ທ່ານ ໂຈມແຍງ ແພງທອງສະຫວັດ ຫົວໜ້າຫ້ອງການ ຄະນະກຳມະການຄຸ້ມຄອງແຫ່ງຊາດ ເພື່ອການແກ້ໄຂບັນຫາລະເບີດບໍ່ທັນແຕກ ທີ່ຕົກຄ້າງຢູ່ ລາວ ໄດ້ເວົ້າວ່າ: ນັບແຕ່ມື້ເລີ່ມຕົ້ນເກັບກູ້ລະເບີດແຕ່ປີ 1996 ຈົນຮອດປັດຈຸບັນ ສາມາດຈັດຕັັ້ງປະຕິບັດໄດ້ພຽງແຕ່ 1 ເປີເຊັນ ເທົ່ານັ້ນ ແລະ ຍັງອີກ 99% ຖ້າທຽບໃສ່ພື້ນທີ່ໆໄດ້ຮັບຜົນກະທົບ ພວກເຮົາໄດ້ວິເຄາະຢູ່ ສປປ ລາວ ແມ່ນ 87 ພັນກິໂລຕາແມັດ ແລະ ພວກເຮົາໄດ້ສະເລ່ຍໃສ່ຈຳນວນປີ ຍັງອີກ 1,860 ປີ ຈຶ່ງສາມາດບັນລຸການສຳຫຼວດກວດກູ້ລະເບີດບໍ່ທັນແຕກ ທີ່ຕົກຄ້າງຢູ່ ສປປ ລາວ ໄດ້ທັງໝົດ ເພາະວ່າຈຸດພິເສດຂອງວຽກງານເກັບກູ້ລະເບີດ ຫຼື ວ່າການແກ້ໄຂບັນຫາລະເບີດບໍ່ທັນແຕກ ຢູ່ ສປປ ລາວ ມັນຈະແຕກຕ່າງກັບປະເທດອື່ນ ເພາະວ່າຈຸດພິເສດຂອງປະເທດເຮົາແມ່ນມີພູຜ່າປ່າດົງ ການເກັບກູ້ລະເບີດຕ້ອງໄດ້ເອົາໃຈໃສ່ ໃຊ້ເຕັກນິກ ແລະ ທຶນຮອນ ເມື່ອທຽບໃສ່ຜົນສຳເລັດທີ່ຜ່ານມາແມ່ນມີຄວາມທ້າທາຍຫຼາຍ ແລະ ໃນແຕ່ລະປີເຮັດໃຫ້ປະຊາຊົນເກີດອຸບັດເຫດ ຊຶ່ງປີ 2021 ແມ່ນມີຜູ້ໄດ້ຮັບຜົນກະທົບຈາກລະເບີດບໍໍ່ທັນແຕກທັງໝົດ 63 ຄົນ.
