ເປີດໂຕແລ້ວ! ປາກປາແດກເພື່ອນວິນ ປາແດກຂອງຄົນລາວ ເພື່ອສັງຄົມລາວ

ໃນວັນທີ 28 ກັນຍາ ນີ້, ທີ່ຕະຫຼາດເຊົ້າ Shopping mall ຊັ້ນ 1 ໄດ້ມີການຈັດການເປີດນໍ້າປາແດກປາແດກຂອງຄົນລາວ ເພື່ອສັງຄົມລາວ ສຳຫລັບ “ປາກປາແດກເພື່ອນວິນ” ໂດຍໄດ້ຄັດສັນປາແກ້ວພຣີມ້ຽມຄຸນນະພາບ ຜ່ານການໝັກພິເສດ ໂດຍໄດ້ເລືອກເອົາໂຮງງານທີ່ໄດ້ມາດຕະຖານ ແລະ ມີປະສົບການຫຼາຍກວ່າ 40 ກວ່າປີ ປະສົມປະສານຄວາມຕັ້ງໃຈ ຄິດຄົ້ນສູດປາແດກທີ່ເຂັ້ມຂຸ້ນແຊບນົວເຖິງໃຈ ແລະ ຖືກປາກຄົນລາວທີ່ສຸດ ແລະ ໃຊ້ເວລາໃນການຄິດຄົ້ນສູດເປັນເວລາຫລາຍເດືອນ.

ງານເປີດໂຕໃນຄັ້ງນີ້, ຍັງມີມິນິຄອນເສີດຈາກສິນລະປິນຊື່ດັງຈາກປະເທດເພື່ອນບ້ານ ນັ້ນກໍຄື ສາວ ຕ່າຍ ອໍລະໄທ  ຂວັນໃຈ ປະຊາຊົນລາວ ເຊິ່ງເຫັນໄດ້ວ່າມີແຟນຄລັບ ແຟນເພງທາງບ້ານເຮົາໄດ້ມາຕ້ອນຮັບໃຫ້ກຳລັງໃຈ ຢ່າງຫນາແຫນ້ນ ແລະ ອົບອຸ່ນ.

ນອກຈາກນີ້, ຍັງມີສິນລະປິນຈາກທາງບ້ານເຮົາ ກໍຄື ເຈມ Uno ແລະ ກູດGX2 ເຈົ້າຂອງຜົນງານເພງຕິດຫູ ລູກເຂີຍໃສມອງ,ຕ້ອງຍອມ ແລະ ອີກຫລາຍໆບົດເພງ ເຊິ່ງທັງສອງເປັນສິນລະປິນໄວຫນຸ່ມທີ່ໄດ້ຮັບຄວາມນິຍົມຫລາຍທັງພາຍໃນ ແລະ ຕ່າງປະເທດ

ເຊິ່ງພາຍໃນງານກໍມີແຂກຮັບເຊີນຜູ້ມີກຽດ ແລະ ຄົນດັງຫລາຍໆທ່ານເຂົ້າຮ່ວມເຊັ່ນ: ທ່ານນາງ ບົວຄໍາ ທິບພະວົງ, ທ່ານ ຈິລະສັກ ໄຊຊະນິດ (ໂຈໂຈ້ ມິລະໂຄ) , ນາງ ສຸພາພອນ ສົມວິຈິດ (ນຸ້ຍ) Miss Universe Laos 2017, ນາງ ບົວພາ ແສນວົງສາ ເຈົ້າຂອງຮ້ານເຄື່ອງສຳອາງ Bouapha, ນ້ອງໆຈາກຄ້າຍ Tara Academy ແລະ ຄົນດັງອີກຫລາກຫຼາຍທ່ານເຂົ້າຮ່ວມ.

ນອກຈາກນີ້, ພາຍໃນງານຍັງມີກິດຈະກຳສຳຫລັບຜູ້ທີ່ຊື້ຜະລິດຕະພັນ ປາແດກເພື່ອນວິນເລີ່ມແຕ່ 1 ຂວດ ກໍສາມາດມີສິດລຸຸ້ນຮັບຂອງລາງວັນ ບໍ່ວ່າຈະເປັນ ຫມໍ້ໄຟ້ ຫມໍ້ຫຸງເຂົ້າ ໂທລະສັບ ແລະ ຕູ້ເຢັນ ໃຫ້ທຸກຄົນໄດ້ຮ່ວມຫລິ້ນນຳກັນຢ່າງຄຶກຄື້ນ.

ແຊບຄູຄົວ ນົວທຸກບ້ານ ໄປກັບປາແດກເພື່ອນວິນໄດ້ແລ້ວມື້ນີ້

ເປີດໂຕແທນຈຳໜ່າຍທົ່ວເທດສັ່ງຈອງໄດ້ທີ່ 020 56532919

error: Content is protected !!