
ກົມນະໂຍບາຍ ແລະ ແຜນພະລັງງານ, ກະຊວງພະລັງງານ ແລະ ບໍ່ແຮ່ (ພບ)ແຈ້ງວ່າ:
ວັນທີ 28/09/2022 ທາງເຂື່ອນ ໄຟຟ້າເຊລະນອງ1 ມີແຜນຈະເປີດປະຕູນໍ້ານອງ ເພື່ອລະບາຍນໍ້າ ອອກຈາກອ່າງເກັບນໍ້າຂອງເຂື່ອນ.
ເນື່ອງຈາກປັດຈຸບັນລະດັບນໍ້າຂອງເຂື່ອນ ແມ່ນຢູ່ໃນລະດັບໃກ້ກັບລະດັບສູງສຸດ ໂດຍຈະປ່ອຍນໍ້າອອກຕາມປະລິມານນໍ້າໄຫຼເຂົ້າອ່າງ ເລີ່ມແຕ່ວັນທີ 28/09-15/10/2022 ເຂື່ອນໄຟຟ້າເຊລະນອງ1 ປ່ອຍ 500 m3/s ຫາ 8500 m3/s ລວມທັງຜ່ານກົງຫັນຜະລິດໄຟຟ້າ, ພ້ອມນີ້ໃນໄລຍະດັ່ງກ່າວກໍມີພາຍຸພັດຜ່ານອີກດ້ວຍ.
ຊື່ງຈະເຮັດລະດັບນໍ້າຢູ່ຕອນລຸ່ມຂອງ ເຂື່ອນສູງຂຶ້ນຢ່າງກະທັນຫັນການປ່ອຍແມ່ນຈະປ່ອຍເລີ່ມຈາກ 159.77 m3/s ຈະປ່ຽນແປງຕາມສະພາບຕົວຈິງ.
ດັ່ງນັ້ນ, ເພື່ອເປັນການຮັບມືຈາກຜົນກະທົບທີ່ອາດຈະເກີດຂຶ້ນໃນເຂດພື້ນທີ່ຕອນລຸ່ມເຂື່ອນ ແລະ ຕາມສາຍນ້ຳເຊລະນອງ1 ເຊບັ້ງຫຽງ ທາງກົມນະໂຍບາຍ ແລະ ແຜນພະລັງງານ, ກະຊວງພະລັງງານ ແລະ ບໍ່ແຮ່ ຈຶ່ງຂໍແຈ້ງມາຍັງທ່ານຊາບ ເພື່ອກະກຽມຮັບມື.

