ໃນບໍລິເວນ ແຂວງ ຜົ້ງສາລີ

ກົມອຸຕຸນິຍົມ ແລະ ອຸທົກກະສາດ ໄດ້ລາຍງານສະພາບການເກີດ ແຜ່ນດິນໄຫວ ຈາກສູນຂ່າວສານແຜ່ນດິນໄຫວແຫ່ງຊາດ ຄັ້ງວັນທີ 30 ກັນຍາ 2022 ໃນເວລາ 03:40 ໂມງ ໄດ້ພົບສັນຍານການເກີດແຜ່ນດິນໄຫວ ພາຍໃນ ປະເທດ ລາວ ຈໍານວນ 01 ຄັ້ງ ໃນບໍລິເວນ ແຂວງ ຜົ້ງສາລີ ມີຈຸດ ສູນກາງຢູ່ເສັ້ນຂະໜານທີ 21,973 ອົງສາເໜືອ ແລະ ເສັ້ນແວງທີ 101,691 ອົງສາຕາເວັນອອກ ຄວາມແຮງສັ່ນສະເທືອນວັດແທກໄດ້ 3.4 ຣີກເຕີ ເຊິ່ງມີຄວາມເລິກຈາກເທິງໜ້າດິນປະມານ 10 ກິໂລແມັດ ຈຸດສູນກາງ ເກີດແຜ່ນດິນໄຫວຢູ່ທີ່ບໍລິເວນ ເມືອງຍອດອູ ແຂວງຜົ້ງສາລີ ເຊີ່ງຈຸດ ເກິດແຜ່ນດິນໄຫວແມ່ນຫ່າງຈາກເທສະບານ ເມືອງຍອດອູ ປະມານ 20 ກິໂລແມັດ.

ເຫດການແຜ່ນດິນໄຫວໃນເບື້ອງຕົ້ນຍັງບໍ່ມີລາຍງານຜົນເສຍຫາຍ.

error: Content is protected !!