ວິກິດໄພແຫ້ງແລ້ງ ໃນ ເຄນຢາ ກຳລັງຂ້າຊີວິດສັດປ່າ ທີ່ໃກ້ຈະສູນພັນ

ຂ່າວຕ່າງປະເທດລາຍງານ ເມື່ອວັນທີ 28 ກັນຍາທີ່ຜ່ານມານີ້, ໄພແຫ້ງແລ້ງກຳລັງເຮັດໃຫ້ສັດປ່າທີ່ມີຊື່ສຽງຂອງເຄນຢາຕ້ອງອຶດຫິວຈາກແຫຼ່ງອາຫານປົກກະຕິໃນທີ່ແຈ້ງ ແລະ ຊຸກຍູ້ໃຫ້ພວກມັນເຂົ້າສູ່ຄວາມຂັດແຍ້ງທີ່ຮຸນແຮງກັບມະນຸດເມື່ອພວກມັນເຂົ້າໃກ້ພື້ນທີ່ຊາຍແດນຂອງເມືອງ ແລະ ໝູ່ບ້ານຕ່າງໆຫຼາຍຂຶ້ນເພື່ອຄົ້ນຫາອາຫານຢ່າງໝົດຫວັງ.

ຂະນະທີ່ນັກອະນຸຮັກຫຼາຍຄົນກ່າວວ່າ ຖ້າຫາກບໍ່ມີການແຊກແຊງເພື່ອຄຸ້ມຄອງສັດປ່າ ຫຼື ຖ້າບໍ່ເກີດຝົນຕົກທີ່ຖືກຕ້ອງຕາມລະດູການອີກຄັ້ງ ສັດຈຳນວນຫຼາຍໃນພຶ້ນທີ່ຂອງປະເທດໃນພາກພື້ນອາຟຣິກາຕາເວັນອອກອາດຈະປະເຊີນກັບວິກິດການມີຊີວິດຢູ່ໄດ້. ທ່ານ ແອນດຼູ ເລຕູຣາ ເຈົ້າໜ້າທີ່ໆຕິດຕາມຈາກອົງການເກຣວີ ຊີບຣ້າ ທຣັສ (Gravi’s Zebra Trust =GZT) ກ່າວວ່າ ມັນເປັນໄພຂົ່ມຂູ່ຮ້າຍແຮງຕໍ່ພວກເຂົາທີ່ໄພແຫ້ງແລ້ງຂ້າຊີວິດມ້າລາຍເກຣວີໄປແລ້ວປະມານ 40 ໂຕ ນັບຕັ້ງແຕ່ເດືອນມິຖຸນາທີ່ຜ່ານມາ ຊຶ່ງໂຕເລກຂ້າງເທິງເປັນການຄາດຄະເນຈຳນວນການເສຍຊີວິດຂອງມ້າລາຍຕະຫຼອດທັງໝົດປີ ແຕ່ມັນເກີດຂຶ້ນໃນເວລາພຽງ 3 ເດືອນ. ດັ່ງນັ້ນ, ທ່ານຈຶ່ງຮູ້ສຶກກັງວົນໃຈຕໍ່ປະຊາກອນມ້າລາຍເກຣວີທີ່ເຫຼືອຢູ່. ຍິ່ງໄປກວ່ານັ້ນ, ສະຖານະການໃນພື້ນທີ່ພາກໃຕ້ຂອງເຄນຢາກໍເປັນທີ່ໜ້າໝົດຫວັງເຊັ່ນດຽວກັນ ເມື່ອມີການລາຍງານການຕາຍຂອງສັດຫຼາຍຊະນິດທີ່ຫຼາຍຂຶ້ນກວ່າເດີມ 8 ເທົ່າ ເມື່ອທຽບກັບໄລຍະເດືອນກັນຍາຕາມປົກກະຕິ. ເຖິງແມ່ນວ່າສັດປ່າບາງຊະນິດຈະຕາຍດ້ວຍນ້ຳມືຂອງມະນຸດ ໂດຍອີງຕາມການລາຍງານທີ່ພົບເຫັນການລັກລອບລ່າສັດປ່າເພີ່ມຂຶ້ນ 5 ເທົ່າ ເມື່ອທຽບກັບລະດູແລ້ງຄັ້ງອື່ນໆ ແຕ່ໃນຂະນະດຽວກັນໜ່ວຍງານອະນຸຮັກຊ້າງ (Save the Elephants) ກ່າວວ່າ ຊ້າງທີ່ຖືກຂ້າດ້ວຍປືນ ຫຼື ຫອກ ຊຶ່ງມີຈຳນວນເພີ່ມຫຼາຍຂຶ້ນນັ້ນພວກມັນຍັງມີງາຢູ່ຢ່າງຄົບຖ້ວນສົມບູນ ຊຶ່ງເປັນສັນຍານທີ່ບົ່ງບອກວ່າພວກມັນຕົກເປັນເຍື່ອຂອງຄວາມຂັດແຍ້ງກັບມະນຸດໃນພື້ນທີ່ຫຼາຍກວ່າຈະເປັນການລ່າສັດຢ່າງຜິດກົດໝາຍ.

ເຖິງຢ່າງໃດກໍຕາມ, ຜູ້ຊ່ຽວຊານຫຼາຍຄົນກ່າວວ່າ ວິກິດຄັ້ງນີ້ບໍ່ໄດ້ເກີດຈາກໄພແຫ້ງແລ້ງພຽງຢ່າງດຽວ ໂດຍທ່ານ ເດວິດ ຄາບານເລນ ຫົວໜ້າຝ່າຍປະຕິບັດການພາກສະໜາມຂອງ Save the Elephants ກ່າວວ່າ ການເຮັດຟາມລ້ຽງສັດກໍາລັງຫຼຸດພື້ນທີ່ຂອງທົ່ງຫຍ້າຂະໜາດໃຫຍ່ ແລະ ມັນຈະສົ່ງຜົນໃຫ້ລະບົບນິເວດຟື້ນຕົວຈາກໄພແຫ້ງແລ້ງໄດ້ຍາກຍິ່ງຂຶ້ນ.

ແຫຼ່ງຂໍ້ມູນ: https://www.dailynews.co.th/news/1520964/

error: Content is protected !!