
ເມື່ອບໍ່ດົນມານີ້, ທີ່ສາງອາຫານໂລກປະຈຳແຂວງອຸດົມໄຊ ໄດ້ຈັດພິທີ ມອບ-ຮັບເຄື່ອງຊ່ວຍເຫຼືອໃຫ້ຜູ້ຖືກຜົນກະທົບຈາກໄພພິບັດນ້ຳຖ້ວມຢູ່ແຂວງອຸດົມໄຊ ໃນທ້າຍເດືອນສິງຫາຜ່ານມາ. ເຄື່ອງທີ່ນຳມາມອບໃນຄັ້ງນີ້, ແມ່ນໄດ້ມາຈາກການຮີບໂຮມນ້ຳຈິດນໍ້າໃຈ ຈາກພາກສ່ວນຕ່າງໆ ປະກອບມີເຂົ້າສານ ຈໍານວນ 30 ໂຕນ, ເງິນສົດ 330,000,000 ກີບ ແລະ ອາຫານແຫ້ງຈໍານວນໜຶ່ງ. ຕາງໜ້າມອບ ໂດຍແມ່ນ ທ່ານ ຫອມຮັກ ສຸນະວັນ ຮອງຫົວໜ້າກົມຈັດຕັ້ງ-ພະນັກງານ ກະຊວງການເງິນ ແລະ ຮັບໂດຍ ທ່ານ ບຸນຄົງ ຫຼ້າຈຽມພອນ ເຈົ້າແຂວງ ອຸດົມໄຊ ພ້ອມດ້ວຍພະແນກການທີ່ກ່ຽວຂ້ອງ ເຂົ້າຮ່ວມນຳ.

ໂອກາດນີ້, ທ່ານເຈົ້າແຂວງ ຍັງໄດ້ກ່າວຂອບໃຈຕໍ່ກັບທີມງານ ຈາກກະຊວງການເງິນທີ່ໄດ້ຮີບໂຮມນ້ຳໃຈ ຈາກພາກສ່ວນຕ່າງໆມາຊ່ວຍເຫຼືອປະຊາຊົນແຂວງອຸດົມໄຊ ທີ່ໄດ້ຮັບຜົນກະທົບຈາກໄພນ້ຳຖ້ວມຄັ້ງນີ້ ດ້ວຍຄວາມຈິງໃຈ ແລະ ຈະນຳເອົາເຄື່ອງຈຳນວນດັ່ງກ່າວລົງແຈກຢາຍໃຫ້ປະຊາຊົນຢ່າງທົ່ວເຖິງ.

(ຂ່າວ-ພາບ: ແສງອາທິດ)