ຜູ້ໃຊ້ເຟສບຸ໊ກຊື່: Songkham Sorphrasay ໄດ້ໂພສໃນຕອນເຊົ້າວັນທີ 28 ກັນຍາ 2022 ວ່າ: ພາຍຸເຂົ້າ ໄມ້ລົ້ນທັບເຮືອນ ເສຍຫາຍຫມົດຫລັງ ດີແຕ່ຄອບຄົວບໍ່ເປັນຫຍັງ.
ດ້ານກົມອຸຕຸນິຍົມ ແລະ ອຸທົກກະສາດ ແຈ້ງເຕືອນເຖີງອຳນາດການປົກຄອງທຸກພາກສ່ວນ ແລະ ປະຊາຊົນບັນດາເຜົ່າທີ່ອາໄສຢູ່ບັນດາເຂດແຂວງພາກກາງ ແລະ ພາກໃຕ້ ຈົ່ງມີສະຕິລະມັດລະວັງຕໍ່ ສະພາບຝົນຕົກໜັກ, ລົມພັດແຮງ ທີ່ຈະເຮັດໃຫ້ມີຕົ້ນໄມ້, ເສົາໄຟຟ້າ, ແລະ ປ້າຍໂຄສະນາຫັກລົ້ມ, ມີດິນເຈື່ອນ, ນໍ້າຖ້ວມອັ່ງ ແລະ ນໍ້າຖ້ວມຊູ ພ້ອມທັງກະກຽມເກັບມ້ຽນວັດຖຸສິ່ງຂອງທີ່ມີຄ່າ ແລະ ສັດລ້ຽງໄວ້ບ່ອນທີ່ປອດໄພ.


