ໃນໄລຍະນີ້ມີເຫດການກຸ່ມຂີ້ລັກເກີດຂຶ້ນຫຼາຍ ໂດຍສະເພາະແມ່ນກຸ່ມໂຈນທີ່ລັກລົດຈັກ
ເຊິ່ງຫຼ້າສຸດ ໄດ້ມີຜູ້ໃຊ້ເຟສບຸກທ່ານໜຶ່ງ ໄດ້ອອກມາໂພສເຕືອນວ່າ: ຄືນນີ້ໄດ້ມີໂຈນ ຂີ້ລັກມາງັດຮ້ານໄດ້ລັກເຄື່ອງຂອງໂທລະສັບລູກຄ້າມາແປງ ກັບເງິນຈຳນວນໜຶ່ງ, ສະເບົ້າບູທູດ, ໄວຟາຍ, ສາຍສາກຫຼາຍພໍສົມຄວນ ດີແຕ່ເກັບ ໂທລະສັບ ເຂົ້າໄວ້ເຮືອນແນ່ຄັນບໍ່ຊັ້ນແມ່ນບໍ່ເຫຼືອ ເນື່ອງຈາກ ຄືນນີ້ໄຟດັບຝົນລົມແຮງມັນສວຍໂອກາດເຂົ້າມາລັກ.
ແນວໃດກໍໃຫ້ທຸກຄົນ ມີສະຕິລະວັງໂຕນໍາກັນ!
(ຂໍອະນຸຍາດເຈົ້າຂອງໂພສ)


