ລັດ ເລັ່ງແກ້ໄຂແຮງງານ ລາວ ທີ່ເຮັດວຽກຢູ່ ໄທ ແບບຜິດກົດໝາຍ

ອີງຕາມການເຫັນດີຂອງສອງຝ່າຍ ລາວ-ໄທ ເພື່ອໃຫ້ແຮງງານລາວ ທີ່ໄດ້ຮັບການຂຶ້ນທະບຽນຕາມມະຕິຄະນະລັດຖະມົນຕີ(ຄລມ) ຂອງປະເທດ ໄທ ໄດ້ຮັບອະນຸຍາດເຮັດວຽກຢ່າງຖືກຕ້ອງຕາມກົດໝາຍຂອງສອງປະເທດ, ຜູ້ອອກແຮງງານ ລາວ ໄດ້ຮັບການຕິດຕາມ, ຄຸ້ມຄອງ ແລະ ຊ່ວຍເຫລືອຕະຫລອດໄລຍະເວລາ 2 ປີ. ລາວ ໄດ້ສົ່ງຄະນະຮັບຜິດຊອບແກ້ໄຂແຮງງານ ລາວ ໄປດໍາເນີນການອອກອະນຸມັດບັນຊີລາຍຊື່ ແລະ ຮວບຮວມເອກະສານ ເພື່ອສະເໜີປ່ຽນໜັງສືຜ່ານແດນ ໃຫ້ແຮງງານລາວທີ່ເຮັດວຽກຢູ່ປະເທດ ໄທ ແບບບໍ່ຖືກຕ້ອງ ໃຫ້ສາມາດອອກບັດອະນຸຍາດເຮັດວຽກ ແລະ ວີຊາ ເພື່ອສືບຕໍ່ເຮັດວຽກໄດ້ 2 ປີ.

ສຳລັບແຮງງານລາວຕາມມະຕິ (ຄຣມ) ຄື: ມະຕິ 29 ທັນວາ 2563; ມະຕິ 13 ກໍລະກົດ 2564; ມະຕິ 28 ກັນຍາ 2564 ແລະ ມະຕິ 5 ກໍລະກົດ 2565 ໃຫ້ໄປຂຶ້ນທະບຽນອະນຸມັດບັນຊີລາຍຊື່ ແລະ ສະເໜີປ່ຽນໜັງສືຜ່ານແດນ ນໍາໜ່ວຍງານແກ້ໄຂແຮງງານລາວ ຢູ່ທີ່ອາພາດເມັ້ນພົງພະນາ ຊຶ່ງຕັ້ງຢູ່ດ້ານຫລັງຂອງສະຖານເອກອັກຄະລັດຖະທູດແຫ່ງ ສປປ ລາວ ທີ່ບາງກອກ, ປະເທດໄທ ນັບແຕ່ວັນທີ 22 ກັນຍາ ເຖິງວັນທີ 04 ພະຈິກ 2022. ການປະກອບເອກະສານ ມີດັ່ງນີ້:

ສຳລັບ ກຸ່ມທີ່ມີໜັງສືຜ່ານແດນ ທີ່ບໍ່ໝົດອາຍຸການນໍາໃຊ້ ຕາມກໍານົດການອະນຸຍາດໃຫ້ເຮັດວຽກ ແຕ່ວີຊາໝົດກໍານົດ ໃຫ້ມາຂຶ້ນທະບຽນອະນຸມັດບັນຊີລາຍຊື່ ເອກະສານປະກອບ ມີດັ່ງນີ້: ສໍາເນົາໜັງສືຜ່ານແດນ01 ໃບ, ສໍາເນົາບັດອະນຸຍາດເຮັດວຽກ ຫລື ບັດ ທລ 38 ຫລື ໃບຂຶ້ນທະບຽນ 01 ໃບ, ສໍາເນົາບັດປະຊາຊົນ ແລະ ທະບຽນບ້ານຂອງນາຍຈ້າງ 01 ໃບ.

ສ່ວນ ກຸ່ມທີ່ມີໜັງສືຜ່ານແດນ ທີ່ມີອາຍຸການນໍາໃຊ້ຕໍ່າກວ່າກໍານົດການອະນຸຍາດໃຫ້ເຮັດວຽກ ຫລື ໝົດອາຍຸ ແລະ ວີຊາໝົດກໍານົດ ໃຫ້ປະກອບເອກະສານ ດັ່ງນີ້: ໜັງສືຜ່ານແດນ ສະບັບຕົ້ນ (ສະບັບແທ້), ສໍາເນົາບັດປະຈໍາຕົວ (ບັດປະຊາຊົນ) ຫລື ສໍາມະໂນຄົວ 01 ຊຸດ, ສໍາເນົາບັດອະນຸຍາດເຮັດວຽກ ຫລື ບັດ ທລ 38 ຫລື ໃບຂຶ້ນທະບຽນ 01 ໃບ, ສໍາເນົາບັດປະຊາຊົນ ແລະ ທະບຽນບ້ານຂອງນາຍຈ້າງ 01 ຊຸດ, ຮູບຖ່າຍພື້ນສີຂາວ, ໃສ່ເສື້ອສູດ/ຄໍປົກ ທີ່ມີຂະໜາດ 4×6 cm 03 ໃບ.

ສະເພາະ ກຸ່ມທີ່ບໍ່ມີໜັງສືຜ່ານແດນ ໃຫ້ມາຂື້ນທະບຽນຮັບໃບເດີນທາງຊົ່ວຄາວ(ບັດເຫລືອງ) ເພື່ອເດີນທາງກັບຄືນ ສປປ ລາວ ໃນການປະກອບເອກະສານເຮັດໜັງສືຜ່ານແດນມາໃໝ່. ໃຫ້ປະກອບເອກະ ສານ ດັ່ງນີ້: ສໍາເນົາບັດປະຈໍາຕົວ(ບັດປະຊາຊົນ) ແລະ/ຫລື ສໍາມະໂນຄົວ ຫລື ສໍາເນົາໃບຢັ້ງຢືນທີ່ຢູ່ຈາກບ້ານທີ່ຕົນເອງອາໄສ ຢູ່ໃນປະເທດລາວ 01 ຊຸດ, ຮູບຖ່າຍພື້ນສີຂາວ, ໃສ່ເສື້ອສູດ/ຄໍປົກ ທີ່ມີຂະໜາດ 4×6 cm 03 ໃບ.

ໝາຍເຫດ: ກຸ່ມທີ 1 ແລະ ກຸ່ມທີ 2 ໃນກໍລະນີແຮງງານລາວບໍ່ສາມາດເຂົ້າມາດ້ວຍຕົນເອງ ແມ່ນໃຫ້ສົ່ງເອກະສານທີ່ກ່ຽວຂ້ອງ ໃຫ້ເຈົ້າໜ້າທີ່ທາງໄປສະນີ: (556 ຊອຍຣິດງາມ, ຖະໜົນປະຊາອຸທິດ, ແຂວງວັງທອງຫລາງ, ເຂດວັງທອງຫລາງ, ກຸງເທບມະຫານະຄອນ 10310).

ສໍາລັບຄ່າໃຊ້ຈ່າຍໃນການອອກອະນຸມັດບັນຊີລາຍຊື່, ຕິດຕາມ, ຄຸ້ມຄອງ ແລະ ຊ່ວຍເຫລືອ ຕະ ຫລອດໄລຍະ 2 ປີ ເປັນເງິນຈໍານວນ 3,500 ບາດ (ບໍ່ລວມຄ່າໃຊ້ຈ່າຍໃນການຂໍອະນຸມັດຕ່າງໆຈາກທາງການໄທ). ໃນກໍລະນີສະເໜີອອກໜັງສືຜ່ານແດນ ແມ່ນມີຄ່າໃຊ້ຈ່າຍເພີ່ມຕາມລະບຽບການ.

ຂ່າວ: ສຸກສະຫວັດ

ຂໍ້ມູນ-ພາບ: ຂ່າວສານ ຮສສ

error: Content is protected !!