ໃນການຄຸ້ມຄອງການຕິດຕາມອຳນວຍຄວາມສະດວກໃນການເຄື່ອນໄຫວ ການແກ້ໄຂບັນຫາລະເບີດບໍໍ່ທັນແຕກເຊັ່ນ: ການໂຄສະນາສຶກສາຄວາມສ່ຽງໄພ ການສຳຫຼວດການກວດກູ້ ແລະ ການຊ່ວຍເຫຼືອຜູ້ຖືກເຄາະຮ້າຍ ແລະ ຄຽງຄູ່ກັນນັ້ນຍັງໄດ້ອຳນວຍຄວາມສະດວກໃຫ້ແກ່ທຸກອົງການທີ່ປະຕິບັດງານທັງພາຍໃນ ແລະ ຕ່າງປະເທດ ທີ່ມີຈຸດປະສົງທີ່ຈະແກ້ໄຂບັນຫາລະເບີດບໍ່ທັນແຕກທີ່ຕົກຄ້າງຢູ່ ສປປ ລາວ ເພື່ອເປັນການພັດທະນາເສດຖະກິດ-ສັງຄົມ ເປັນການພັດທະນາຊີວິດການເປັນຢູ່ຂອງປະຊາຊົນລາວບັນດາເຜົ່າ ໃນແຕ່ລະປີທາງຫ້ອງການ (ຄຊກລ) ໄດ້ສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ໄດ້ຈັດຕັ້ງການຢ້ຽມຍາມຂອງບັນດາສື່ມວນຊົນ ແລະ ບັນດາປະເທດຜູ້ໃຫ້ທຶນ ເພື່ອລົງຕິດຕາມການກວດກາ ການຈັດຕັ້ງປະຕິບັດຕົວຈິງ ຂອງອົງການປະຕິບັດງານເຄື່ອນໄຫວຢູ ສປປ ລາວ ຊຶ່ງພວກເຮົາໄດ້ຜັດປ່ຽນໄປເປັນແຕ່ລະແຂວງ ສຳລັບປີນີ້ພວກເຮົາໄດ້ເລືອກເອົາແຂວງສາລະວັນ ຊຶ່ງເປັນແຂວງທີ່ລະເບີດຕົກຄ້າງເປັນອັນດັບ 4 ຂອງປະເທດ ການເຄື່ອນໄຫວໃນຄັ້ງນີ້ເຫັນວ່າບັນດາປະເທດຜູ້ໃຫ້ທຶນມີຄວາມສົນໃຈ ໃນການຈັດຕັ້ງການຢ້ຽມຍາມ ການຕິດຕາມເບິ່ງຕົວຈິງ ໃນການເຄື່ອນໄຫວການໂຄສະນາສຶກສາຄວາມສ່ຽງໄພ ຊຶ່ງເປັນມາດຕະການຕົ້ນຕໍໜຶ່ງເຮັດໃຫ້ພໍ່ແມ່ປະຊາຊົນ ເຮັດໃຫ້ນ້ອງໆນັກຮຽນເຂົ້າໃຈ ແລະ ຮູ້ວິທີຫຼີກລ່ຽງຈາກການເກີດອຸບັດເຫດ ເພາະວ່າປະຊາຊົນ ແລະ ນັກຮຽນເຫຼົ່ານັ້ນ ດຳລົງຊີວິດໃນເຂດທີ່ເປັນອັນຕະລາຍຈາກລະເບີດບໍ່ທັນແຕກທີ່ຕົກຄ້າງໃນປາງສົງຄາມ ແຕ່ປີ 1964-1983 ແລະ ຄຽງຄູ່ກັນນັ້ນກໍໄດ້ເບິ່ງຕົວຈິງໃນການສຳຫຼວດຕົວຈິງແບບວິຊາການ ແລະ ໄດ້ທຳລາຍລະເບີດ ຊຶ່ງໄດ້ສ້າງຄວາມປະທັບໃຈໃຫ້ແກ່ບັນດາຜູ້ແທນ ແລະ ປະເທດຜູ້ໃຫ້ທຶນ ໃນການຢ້ຽມຍາມໃນຄັ້ງນີ້ ໂດຍສະເພາະແມ່ນເຮັດໃຫ້ຜູ້ແທນ ແລະ ປະເທດຜູ້ໃຫ້ທຶນໄດ້ກົດປຸ່ມທຳລາຍລະເບີດຕົວຈິງ ແລະ ໄດ້ທຳລາຍລະເບີດບົມບີ 63 ຈຳນວນ 5 ໜ່ວຍ ຢູ່ສະໜາມບ້ານເຕົາປູນເມືອງສາລະວັນ ແຂວງສາລະວັນ ແລະ ຈາກນັ້ນພວກເຮົາກໍໄດ້ໄປຢ້ຽມຍາມ ເພື່ອຮັບຟັງຕໍ່ກັບເຫດການທີ່ເກີດຂຶ້ນກັບຕໍ່ພໍ່ແມ່ປະຊາຊົນໂດຍສະເພາກໍແມ່ນກິດຈະກຳການຊ່ວຍເຫຼືອຜູ້ຖືກເຄາະຮ້າຍ ພວກເຮົາໄດ້ເຊີນເອົາຜູ້ທີ່ລອດຊີວິດຈາກລະເບີດແຕກໃສ່ຈຳນວນ 2 ຄົນ ມາເລົ່າບົດຮຽນປະສົບການຕົວຈິງ ເປັນຫຍັງລະເບີດຈຶ່ງແຕກໃສ່ ຍ້ອນການທຳມາຫາກິນ ຍ້ອນການດຳລົງຊີວິດຂອງເຂົາເຈົ້າ ພາຍຫຼັງລະເບີດແຕກໃສ່ແລ້ວໄດ້ຮັບການຊ່ວຍເຫຼືອຈາກພາກສ່ວນທີ່ກ່ຽວຂ້ອງ ໂດຍສະເພາະແມ່ນທາງຫ້ອງການ (ຄຊກລ) ໄດ້ສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ໄດ້ໃຫ້ການຊ່ວຍເຫຼືອທາງດ້ານການແພດ ຊ່ວຍເຫຼືອທາງດ້ານເງິນອຸດໜູນ ເພື່ອປັບປຸງຊີວິດການເປັນຢູ່ຂອງເຂົາເຈົ້າໃຫ້ດີຂຶ້ນ ແລະ ເຮັດໃຫ້ເຂົາເຈົ້າປັບປຸງຊີວິດກັບຄືນເຂົ້າສູ່ສັງຄົມໄດ້ ທັງໝົດນີ້ການຈັດຕັ້ງປະຕິບັດລ້ວນແລ້ວແຕ່ສອດຄ່ອງກັບນະໂຍບາຍ ແລະ ນິຕິກຳຕ່າງໆທີ່ພົວພັນກັບການແກ້ໄຂບັນຫາລະເບີດບໍ່ທັນແຕກ ເຊັ່ນຍຸດທະສາດແຫ່ງຊາດວ່າດ້ວຍການແກ້ໄຂບັນຫາລະເບີດບໍ່ທັນແຕກ “ເສັ້ນທາງກ້າວສູ່ຄວາມປອດໄພທີ III” ໄລຍະ 2021-2030 ແລະ ດໍາລັດ ວ່າດ້ວຍການຄຸ້ມຄອງການແກ້ໄຂບັນຫາລະເບີດບໍ່ທັນແຕກ ກໍຄືການຈັດຕັ້ງປະຕິບັດສົນທິສັນຍາວ່າດ້ວຍການເກືອດຫ້າມລະເບີດລູກຫວ່ານ ທີ່ ສປປ ລາວ ໄດ້ເປັນພາຄີ.
ຄຽງຄູ່ກັນນັ້ນແມ່ນຈະໄດ້ສຸມໃສ່ການຈັດຕັ້ງການກຳນົດບຸລິມະສິດໃນການສຳຫຼວດກວດກູ້ ແລະເຮັດໃຫ້ການກວດກູ້ມີປະສິດທິພາບ ແລະ ປະສິດທິຜົນຂຶ້ນຕື່ມ ໃນແຕ່ລະປີພວກເຮົາກໍໄດ້ສົມທົບກັບພາກສ່ວນທີ່ກ່ຽວຂ້ອງຈັດຕັ້ງການລະດົມທຶນຜ່ານກອງປະຊຸມຕ່າງໆ ການແລກປ່ຽນຂໍ້ມູນຂ່າວສານຕ່າງໆ ພວກເຮົາຍັງໄດ້ເຊີນຜູ້ໃຫ້ທຶນຕ່າງໆມາເບິ່ງຕົວຈິງ ແລະ ໃນການຈັດກອງປະຊຸມຢູ່ແຂວງສາລະວັນ ບັນດາຜູ້ແທນຂອງບາງປະເທດໄດ້ຢືນຢັນວ່າຈະສືບຕໍ່ໃຫ້ການຊ່ວຍເຫຼືອແກ່ ສປປ ລາວ ກໍຄືແຂວງສາລະວັນ ຕາມທິດທາງແຜນການໃນໄລຍະຜ່ານມາ ໃນແຕ່ລະປີພວກເຮົາຕ້ອງການທຶນຫຼາຍກວ່າ 80 ລ້ານໂດລາ ແຕ່ການລະດົມທຶນຕົວຈິງພວກເຮົາໄດ້ພຽງແຕ່ 30 ກວ່າລ້ານໂດລາ ໂດຍຜ່ານອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ຕາມແຜນຍຸດທະສາດແຫ່ງຊາດວ່າດ້ວຍການແກ້ໄຂລະເບີດບໍ່ທັນແຕກ ພວກເຮົາໄດ້ກຳນົດພື້ນທີ່ ທີ່ຕ້ອງໄດ້ກວດກູ້ ແມ່ນ 10 ພັນເຮັກຕາ ໃນແຕ່ລະປີ ຊຶ່ງຜ່ານການຈັດຕັ້ງປະຕິບັດໃນໄລຍະຜ່ານມາ ພວກເຮົາບໍ່ສາມາດບັນລຸໄດ້ ຊຶ່ງເປັນຄາດໝາຍສູ້ຊົນທີ່ພວກເຮົາຈະໄດ້ສຸມຄວາມພະຍາຍາມທາງດ້ານເຫື່ອແຮງ, ທາງດ້ານເຕັກນິກ ແລະ ທຶນຮອນ ສະນັ້ນສະເລ່ຍແລ້ວແຕ່ນີ້ຮອດປີ 2030 ພວກເຮົາຕ້ອງກວດກູ້ລະເບີດໃຫ້ໄດ້ 1 ແສນເຮັກຕາ ຕ້ອງໄດ້ດຳເນີນການສຳຫຼວດໃຫ້ໄດ້ 2 ແສນ 50 ພັນເຮັກຕາ ແລະ ຕ້ອງໄດ້ດຳເນີນການໂຄສະນາສຶກສາຄວາມສ່ຽງໄພໃຫ້ຫຼາຍຮູບແບບ ຈະເປັນການໂຄສະນາແບບທີມງານເຄື່ອນທີ່ ຂອງທີມງານທີ່ປະຈຳຢູ່ອົງການປະຕິບັດງານ ການໂຄສະນາໂດຍຜ່ານອາສາສະໝັກຊາວໜຸ່ມບ້ານ, ການໂຄສະນາໂດຍຜ່ານໜັງສື ພິມ, ວິທະຍຸ, ໂທລະພາບ ແລະ ການໂຄສະນາໂດຍຜ່ານກິດຈະກຳ ແລະ ອື່ນໆ ລວມທັງການໂຄສະນາຢູ່ໃນສະຖາບັນການສຶກສາຕາມໂຮງຮຽນຕ່າງໆ ສະນັ້ນພວກເຮົາຈະໄດ້ພ້ອມກັນສູ້ຊົນຈັດຕັ້ງປະຕິບັດເພື່ອໃຫ້ບັນລຸຕາມຄາດໝາຍສູ້ຊົນດັ່ງກ່າວນັ້ນ. ສະນັ້ນ, ຈຶ່ງຮຽກຮ້ອງໃຫ້ທຸກພາກສ່ວນໃຫ້ການສະໜັບສະໜູນໃຫ້ການຮ່ວມມືື ແກ່ວຽກງານການແກ້ໄຂລະເບີດບໍ່ທັນແຕກຂອງພວກເຮົາ ຄິດວ່າຈະໄດ້ຮັບຄວາມຮ່ວມມືຈາກທຸກພາກສ່ວນທັງພາຍໃນ ແລະ ຕ່າງປະເທດ.
ຂໍ້ມູນ: ປະຊາຊົນ