ນໍ້າເຊກອງລົ້ນຝັງ ໄຫລເຂົ້າຖ້ວມເຮືອນປະຊາຊົນຢູ່ເທດສະບານ ແຂວງ ອັດຕະປື

ຂໍ້ມູນລານງານຂອງພະແນກ ຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ແຂວງ ອັດຕະປື ໃນຕອນເຊົ້າວັນທີ 29 ກັນຍາ 2022 ນໍ້າເຊກອງ ຢູ່ຈຸດວັດແທກ ບ້ານ ເວີນແຄນ ເມືອງ ສາມັກຄີໄຊ ແຂວງ ອັດຕະປື ວັດແທກໄດ້ 16,28 ແມັດ, ເຊິ່ງຈັດຢູ່ໃນລະດັບເຕືອນໄພອັນຕະລາຍ.

ພ້ອມກັນນັ້ນ, ນໍ້າຈາກລໍານໍ້າເຊກອງ ຍັງໄດ້ລົ້ນຝັ່ງໄຫລເຂົ້າຖ້ວມບ້ານເຮືອນຂອງປະຊາຊົນ ຢູ່ເທສະບານຂອງແຂວງ ອັດຕະປື, ເຊິ່ງມີບ້ານເວີນແຄນ, ສະເພົາທອງ, ບ້ານບຸ່ງ, ບ້ານຫລັກສາມ ແລະ ບ້ານເຊກອງ, ເຮັດໃຫ້ເຮືອນຫລາຍຫລັງ ໄດ້ຮັບຄວາມເສຍຫາຍ, ປະຊາຊົນຫລາຍຄອບຄົວໄ ດ້ຮີບຮ້ອນຂົນຊັບສິນ-ເຄື່ອງໃຊ້ຍ້າຍໄປໄວພື້ນທີ່ສູງ ແລະ ປັດຈຸບັນລະດັບນໍ້າ ຍັງເພີ່ມສູງຂຶ້ນເລື້ອຍໆ.

ຂ່າວ: ແຂວງອັດຕະປື

error: Content is protected !!