ປກສ ບໍ່ແກ້ວ ຢຶດຢາເສບຕິດ 33 ລ້ານກວ່າເມັດ

ແຫລ່ງຂ່າວຈາກ ແຂວງ ບໍ່ແກ້ວ ໃຫ້ຮູ້ວ່າ: ວັນທີ 23 ກັນຍາ 2022, ເຈົ້າໜ້າທີ່ວິຊາສະ ເພາະ ປກສ ແຂວງບໍ່ແກ້ວ ໄດ້ຢຶດຢາເສບຕິດລາຍໃຫຍ່ໄດ້ 33 ລ້ານກວ່າເມັດ ແລະ ຈັບກຸມຜູ້ຖືກຫາໄດ້ 2 ຄົນ ແລະ ກຳລັງເລັ່ງຊອກຈັບເປົ້າໝາຍທີ່ກ່ຽວຂ້ອງມາລົງໂທດ.

ຜູ້ຖືກຫາທີ່ຈັບໄດ້ ຊື່ທ້າວ ສົມຫວັງ ຫວ່າ ອາຍຸ 34 ປີ ແລະ ເມຍຊື່ ນາງ ເຢັງຢາງ ອາຍຸ 18 ປີ ຢູ່ບ້ານຮົ່ມເຢັນ ເມືອງຕົ້ນເຜິ້ງ ພ້ອມຂອງກາງຢາບ້າ 300,000 ເມັດ. ຈາກນັ້ນ ເຈົ້າໜ້າທີ່ໄດ້ນຳຕົວທັງສອງຄົນມາສອບສວນຂະຫຍາຍຜົນ, ຜູ້ຖືກຫາໄດ້ຊັດທອດຫາ ທ້າວອາລຸນ ຄຸນລະວົງ ແລະ ທ້າວ ດວງແກ້ວ ໝື່ນແກ້ວມະນີ ຢູ່ບ້ານສີບຸນເຮືອງ ເມືອງຕົ້ນເຜິ້ງ. ເຈົ້າໜ້າທີ່ຈຶ່ງເຂົ້າກວດຄົ້ນເຮືອນຂອງທ້າວ ດວງແກ້ວ ໝື່ນແກ້ວມະນີ ພ້ອມຈັບຕົວນາງ ບໍ້າ ໝື່ນແກ້ວມະນີ ຜູ້ເປັນເມຍ ສາມາດຢຶດຢາບ້າໄດ້ 33 ລ້ານເມັດ, ຢາໄອສ໌ 500 ກິໂລກຣາມ. ກວດຄົ້ນເຄຫະສະຖານຂອງທ້າວ ອາລຸນ ພົບຢາບ້າ ຈຳນວນ 200,000 ເມັດ, ເຄຕາມິນ 1 ຫໍ່ ນໍ້າໜັກ 1 ກິໂລກຣາມ ພ້ອມເຄື່ອງຂອງກາງອີກຫລາຍລາຍ ການ.

ສ່ວນທ້າວ ດວງແກ້ວ ແລະ ທ້າວ ອາລຸນ ແມ່ນໄດ້ເອົາຕົວຫລົບໜີ ເຈົ້າໜ້າທີ່ກຳລັງເລັ່ງໄລ່ລ່າຊອກຈັບຕົວພວກຜູ້ກ່ຽວມາດຳເນີນຄະດີຕາມກົດໝາຍ.

ພາບ-ຂ່າວ: ປກສ ແຂວງບໍ່ແກ້ວ

But not everyone is like this, and certainly not every parent would fork over monthly dues if Greek life is the monster you make it out to be. It is the last chance for Catholics to have some fun before the abstinence of Lent - hence the name which originates from 'without meat'.
error: Content is protected !!