
ນັກກິລາ ຢູໂດ ທີມຊາດ ລາວ ສາມາດຄວ້າຫລຽນທອງ ມາໄດ້ສຳເລັດ ໃນການແຂ່ງຂັນຢູໂດນານາຊາດ ຫລື Thailand International Judo Championship 2022 ທີ່ແຂວງ ຊຽງຣາຍ ປະເທດ ໄທ ມື້ທຳອິດຂອງການແຂ່ງຂັນ ໃນວັນທີ 24 ກັນຍາ 2022
ນັກກິລາຢູໂດທີມຊາດ ລາວ ລົງທຳການແຂ່ງຂັນ 4 ຄົນ ປະກອບມີ: 1 ທ້າວ ພຸດວາລີ ບຸນເພັງ -55ກກ, 2 ທ້າວ ຄຳສີ ຄູນນີວາດ -66ກກ, 3 ນາງ ຕຸກກີ້ ແສງດາກີ -52ກກ, 4 ນາງ ຈອມມະນີ ມະນີໄຊ -57ກກ

ຜົນປາກົດວ່າ ນັກກິລາຢູໂດທີມຊາດລາວ ສາມາດຍາດມາໄດ້ 1 ຫລຽນທອງ(ແດງ) ຈາກທ້າວ ຄຳສີ ຄູນນີວາດ ຮຸ່ນ -66ກກ, ສ່ວນນັກກິລາ ອີກ 3 ຄົນ ເຮັດໄດ້ພຽງອັນດັບທີ 5 ຮ່ວມ ຈາກການແຂ່ງຂັນເທົ່ານັ້ນ

ສຳລັບນັກກິລາຢູໂດທີມຊາດລາວ ຈະລົງທຳການແຂ່ງຂັນອີກ 1 ຮຸ່ນ ຈາກທ້າວ ສຸລິໄຊ ໄຊຍາສານ ຮຸ່ນ -90ກກ ໃນມື້ອື່ນ ວັນທີ 25 ກັນຍາ 2022 ນີ້

ພາບ-ຂ່າວ: Lao Judo federation